ປກສ ແຂວງອຸດົມໄຊ ເຊື່ອມຊຶມເອກະສານ ສຶກສາອົບຮົມການເມືອງ-ແນວຄິດ

0
1220

ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ຈັດຕັ້ງເຊື່ອມຊຶມເອກະສານ ການສຶກສາອົບຮົມການເມືອງ-ແນວຄິດ ເພື່ອກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ໃຫ້ພະນັກງານຫຼັກແຫຼ່ງ ໃນວັນທີ 11 ມິຖຸນາ 2019, ເປັນປະທານໂດຍ ສະຫາຍ ພົຈວ ນິລະວົງ ເຈືອງຕະວະລາດ ກຳມະການປະຈຳພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ, ມີ ສະຫາຍ ໂອວາດ ຈັນທະວົງ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ມີ ຄະນະພັກ-ຄະນະກອງບັນຊາການ, ບັນດາຫ້ອງ, ໂຮງຮຽນ, ກອງ, ຄ້າຍ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ເອກະສານທີ່ນຳມາຈັດຕັ້ງເຊື່ອມຊຶມຄັ້ງນີ້ ລວມມີ 3 ເອກະສານ ຄື:

ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ຈັດຕັ້ງເຊື່ອມຊຶມເອກະສານ ການສຶກສາອົບຮົມການເມືອງ-ແນວຄິດ ເພື່ອກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ
ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ຈັດຕັ້ງເຊື່ອມຊຶມເອກະສານ ການສຶກສາອົບຮົມການເມືອງ-ແນວຄິດ ເພື່ອກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ

ເອກະສານເສີມຂະຫຍາຍມູນເຊື້ອ ແລະ ຄວາມສາມັກຄີເປັນເອກະພາບພາຍໃນພັກ, ເອກະສານຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ, ເອກະສານຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ.

ທັ້ງນີ້, ກໍເພື່ອແນໃສ່ຍົກລະດັບຄວາມຮັບຮູ້-ຄວາມເຂົ້າໃຈຂອງ ສະມາຊິກພັກ ພາຍໃນກຳລັງ ກ່ຽວກັບເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໃຫ້ເລິກເຊິ່ງກວ່າເກົ່າ ໂດຍສະເພາະ ແມ່ນການເສີມຂະຫຍາຍມູນເຊື້ອ ແລະ ຄວາມສາມັກຄີເປັນເອກະພາບພາຍໃນພັກ, ການຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ, ຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ເຮັດໃຫ້ການຈັດຕັ້ງພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ສືບຕໍ່ເຮັດສຳເລັດໜ້າທີ່ການເມືອງ ໃນເງື່ອນໄຂປັດຈຸບັນ ໄດ້ເປັນຢ່າງດີ.

ສະຫາຍ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆອຸດົມໄຊ
ສະຫາຍ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆອຸດົມໄຊ

ໃນວັນດຽວກັນ, ກໍໄດ້ມີການທາບທາມເອົາບຸກຄະລາກອນ ຮອບທີ 1 ເຊິ່ງໃຫ້ກຽດເປັນປະທານ ໂດຍ ສະຫາຍ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆອຸດົມໄຊ, ມີ ຄະນະທີມງານຮັບຜິດຊອບຂັ້ນແຂວງ ເຂົ້າຮ່ວມ ແລະ ສະຫາຍ ກອງແກ້ວ ພູນທິລັດ ກຳມະການພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ກໍໄດ້ຂຶ້ນຜ່ານມາດຖານເງື່ອນໄຂຂອງ ຜູ້ສະໝັກຮັບເລືອກຕັ້ງເຂົ້າໃນອົງຄະນະພັກ ກອງບັນຊາການ ປກສ ແຂວງອຸດົມໄຊ ຕາມ 5 ມາດຖານເງື່ອນໄຂຂອງພັກ ເຊັ່ນ:

ຕ້ອງແມ່ນບຸກຄົນທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ມີຄວາມຮູ້-ຄວາມສາມາດທີ່ແນ່ນອນ, ມີແບບແຜນການດຳລົງຊີວິດທີ່ປອດໃສຂາວສະອາດ, ມີສຸຂະພາບແຂງແຮງ, ມີແບບແຜນວິທີເຮັດວຽກທີ່ມີວິທະຍາສາດ, ມີຫົວຄິດປະດິດສ້າງ ແລະອຶ່ນໆ ເພື່ອເຮັດສຳເລັດໜ້າທີ່ທີ່ການຈັດຕັ້ງຂັ້ນເທິງ ມອບໝາຍໃຫ້ ໄດ້ເປັນຢ່າງດີ.

ຈາກນັ້ນ, ກໍໄດ້ປ່ອນບັດທາບທາມຢັງຫາງສຽງຂອງ ອົງຄະນະພັກ ກອງບັນຊາການ ປກສ ແຂວງອຸດົມໄຊ ຮອບທີ 1 ຂຶ້ນຢ່າງເປັນທາງການ.