ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ພ້ອມຄະນະໄດ້ເຄື່ອນໄຫວຕິດຕາມ-ກວດກາຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການກໍ່ສ້າງ-ສ້ອມແປງຊົນລະປະທານ ບ້ານດົງສະຫວ່າງ ເມືອງສອງຄອນ ແຂວງສະ ຫວັນນະເຂດ ໃນວັນທີ 16 ມິຖຸນາ 2019 ໂດຍເນັ້ນໃຫ້ອໍານາດການປົກຄອງເມືອງ ແລະ ຄະນະຮັບຜິດຊອບ ສືບຕໍ່ຈັດຕັ້ງປະຕິບັດແຜນການໃຫ້ແລ້ວສໍາເລັດຕາມເວລາທີ່ກໍານົດໄວ້. ໂດຍມີອໍານາດການປົກຄອງແຂວງ-ເມືອງ, ພະນັກງານ, ທະຫານ-ຕຳຫຼວດ ແລະ ປະຊາຊົນ ໄດ້ໃຫ້ການຕ້ອນຮັບ.

ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງ-ສ້ອມ ແປງຊົນລະປະທານບ້ານດົງສະຫວ່າງເມືອງສອງຄອນ; ເຊິ່ງໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 12 ທັນວາ 2018, ໂດຍບໍລິສັດ ລາວມີໄຊກໍ່ສ້າງ ຈໍາກັດ ເປັນຜູ້ຮັບເໝົາ, ມີມູນຄ່າການກໍ່ສ້າງທັງໝົດ 2,3 ລ້ານກວ່າໂດລາ ແລະ ກໍານົດໄລຍະເວລາການກໍ່ສ້າງ 18 ເດືອນ, ມີເນື້ອທີ່ຊົມໃຊ້ນໍ້າຕາມການອອກແບບທັງໝົດ 700 ເຮັກຕາ, ມີລະບົບຄອງເໝືອງ 24 ເສັ້ນ, ຍາວ 19.036 ເມັດ, ບໍລິມາດດິນລອກໜ້າ 175.028,70 ຕາ ເມັດ (ປະຕິບັດໄດ້ 90%), ບໍລິມາດດິນຂຸດ 36.060,08 ເມັດກ້ອນ (ປະຕິບັດໄດ້ 95%), ບໍລິມາດດິນຖົມ 113.179,41 ເມັດກ້ອນ (ປະຕິບັດໄດ້ 90%), ບໍລິມາດເບຕົງເສີມເຫຼັກ M15 1.781,99 ເມັດກ້ອນ (ປະ ຕິບັດໄດ້ 47,04%), ບໍລິມາດເບຕົງເສີມເຫຼັກ M20 2.309,76 ເມັດກ້ອນ (ປະຕິບັດໄດ້ 53,47%), ອາ ຄານທໍ່ລອດຄອງ 27 ຈຸດ (ປະຕິບັດແລ້ວ 11 ຈຸດ ເທົ່າກັບ 40%), ກໍ່ສ້າງຝາຍ 1 ແຫ່ງມີຄວາມຍາວ 185 ເມັດ, ສັນຝາຍກວ້າງ 3,5 ເມັດ ພ້ອມທາງລະບາຍນໍ້າສໍາເລັດ 60%. ນອກນັ້ນ, ຍັງມີໜ້າວຽກທີ່ຍັງບໍ່ທັນຈັດ ຕັ້ງປະຕິບັດປະກອບມີອາຄານຕາດໂຕນ 23 ຈຸດ, ອາຄານຂົວຂ້າມຄອງ 19 ຈຸດ, ອາຄານແບ່ງນໍ້າ 14 ຈຸດ, ອ່າງຜ່ອນ 1 ຈຸດ ແລະ ຕິດຕັ້ງຈັກສູບນໍ້າແກນຕັ້ງ 3 ຊຸດ ຄາດວ່າຈະໃຫ້ແລ້ວສໍາເລັດບັນດາໜ້າວຽກທັງໝົດໃນວັນ ທີ 11 ມິ ຖຸນາ 2020 ທີ່ຈະມາເຖິງນີ້.

ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ຄະນະນໍາເມືອງ ແຕ່ຂັ້ນໃຫ້ເອົາໃຈໃສ່ໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການແກ້ໄຂ ແລະ ຕ້ານປະກົດການຫຍໍ້ທໍ້, ແກ້ໄຂບັນຫາຢາເສບຕິດ, ບັນຫາໄພນໍ້າຖ້ວມ-ໄພແລ້ງ, ເຊິ່ງໄປໄພນາບຂູ່ຕໍ່ຜົນຜະລິດຂອງປະຊາຊົນຊາວເມືອງສອງຄອນໃນໄລຍະຜ່ານມາ, ພ້ອມທັງສືບຕໍ່ຈັດຕັ້ງປະຕິບັດການກໍ່ສ້າງ-ສ້ອມແປງຊົນລະປະທານບ້ານດົງສະຫວ່າງ ແລະ ປະຕິບັດແຜນການອື່ນໆໃຫ້ແລ້ວສໍາເລັດຕາມເວລາທີ່ກໍານົດໄວ້.