ກອງປະຊຸມໃຫຍ່ ຄັ້ງທີ II ຂອງສະຫະພັນແມ່ຍິງກົມຕໍາຫຼວດຄຸມຂັງ-ດັດສ້າງ (ກົມ 515) ກະຊວງ ປກສ ຊຸດໃໝ່, ພັທ ນາງ ບົວໄຂ ເປມີໄຊ ປະທານສະຫະພັນແມ່ຍິງກົມ ທັງເປັນປະທານກອງປະຊຸມ ໃຫ້ຮູ້ວ່າ: ໃນຊຸມປີຕໍ່ໜ້າ, ຄະນະສະຫະພັນແມ່ຍິງກົມຕຳຫຼວດຄຸມຂັງ-ດັດສ້າງ ຈະສ້າງສະມາຊິກແມ່ຍິງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງກ້າວໜ້າ ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ ພ້ອມທັງເລືອກເຟັ້ນ, ບັນຈຸ, ສັບ ຊ້ອນໃຫ້ຖືກກັບພອນສະຫວັນ ແລະ ຄວາມຮູ້-ຄວາມສາມາດສົມຄູ່ກັບໜ້າທີ່ວຽກງານ.

ຄະນະສະຫະພັນແມ່ຍິງກົມ ຕໍາຫຼວດຄຸມຂັງ-ດັດສ້າງຊຸດໃໝ່ (ຊຸດທີ II) ປະກອບມີ: ພັທ ນາງ ອ່ອນສີ ສີລາວົງ ເປັນປະທານ, ພັຕ ນາງ ຕິ່ງຄຳ ນະເມືອງໄຊ ເປັນຮອງປະທານ, ຮອ ນາງ ປານີ ໄຊບຸນເຕີມ ເປັນປະທານກວດກາ ແລະ 4 ສະຫາຍເປັນຄະນະ, ເຊິ່ງຈະພ້ອມກັນສຸມໃສ່ສ້າງສະມາຊິກເພດຍິງໃນກົມ 515 ໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງກ້າວໜ້າ, ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ ພ້ອມທັງເລືອກເຟັ້ນ, ບັນຈຸ, ສັບ ຊ້ອນ, ໃຫ້ຖືກກັບພອນສະຫວັນ ແລະ ຄວາມຮູ້-ຄວາມສາມາດ ສົມຄູ່ກັບໜ້າທີ່ວຽກງານການເມືອງ, ພ້ອມທັງສະເໜີແຜນກຳນົດພະນັກງານສືບທອດປ່ຽນແທນຂອງອົງການຈັດຕັ້ງສະຫະພັນແມ່ຍິງໃຫ້ແກ່ຄະນະພັກ ແລະ ພາກສ່ວນກ່ຽວຂ້ອງ, ເກັບກຳສະຖິຕິຂອງແມ່ຍິງທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນລາຍງານຂັ້ນເທິງ, ປຸກລະ ດົມແມ່ຍິງໃນການຮໍ່າຮຽນຍົກລະດັບຕົນເອງໃນດ້ານຕ່າງໆ, ຂຶ້ນແຜນໄປຍົກລະດັບຄວາມຮູ້-ຄວາມສາມາດດ້ານຕ່າງໆຂອງກຳລັງ ປກສ ແລະ ຂະແໜງການອື່ນໆຕາມຄວາມເໝາະສົມ.

ໄລຍະຜ່ານມາ, ສະຫະພັນແມ່ຍິງກົມ 515 ໄດ້ເອົາໃຈໃສ່ໃນການກໍ່ສ້າງສະມາຊິກເພດຍິງ ແລະ ພະນັກງານສືບທອດປ່ຽນແທນຂອງອົງການຈັດຕັ້ງສະຫະພັນແມ່ຍິງ ສະແດງອອກຄື: ໄດ້ປຸກລະດົມພະນັກງານເພດຍິງເປັນເຈົ້າການໃນການຊອກຮູ້ຮໍ່າຮຽນຍົກລະດັບຄວາມຮູ້ດ້ານຕ່າງໆດ້ວຍຕົນເອງ ນັບທັງຢູ່ສະຖາບັນການສຶກສາ ຕ່າງໆ ແລະ ຮໍ່າຮຽນນຳພາວຽກງານຕົວຈິງ ເຊັ່ນ: ໄປຍົກລະດັບວິຊາສະເພາະລະບົບປະລິນຍາຕີ 12 ສະຫາຍ, ຊັ້ນສູງ 1 ສະຫາຍ, ຊັ້ນກາງ 25 ສະຫາຍ, ບໍາລຸງໄລຍະສັ້ນ 10 ສະຫາຍ, ເຂົ້າຮ່ວມຝຶກອົບຮົມແບບແຜນການນໍາພາ, ວຽກງານກວດກາ, ວຽກງານໂຄສະນາ, ປາຖະກະຖາ ມີ 6 ຄັ້ງ, ມີ 126 ເທື່ອຄົນ.

ຜ່ານຂະບວນການກໍ່ສ້າງດັ່ງກ່າວ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກການຈັດຕັ້ງ ເຊັ່ນ: ສະມາ ຊິກແມ່ຍິງໄດ້ຮຽນ ສະໜັບສະໜູນ ແລະ ກົດລະບຽບ ຈຳນວນ 39 ສະຫາຍ, ເຂົ້າສະມາຊິກ ພັກສຳຮອງ 10 ສະຫາຍ, ເຂົ້າເປັນສະ ມາຊິກພັກສົມບູນ 15 ສະຫາຍ, ເປັນຮອງເລຂາພັກ ຮາກຖານ 1 ສະຫາຍ, ຮອງພະແນກ 6 ສະຫາຍ ແລະ ໄດ້ ຮັບການເລື່ອນຊັ້ນທັງໝົດ 158 ສະຫາຍ, ໄປຍົກລະດັບທາງດ້ານທິດສະດີລະບົບພາຍໃນ ແລະ ຕ່າງປະເທດ ຈຳນວນ 1 ສະ ຫາຍ ແລະ ເຂົ້າຮ່ວມຝຶກອົບຮົບວຽກ ງານນຳຂະແໜງການອື່ນໆ 8 ສະຫາຍ.

ກອງປະຊຸມໃຫຍ່ດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 13 ມິຖຸນາ 2019, ໂດຍມີ ພັອ ນາງ ວັດ ຊະລີ ສິດທິລືໄຊ ປະທານສະຫະພັນແມ່ຍິງ ກະຊວງ ປກສ ມີບັນດາຮອງກົມ ແລະ ສະມາຊິກແມ່ຍິງພາຍໃນກົມເຂົ້າ ຮ່ວມ.