ຄະນະໜ່ວຍພັກໄອຍະການ ເຂດ II ຊື້ນຳ-ນຳພາວຽກງານມີຄວາມຍຸຕິທຳ

0
1010

ຄະນະໜ່ວຍພັກອົງການໄອຍະການປະຊາຊົນເຂດ II ທີ່ຂຶ້ນກັບຄະນະພັກເມືອງໄຊທານີ ນະ ຄອນຫຼວງວຽງຈັນ (ນວ) ໄດ້ເອົາໃຈໃສ່ຊີ້ນຳ-ນຳພາສະມາຊິກພັກ ແລະ ພະນັກງານປະຕິບັດວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍຢ່າງເຂັ້ມງວດ ເປັນຕົ້ນແມ່ນການດຳເນີນຄະດີອາຍາ ແລະ ການດຳເນີນຄະດີແພ່ງຕ່າງໆ ສາມາດຮັບປະກັນມີຄວາມຖືກຕ້ອງຕາມລະບຽບກົດໝາຍ ແລະ ມີຜົນສຳເລັດ.

ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກອົງການໄອຍະການປະຊາຊົນແຂດ II ຊຸດໃໝ່

ໃນກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກອົງການໄອຍະການປະຊາຊົນເຂດ II ຄັ້ງວັນທີ 14 ມິຖຸນາ 2019, ມີບັນດາຮອງເລຂາໜ່ວຍພັກ, ມີແຂກຮັບເຊີນ ພ້ອມດ້ວຍສະມາຊິກພັກ ສົມບູນ-ສຳຮອງ ເຂົ້າຮ່ວມ; ສະຫາຍ ວິທະຍາ ໂສພາວັນດີ ເລຂາໜ່ວຍພັກ ຫົວໜ້າອົງການໄອຍະການປະຊາຊົນ ເຂດ II ປະທານກອງປະຊຸມກ່າວວ່າ: ໄລຍະຊຸມປີ 2015-2019 ຄະນະໜ່ວຍພັກ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ, ສະມາຊິກພັກພວກເຮົາໄດ້ເອົາໃຈໃສ່ເຮັດຂົງເຂດວຽກງານວິຊາສະເພາະຕາມໜ້າທີ່ຂອງຕົນເປັນປົກກະຕິ ໂດຍໄດ້ຕິດຕາມກວດກາຄະດີອາຍາເປັນບັນຫາສຳຄັນ ແລະ ເປັນໜ້າທີ່ຕົ້ນຕໍຂອງອົງການໄອຍະການປະຊາຊົນ ທັງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເຮັດວຽກງານມີຜົນສຳເລັດສະແດງອອກ: ໄດ້ຮັບສຳນວນຄະດີທັງ ໝົດ 1.672 ເລື່ອງ, ແກ້ໄຂແລ້ວ 1.617 ເລື່ອງ ແລະ ກໍາລັງຄົ້ນຄວ້າ 55 ເລື່ອງ; ເຂົ້າຮ່ວມກອງປະຊຸມສານອາຍາ ທັງໝົດ 177 ຄັ້ງ ມີ 534 ເລື່ອງ, ຕັດສິນ 391 ເລື່ອງ, ເລື່ອນ 135 ເລື່ອງ ແລະ ໂຈະ 7 ເລື່ອງ ແລະ ສະຫຼຸບລາຍງານຜົນ ພິຈາລະນາຄະດີຂອງສານປະຊາຊົນເຂດ II ໃຫ້ອົງການໄອຍະການ ປະຊາຊົນ ນວ ຮັບຮູ້ມີ 70 ຄັ້ງ, 300 ເລື່ອງ ແລະ ສຳລັບຄະດີແພ່ງ ໄດ້ຄົ້ນຄວ້າບົດສະຫຼຸບຄະດີແພ່ງ, ຄອບຄົວ, ແຮງງານທົງໝົດ 2.054 ເລື່ອງ, ແກ້ໄຂແລ້ວ 2.045 ເລື່ອງ; ເຂົ້າຮ່ວມກອງປະຊຸມສານແພ່ງ ແລະ ຄອບຄົວທັງໝົດ 206 ຄັ້ງ, ມີ 458 ເລື່ອງ, ຕັດສິນແລ້ວ 268 ເລື່ອງ, ເລື່ອນ 163 ເລື່ອງ, ໂຈະ 17 ເລື່ອງ, ໄກ່ເກ່ຍ 6 ເລື່ອງ ແລະ ເລື່ອນອ່ານຄຳຕັດສິນ 3 ເລື່ອງ ແລະ ໄດ້ສະຫຼຸບພິຈາລະນາຄະດີຂອງສານປະຊາຊົນເຂດ II ໃຫ້ອົງ ການໄອຍະການ ປະຊາຊົນ ນວ ຮັບຮູ້ມີ 82 ຄັ້ງ, 157 ເລື່ອງ.

ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກອົງການໄອຍະການປະຊາຊົນເຂດ II

ກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກອົງການໄອຍະການປະຊາຊົນແຂດ II ຊຸດໃໝ່; ໃນນັ້ນ, ກອງປະຊຸມເຫັນດີເປັນເອກະພາບກັນເລືອກເອົາ ສະຫາຍ ວິທະຍາ ໂສພາວັນດີ ເປັນເລຂາ, ສະຫາຍ ວິທຸເລດ ທວນມີໄຊ ເປັນຮອງເລຂາ ທັງເປັນປະທານກວດກາພັກ ແລະ ສະຫາຍ ນາງ ເກດແກ້ວ ແສງສຸລິດ ເປັນກຳມະການໜ່ວຍພັກ ເພື່ອສືບຕໍ່ຊີ້ນຳ-ນຳ ພາສະມາຊິກພັກ, ພະນັກງານໄອຍະການ ຕັ້ງໜ້າເຮັດໜ້າທີ່ວຽກງານວິຊາສະເພາະຂອງຕົນຢ່າງເຂັ້ມງວດ ໂດຍສະເພາະວຽກງານການດຳເນີນຄະດີອາຍາ, ຄະດີແພ່ງ ແລະ ຂົງເຂດວຽກງານອື່ນໆ ໂດຍມີການເກັບກຳຂໍ້ມູນຫຼັກຖານໃຫ້ຄົບຖ້ວນແລ້ວຖະແຫຼງໃຫ້ສານຕັດສິນຖືກຕ້ອງ, ເປັນທຳ ເຊິ່ງແຕ່ລະປີຕ້ອງປະຕິບັດໃຫ້ໄດ້ 95% ຂຶ້ນໄປຂອງຈຳນວນຄະດີທັງໝົດ ໃຫ້ມີຜົນສຳເລັດ ທັງຮັບປະກັນປະຕິບັດຖືກຕ້ອງຕາມລະບຽບກົດໝາຍ ແລະ ຍຸຕິທຳ.