ແຕ່ງງານຫຼອກລວງ! ເຈົ້າສາວປາກິດສະຖານ ຖືກ ສາມີ ບັງຄັບໃຫ້ບໍລິການທາງເພດກັບຊາຍ 3 ຄົນ

0
3046

ໃນວັນທີ 19 ມິຖຸນາ, ສຳນັກຂ່າວເອພີ ລາຍງານ ເລື່ອງລາວວິບາກກຳຂອງສະຕຣີຊາວປາກິດສະຖານ ຜູ້ມີຖານະທຸກຍາກທີ່ແຕ່ງງານກັບຊາວຈີນ ໂດຍຫວັງວ່າຈະຊ່ວຍຄອບຄົວໃຫ້ມີຢູ່ມີກິນ ແຕ່ກັບຖືກບັງຄັບໃຫ້ບໍລິການທາງເພດແກ່ຊາຍອື່ນ ຈົນຕ້ອງເຂົ້າສູ່ວົງຈອນຄ້າມະນຸດ, ຖືກບັງຄັບເປັນໂສເພນີ ແລະ ຕົກທຸກໄດ້ຍາກ ຈົນກວ່າຈະລອດພົ້ນມາໄດ້.

ນາງສາວ ນາຕາຊາ ມາຊີ ອາຍຸ 19 ປີ ຊາວເມືອງໄຟຊາລາບັດ ແຄວ້ນປັນຈາບ ມີຊະຕາກຳບໍ່ຕ່າງຫຍັງຈາກແມ່ຍິງຊາວຄຣິສອີກຫຼາຍຄົນ ຈາກໝູ່ບ້ານທຸກຍາກໃນເຂດຊົນນະບົດຂອງປະກິດສະຖານ ທີ່ມີຊີວິດຕ້ອງຕົກນາຮົກທັງເປັນ ຈາກການແຕ່ງງານກັບຊາຍຊາວຈີນ ພຽງເພື່ອໃຫ້ໄດ້ເງິນມາລ້ຽງຄອບຄົວ.

ນາງ ນາຕາຊາ ເຜີຍທະບຽນສົມບົດ ທີ່ບ້ານ ໃນເມືອງໄຟຊາລາບັດ
ນາງ ນາຕາຊາ ເຜີຍທະບຽນສົມບົດ ທີ່ບ້ານ ໃນເມືອງໄຟຊາລາບັດ

ເຖິງວ່າບໍ່ຢາກແຕ່ງງານ ແຕ່ບໍ່ມີທາງເລືອກ ເພາະວ່າຍັງມີພີ່ນ້ອງຜູ້ຍິງອີກ 4 ຄົນ ແລະ ພໍ່ກໍເຮັດວຽກບໍ່ໄດ້ ເນື່ອງຈາກເຈັບຫຼັງ ຈຶ່ງຕ້ອງແຕ່ງງານກັບຊາວຈີນ ທີ່ເພື່ອນຂອງພໍ່ແນະນຳ. ຈາກນັ້ນ, ຈຶ່ງເດີນທາງໄປຍັງໝູ່ບ້ານຫ່າງໄກ ທາງຕາເວັນຕົກສຽງເໜືອຂອງຈີນ ທີ່ອ້ອມຮອບໄປດ້ວຍປ່າໄມ້.

ບ້ານຫຼັງໜ້ອຍໆຂອງສາມີ ບໍ່ມີຫ້ອງແຕ່ງກິນ ແລະ ຫ້ອງອາບນໍ້າ, ນອກຈາກ ນາງສາວ ນາຕາຊາ ແລະ ສາມີ ແລ້ວ ຍັງມີຊາຍ 3 ຄົນ ແລະ ຍິງອີກ 2 ຄົນ ທີ່ເປັນເພື່ອນກັບສາມີ ອາໄສຢູ່ໃນບ້ານຫຼັງດຽວກັນ. ແຕ່ທີ່ຮ້າຍແຮງທີ່ສຸດ ກໍຄື ນາງສາວ ນາຕາຊາ ຖືກບັງຄັບໃຫ້ມີເພດສຳພັນກັບພວກຜູ້ຊາຍ ໃນບ້ານດຽວກັນ.

ຫຼັງຈາກນັ້ນ, ສາມີ ກໍພາໄປຂາຍບໍລິການທາງເພດ ຢູ່ທີ່ໂຮງແຮມແຫ່ງໜຶ່ງ ໃນເມືອງອູຣຸມຊີ ເຂດປົກຄອງຕົນເອງ ຊິນຈຽງອຸຍກູ.

