ມະນຸດໃຊ້ກັນຊາມາດົນນານຫຼາຍພັນປີແລ້ວ ແຕ່ວິທີການໃຊ້ຕ່າງຈາກໃນປັດຈຸບັນ
ມະນຸດໃຊ້ກັນຊາມາດົນນານຫຼາຍພັນປີແລ້ວ ແຕ່ວິທີການໃຊ້ຕ່າງຈາກໃນປັດຈຸບັນ

ໃນວັນທີ 13 ມິຖຸນາ ທີ່ຜ່ານມາ, ສຳນັກຂ່າວ CNN ລາຍງານ ການຄົ້ນພົບຫຼັກຖານທີ່ພົບໃນສຸສານທາງຕາເວັນຕົກຂອງຈີນ ບົ່ງຊີ້ວ່າ:

ມະນຸດໃຊ້ກັນຊາມາດົນນານຫຼາຍພັນປີແລ້ວ ແຕ່ວິທີການໃຊ້ຕ່າງຈາກໃນປັດຈຸບັນ.

ນັກວິທະຍາສາດຈາກຈີນ ແລະ ເຢຍລະມັນ ເຜີຍແຜ່ຜົນງານການວິໄຈ ໃນວາລະສານ ໄຊແອນສ໌ ແອດວານສ໌ ວ່າ:

ຈາກການຂຸດຄົ້ນຫຼຸມສົບ ທາງຕາເວັນຕົກຂອງຈີນ ອາຍຸກວ່າ 2.500 ປີ ເທິງພູປາມີ ໃກ້ກັບຊາຍແດນຈີນດ້ານທີ່ຕິດກັບ ປະກິດສະຖານ ເຮັດໃຫ້ຮູ້ວ່າ ມະນຸດໂບຮານໃຊ້ກັນຊາ ເປັນສານອອກລິດຕໍ່ຈິດປະສາດ ເນື່ອງຈາກພົບຊາກເຕົາໄມ້ ແລະ ຫີນທີ່ໃຊ້ເຜົາ ຢູ່ໃນໝໍ້ທີ່ມີປະລິມານ ສານເຕຕ້າໄຮໂດຣແຄນນາບິນອນ ຫຼື THC ເຊິ່ງເປັນສານທີ່ມີລິດຕໍ່ຈິດປະສາດ ແລະ ພົບໄດ້ໃນພືດຈຳພວກກັນຊາ.

ມະນຸດຍຸກໂບຮານ ອາດໃຊ້ກັນຊາໃນການປະກອບພິທີຝັງສົບ ຫຼື ເປັນສື່ກາງຕິດຕໍ່ກັບວິນຍານ ຫຼື ຜູ້ເສຍຊີວິດ ແຕ່ມີວິທີການໃຊ້ຕ່າງຈາກສະໄໝປັດຈຸບັນ ເພາະສະໄໝກ່ອນ ໃຊ້ໃນພື້ນທີ່ທີ່ປິດ ແລະ ປ່ອຍອາຍອອກມາ ເຊິ່ງອາດເຜົາກັນຊາ ໂດຍວາງໄວ້ເທິງກ້ອນຫີນຮ້ອນໆ ໃນເຕົາໄມ້.

ພາກພື້ນອາຊີຕາເວັນອອກນັ້ນ ມີການປູກກັນຊາມາແລ້ວຢ່າງໜ້ອຍ 4.000 ປີ ກ່ອນຄຣິສຕະສັກກະຣາດ ເພື່ອສະກັດເອົານໍ້າມັນ ແລະ ເສັ້ນໃຍມາໃຊ້ ເຊິ່ງກັນຊາມີຫຼາກຫຼາຍສາຍພັນ ແຕ່ພັນເກົ່າແກ່ທີ່ຂຶ້ນເອງຕາມທຳມະຊາດ ມີລະດັບ THC ແລະ ສານປະກອບອື່ນໆ ທີ່ອອກລິດຕໍ່ຈິດປະສາດ ຄ້ອນຂ້າງໜ້ອຍ.

ການຂຸດຄົ້ນຫຼຸມສົບ ທາງຕາເວັນຕົກຂອງຈີນ ອາຍຸກວ່າ 2.500 ປີ ເທິງພູປາມີ
ການຂຸດຄົ້ນຫຼຸມສົບ ທາງຕາເວັນຕົກຂອງຈີນ ອາຍຸກວ່າ 2.500 ປີ ເທິງພູປາມີ

ນັກໂບຮານຄະດີຫຼາຍຄົນ ບອກວ່າ:

ຕົ້ນກຳເນີດຂອງການສູບກັນຊາ ຢູ່ທີ່ອາຊີກາງ ເຊິ່ງນັກໂບຮານຄະດີຊາວເກຼັກ ເຄີຍບັນທຶກໄວ້ ແຕ່ຍັງບໍ່ມີຫຼັກຖານຊັດເຈນທີ່ລະບຸໄດ້ວ່າ ມະນຸດໂບຮານທີ່ຖືກຝັງໃນສຸສານຂອງຈີນ ປູກກັນຊາ ຫຼື ຊອກຫາພືດທີ່ມີສານ THC ຫຼື ບໍ; ຈົນເຖິງໄລຍະຕໍ່ມາ ມີການປູກກັນຊາເປັນຈຳນວນຫຼາຍ ແລະ ມີວິທີການໃຊ້ແບບໃໝ່ ເຊິ່ງຄິດຄົ້ນໂດຍຄົນທີ່ອາໄສຢູ່ເທິງພູສູງ ເຊັ່ນ ພູປາມີ.

ເຖິງວ່າປັດຈຸບັນນີ້, ພູສູງປາມີ ຈະຢູ່ຫ່າງໄກ ແຕ່ຄັ້ງໜຶ່ງອາດຢູ່ໃນເສັ້ນທາງສາຍໄໝ ຫຼື ເສັ້ນທາງການຄ້າຫຼັກ ເນື່ອງຈາກຜົນການສຶກສາພົບວ່າ:​ ການສູບກັນຊາ ແລະ ການໃຊ້ກັນຊາໃນການສ່ວນຕົວ ເປັນປະເພນີທີ່ປະຕິບັດກັນໃນເສັ້ນທາງສາຍໄໝ ເຊິ່ງສະແດງໃຫ້ເຫັນວ່າ ມີການໃຊ້ກັນຊາ ໃນທາງການແພດ, ພິທີກຳ ແລະ ກິດຈະກຳທີ່ໃຫ້ຄວາມເພີດເພີນ ມາດົນແລ້ວ.