ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດແຫ່ງ ສ. ສິງກະໂປ ໄດ້ຈັດກອງປະຊຸມສໍາມະນາແລກປ່ຽນບົດຮຽນໃນຫົວຂໍ້ “ ອົງການໄອຍະການສູງສຸດປະຕິບັດດູນພິນິດໄອຍະການຢູ່ປະເທດສິງກະໂປ ” ແລະ “ ເຕັກນິກການສືບສວນ-ສອບສວນອາຊະຍາກຳຊາຍເບີ ” ໃນອາທິດແລ້ວນີ້, ເປັນປະທານຮ່ວມ ໂດຍ ທ່ານ ຄຳສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ ແລະ ທ່ານ ລູເຊີນ ວັອງ ຫົວໜ້າອົງການໄອຍະການສູງສຸດແຫ່ງ ສ.ສິງກະໂປ, ມີບັນດາຫົວໜ້າກົມ, ຫົວໜ້າຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົບໄອຍະການ ພ້ອມດ້ວຍພະນັກງານອົງການໄອຍະການທັງສອງຝ່າຍເຂົ້າຮ່ວມ.

ທ່ານ ລູເຊີນ ວັອງ ກ່າວວ່າ: ການສໍາມະນາຄັ້ງນີ້ ຈັດຂຶ້ນເພື່ອແນໃສ່ຮ່ວມມືໃນການແກ້ໄຂດໍາເນີນຄະດີໃນຂັ້ນຕອນຕ່າງໆ ແລະ ທັກສະ, ທີ່ຈໍາເປັນໃນການສືບສວນ-ສອບສວນ ແລະ ອາຊະຍາກໍາທາງດ້ານຄອມພິວເຕີ ກໍຄືຂັ້ນຕອນໃນການດໍາເນີນຄະດີທີ່ຕິດພັນກັບລະບົບຄອມພິວເຕີ ແລະ ລະບົບອິນເຕີເນັດ. ປັດຈຸບັນໄດ້ນໍາໃຊ້ລະ ບົບເຕັກໂນໂລຊີທີ່ທັນສະໄໝໃນການຈັດເກັບ ແລະ ສົ່ງຂໍ້ມູນ. ໃນນັ້ນ, ໄດ້ເນັ້ນໃສ່ບັນຫາວິທີຈະດຳເນີນຄະດີທີ່ຜູ້ກະທໍາຜິດທາງດ້ານອາຊະຍາກຳຊາຍເບີເຊັ່ນ: ການປອມແປງຂໍ້ມູນ, ການໃສ່ຮ້າຍ, ການສ້າງຂໍ້ມູນທີ່ບໍ່ເປັນຈິງ ແລະ ການແຫກຂໍ້ມູນ.

ສຳລັບການປະຕິບັດດູນພິນີດໃນການດຳເນີນຄະດີແມ່ນຕ້ອງມີຂັ້ນຕອນ ແລະ ມີການຮ່ວມມືກັບພາກສ່ວນທີ່ຂ້ອງ ເຊັ່ນ: ພະນັກງານໄອຍະການທີ່ມີຄວາມຮູ້ທາງດ້ານຄອມພິວເຕີ, ພະນັກງານທີ່ຮັບຜິດຊອບ ແລະ ຊ່ຽວ ຊານທາງດ້ານການສອບສວນ- ສືບສວນອາຊະຍາກຳຊາຍເບີ ໂດຍການສຳມະນາແມ່ນໄດ້ມີການແລກປ່ຽນບົດ ຮຽນ ແລະ ການສອບຖາມຈາກພະນັກງານໄອຍະການຢ່າງຟົດຟື້ນ, ເຊິ່ງບັນຫາທີ່ຕັ້ງຂຶ້ນແມ່ນບັນຫາທີ່ທ້າທາຍ ແລະ ເປັນບົດຮຽນທີ່ສໍາຄັນໃນການແກ້ໄຂ ແລະ ດຳເນີນຄະດີໃຫ້ອົງການໄອຍະການປະຊາຊົນນຳໄປໃຊ້ໃນປັດຈຸບັນໃຫ້ປະກົດຜົນເປັນຈິງ.

ໃນຕອນທ້າຍ, ທ່ານ ຄໍາສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສູດ ກໍໄດ້ຍົກໃຫ້ເຫັນຄວາມສຳຄັນໃນການແລກປ່ຽນບົດຮຽນລະຫວ່າງອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດແຫ່ງ ສ. ສິງກະໂປ ໃນຄັ້ງນີ້; ເຊິ່ງໃນປັດຈຸບັນ, ອາຊະຍາກຳຊາຍເບີແມ່ນມີຄວາມສຳຄັນ ແລະ ເປັນ ສິ່ງທີ່ທ້າທາຍທີ່ອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ ຕ້ອງໄດ້ເອົາໃຈໃສ່ຄົ້ນຄວ້າສຶກສານຳເອົາບົດຮຽນແລກປ່ຽນໃນຄັ້ງນີ້ເປັນບາດກ້າວໃນການຕິດຕາມກວດກາການດໍາເນີນຄະດີໃນຕໍ່ໜ້າ.