ຄອບຄົວຂອງຍິງສາວ ທີ່ເມືອງໄຟຊາລາບັດ ມີຖານະທຸກຍາກ
ຄອບຄົວຂອງຍິງສາວ ທີ່ເມືອງໄຟຊາລາບັດ ມີຖານະທຸກຍາກ

ນາງສາວ ນາຕາຊາ ຍັງໂຊກດີທີ່ມີຄົນມາຊ່ວຍ ຊື່ ຟາຣູດ ມາຊີ ເຖິງວ່າບໍ່ໄດ້ເປັນຍາດພີ່ນ້ອງກັນ ແຕ່ຮ່ວມກັບສະມາຊິກໂບດຄຣິສອີກຫຼາຍຄົນ ຕັ້ງກຸ່ມຊ່ວຍເຫຼືອຜູ້ເຄາະຮ້າຍ ທີ່ຖືກຫຼອກລວງແຕ່ງງານເພື່ອໄປຂາຍບໍລິການທາງເພດ ໃນຈີນ.

ຟາຣູດ ເລົ່າເລື່ອງ ນາງ ນາຕາຊາ ໃຫ້ນ້ອງຊາຍເຊິ່ງຮຽນຢູ່ທີ່ປະເທດຈີນ ຟັງ ຈົນຮູ້ທີ່ມາທີ່ໄປ ເພື່ອກຽມຊ່ວຍຍິງສາວ, ຈາກນັ້ນນ້ອງຊາຍ ຕິດຕໍ່ຫາ ສາມີຂອງ ນາງ ນາຕາຊາ ເພື່ອຫຼອກຊື້ບໍລິການທາງເພດ ພ້ອມທັງສົ່ງຂໍ້ຄວາມໄປຫາ ນາງ ນາຕາຊາ ເພື່ອນັດແນະໃຫ້ໜີອອກຈາກໂຮງແຮມ.

ເມື່ອລົດແທັກຊີໄປເຖິງໜ້າໂຮງແຮມ ນາງ ນາຕາຊາ ໜີອອກມາໄດ້ ແລະ ແລ່ນຂຶ້ນລົດແທັກຊີ ພ້ອມທັງກ່າວຂອບໃຈທີ່ໃຫ້ຕົນອອກມາຈາກນາຮົກແຫ່ງນັ້ນໄດ້; ຈາກນັ້ນບໍ່ດົນ, ນາງ ນາຕາຊາ ກໍໄດ້ກັບບ້ານເກີດ ແລະ ໄດ້ຍິນຂ່າວວ່າ ອະດີດສາມາຂອງຕົນ ກັບມາ ປາກິດສະຖານ ເພື່ອຫາເຈົ້າສາຍໄປເປັນຜູ້ເຄາະຮ້າຍຄົນຕໍ່ໄປ.

ນາງ ນາຕາຊາ ເລົ່າປະສົບການອັນໂຫດຮ້າຍ ເພື່ອໃຫ້ຍິງສາວອື່ນໆ ຢ່າຕົກຫຼຸມພາງແບບຕົນ
ນາງ ນາຕາຊາ ເລົ່າປະສົບການອັນໂຫດຮ້າຍ ເພື່ອໃຫ້ຍິງສາວອື່ນໆ ຢ່າຕົກຫຼຸມພາງແບບຕົນ

ຍິງສາວຫຼາຍຮ້ອຍຄົນ ຕົກເປັນຜູ້ເຄາະຮ້າຍຖືກຂາຍໃຫ້ກັບຂະບວນການຄ້າມະນຸດ ເຊິ່ງມີນາຍໜ້າຊາວຈີນ ອອກຊອກຫາລູກສາວຈາກຄອບຄົວທຸກຍາກ ສ່ວນຫຼາຍຢູ່ໃນໝູ່ບ້ານທີ່ນັບຖືສາສະໜາຄຣິສ, ເມື່ອຊື້ຕົວມາໄດ້ແລ້ວ ກໍຈົດທະບຽນສົມລົດ ໂດຍມີບາດລວງເຈົ້າເຫຼ່ລົງນາມໃນເອກະສານເປົ່າ ເພື່ອໃຫ້ຂຽນຊື່ເຈົ້າສາວ ແລະ ເຈົ້າບ່າວເອງ.

