ຫົວໜ້າປ້ອງກັນເຄື່ອນທີ່ ຢ້ຽມຢາມ ພະນັກງານ-ນັກຮົບ ປ້ອງກັນເສັ້ນທາງລົດໄຟ ລາວ-ຈີນ

0
1834

ພົຈວ ຈັນສະແຫວງ ທິບຄູນທອງ ຄະນະພັກກະຊວງ ຫົວໜ້າກອງບັນຊາການ ປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ ໄດ້ເຄື່ອນໄຫວພົບປະຢ້ຽມຢາມ ພະນັກງານ-ນັກຮົບ ປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຢູ່ແຂວງຫຼວງນໍ້າທາ ວັນທີ 8 ມິຖຸນາ 2019, ໃຫ້ການຕ້ອນຮັບໂດຍ ພັອ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ ພ້ອມດ້ວຍຄະນະ.

ພັທ ຫອມ ວິພົນພູໄທ ຫົວໜ້າກອງພັນ ປ້ອງກັນເຄື່ອນທີ່ ປກສ ແຂວງຫຼວງນ້ຳທາ ໄດ້ຜ່ານບົດລາຍງານ ສະພາບການເຄື່ອນໄຫວປະຕິບັດການປ້ອງກັນ ໂຄງການການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ປະຈຳ 6 ເດືອນ ຕົ້ນປີ 2019 ເຊິ່ງມີ 4 ຈຸດປ້ອງກັນກັບພາກສ່ວນວິຊາສະເພາະ ວ່າ:

ໃນ 6 ເດືອນຜ່ານມາ, ໄດ້ປ້ອງກັນ ແລະ ອອກເຄື່ອນໄຫວລາດຕະເວນ ຕາມຂອບເຂດຄວາມຮັບຜິດຊອບ 716 ຄັ້ງ, ສະກັດກັ້ນການປະທ້ວງຂອງກຳມະກອນ ເພື່ອປະທ້ວງເອົາເງິນຄ່າແຮງງານ ຈາກບໍລິສັດ 4 ຄັ້ງ, ໄດ້ສຶກສາອົບຮົມປະຊາຊົນອາລະວາດຕີກັນ ພາຍໃນຄອບຄົວ 1 ຄັ້ງ, ສົ່ງພະນັກງານໄປຝຶກອົບຮົມວຽກງານປ້ອງກັນເສັ້ນທາງລົດໄຟ ຢູ່ແຂວງຫຼວງພະບາງ 1 ຄັ້ງ, ປ້ອງກັນແຂກລົງກວດໂຄງການ 1 ຄັ້ງ, ປ້ອງກັນສະຖານທີ່ເກີດເຫດລົດໃຫຍ່ຕໍາກັນ 1 ຄັ້ງ ແລະ ໄດ້ເຮັດບົດບັນທຶກສຶກສາອົບຮົມ ປະຊາຊົນລັກເຫຼັກ ຢູ່ອຸມົງ 2 ຄັ້ງ.

ໂອກາດດຽວກັນ, ພົຈວ ຈັນສະແຫວງ ທິບຄູນທອງ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ແລະ ຍັງໄດ້ເນັ້ນໃຫ້ພະນັກງານ-ນັກຮົບ ແຕ່ລະຈຸດປ້ອງກັນ ຈົ່ງເອົາໃຈໃສ່ຕໍ່ວຽກງານ, ສ້າງແຜນການປ້ອງກັນແຕ່ລະຈຸດ, ແບ່ງກຳລັງລາດຕະເວນ 24 ຊົ່ວໂມງ, ປະສານສົມທົບວຽກງານກັບ ອົງການຈັດຕັ້ງບ້ານ, ກຸ່ມບ້ານ ເພື່ອເກັບກໍາກຸ່ມເປົ້າໝາຍສະກັດກັ້ນການເຄື່ອນໄຫວທີ່ຜິດຕໍ່ລະບຽບກົດໝາຍ ເພື່ອເຮັດໃຫ້ວຽກງານມີຄວາມຮັບປະກັນ ແລະ ສັງຄົມ ມີຄວາມສະຫງົບ ໂດຍພື້ນຖານ.