ແກ້ງຄ້າມະນຸດນີ້ ປາບປາມໄດ້ຍາກ ເນື່ອງຈາກມີຜູ້ທີ່ມີອິດທິພົນກ່ຽວຂ້ອງ ເຮັດໃຫ້ຜູ້ເຄາະຮ້າຍຫຼາຍຄົນບໍ່ຍອມເປີດໂປງ; ຂະນະທີ່ ເຈົ້າໜ້າທີ່ປາກິດສະຖານ ດຳເນີນການສອບສວນຢ່າງປິດລັບ ເພາະບໍ່ຢາກໃຫ້ສະເທືອນເຖິງ ຄວາມສຳພັນທາງການຄ້າກັບຈີນ ເຊິ່ງເປັນຜູ້ລົງທຶນລາຍໃຫຍ່ໃນປາກິດສະຖານ ຜ່ານຂໍ້ລິເລີ່ມ ໜຶ່ງແຖບ ໜຶ່ງເສັ້ນທາງ.

ນາງ ສະໄມຣາ ເປັນຍິງປາກິດສະຖານອີກຄົນ ທີ່ຖານະທຸກຍາກ ຖືກລຸມທາລຸນໃນບ້ານທີ່ອ້າຍ ຈັດແຈງໃຫ້ແຕ່ງງານກັບຊາຍຊາວຈີນ ທີ່ຕ່າງອາຍຸກັນຫຼາຍ ໃນເມືອງອິສລາມາບັດ
ນາງ ສະໄມຣາ ເປັນຍິງປາກິດສະຖານອີກຄົນ ທີ່ຖານະທຸກຍາກ ຖືກລຸມທາລຸນໃນບ້ານທີ່ອ້າຍ ຈັດແຈງໃຫ້ແຕ່ງງານກັບຊາຍຊາວຈີນ ທີ່ຕ່າງອາຍຸກັນຫຼາຍ ໃນເມືອງອິສລາມາບັດ

ສ່ວນ ເຈົ້າໜ້າທີ່ເອກອັກຄະລາຊະທູດຈີນ ປະຈຳ ປາກິດສະຖານ ໃຫ້ສຳພາດທາງໂທລະພາບ ໂດຍປະຕິເສດວ່າ: ບໍ່ມີຍິງສາວ ຖືກຫຼອກລວງໄປຂາຍບໍລິການທາງເພດ ໃນຈີນ ແລະ ທ່ານ ຫວັງ ສີຊານ ຮອງປະທານາທິບໍດີຈີນ ກ່າງລະຫວ່າງການຢ້ຽມຢາມ ປາກິດສະຖານ ວ່າ ເຈົ້າສາວປະກິດສະຖານ ໃນຈີນ ມີຄວາມສຸກດີ.

ຂະນະທີ່ ທ່ານ ອິຈັສ ອາລາມ ອໍກັສຕິນ ລັດຖະມົນຕີວ່າການ ກະຊວງສິດທິມະນຸດ ແລະ ກຸ່ມຊົນເຜົ່າ ປາກິດສະຖານ ໃນແຄວ້ນປັນຈາບ ປະເມີນວ່າ: ອາດມີຜູ້ຍິງທີ່ຖືກຫຼອກລວງໄປຂາຍ ໃນຈີນ ປະມານ 750 – 1.000 ຄົນ.

ແຟ້ມພາບ ແກ້ງຄ້າມະນຸດ ຫຼອກລວງຍິງສາວປາກິດສະຖານ ຖືກຈັບກຸມທີ່ເມືອງລະຮໍ ປາກິດສະຖານ
ແຟ້ມພາບ ແກ້ງຄ້າມະນຸດ ຫຼອກລວງຍິງສາວປາກິດສະຖານ ຖືກຈັບກຸມທີ່ເມືອງລະຮໍ ປາກິດສະຖານ

ເຖິງແມ່ນວ່າ ເຈົ້າໜ້າທີ່ສືບສວນ-ສອບສວນ ຈະທຳລາຍແກ້ງຄ້າມະນຸດ ແລະ ຈັບກຸມຜູ້ຮ່ວມຂະບວນການ ທັ້ງຊາວຈີນ ແລະ ຊາວປາກິດສະຖານ ໄດ້ຫຼາຍສິບຄົນ ແຕ່ການກວາດລ້າງໃຫ້ໝົດສິ້ນໄປນັ້ນ ເຮັດໄດ້ຍາກ ເນື່ອງຈາກເຄືອຂ່າຍໃນນະຄອນລະຮໍ ແຄວ້ນປັນຈາບ ມີມາດົນຫຼາຍປີແລ້ວ ແລະ ມີຕຳຫຼວດທຸຈະລິດຄໍລັບເຊິນ ລວມທັງລູກຊາຍອະກີດນາຍຕຳຫຼວດໃຫຍ່ ເປັນແກນຫຼັກສຳຄັນ ເຮັດໃຫ້ຍັງມີຂະບວນການຊື້ເຈົ້າສາວ ແລະ ຂາຍເປັນທາດທາງເພດ ຢູ່ຈົນເຖິງທຸກມື້ນີ້.