ພັອ ໄກສອນ ແກ້ວມະນີ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ ເສີນ ຈີ້ເຜີງ ຮອງອຳນວຍການ ວິທະຍາຄານຕຳຫຼວດທາງລົດໄຟ ສປ ຈີນ ໃນວັນທີ 17 ມິຖຸນາ 2019 ເພື່ອປືກສາຫາລືວຽກງານປ້ອງກັນໂຄງ ການກໍ່ສ້າງເສັ້ນທາງລົດໄຟ ໃຫ້ຮັບປະກັນຄວາມສະຫງົບ ແລະ ປອດໄພ.

ໃນການພົບປະຄັ້ງນີ້, ພັອ ໄກສອນ ແກ້ວມະນີ ໄດ້ລາຍງານສະພາບການປ້ອງກັນຂອງກໍາລັງຕໍາຫຼວດວິຊາສະ ເພາະ, ເຊິ່ງແຕ່ລະຈຸດຂອງການກໍ່ສ້າງແມ່ນມີຄວາມສະຫງົບ, ມີຄວາມປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍເປັນຢ່າງດີ. ປະຊາຊົນບັນດາເຜົ່າທີ່ອາໃສຢູ່ບັນດາແຂວງທີ່ມີທາງລົດໄຟຜ່ານສ່ວນຫຼາຍແມ່ນມີຄວາມ ເຂົ້າໃຈ ແລະ ເຫັນດີເປັນເອກະພາບນຳພັກ-ລັດຖະບານໃນການກໍ່ສ້າງ, ໃຫ້ການສະໜັບສະໜູນຮ່ວມມືກັບບໍລິສັດ ແລະ ກໍາລັງເຈົ້າໜ້າທີ່ປ້ອງກັນ. ພ້ອມດຽວກັນນັ້ນ, ຍັງເປັນເຈົ້າການໃນການຮັກສາຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມເປັນຢ່າງດີ.

ສຳລັບຈຸດປ້ອງກັນໃນເຂດການກໍ່ສ້າງທັງໝົດມີ 40 ຈຸດ ແລະ ໃຊ້ກໍາລັງປ້ອງກັນທັງໝົດ 458 ສະຫາຍ ໃນແຕ່ ລະຈຸດມີກໍາລັງ 10-15 ສະຫາຍ; ໃນນັ້ນ, ນະຄອນຫຼວງວຽງຈັນ ມີ 5 ຈຸດ, ແຂວງວຽງຈັນມີ 10 ຈຸດ, ແຂວງຫຼວງພະບາງມີ 8 ຈຸດ, ແຂວງອຸດົມໄຊມີ 13 ຈຸດ ແລະ ແຂວງຫຼວງນໍ້່າທາ ມີ 4 ຈຸດ ໂດຍໄດ້ມີການຈັດຕັ້ງກໍາລັງອອກກວດກາລາດຕະເວນຕາມຂອບເຂດຄວາມຮັບຜິດຊອບຕະຫຼອດ 24 ຊົ່ວໂມງ.

ຢ່າງໃດກໍຕາມ, ແຕ່ກໍປັດສະຈາກບໍ່ໄດ້ປະກົດການຫຍໍ້ທໍ້ເລັກໆນ້ອຍໆທີ່ເກີດຂຶ້ນໃນແຕ່ລະຈຸດຢູ່ຂອບເຂດການກໍ່ສ້າງ ເປັນຕົ້ນແມ່ນລັກເຫຼັກເສດ, ສາຍໄຟ ແລະ ອຸປະກອນການກໍ່ສ້າງທີ່ປະໄວ້ຕາມແລວທາງການກໍ່ສ້າງ ແລະ ມີບັນຫາກຳມະກອນປະທ້ວງ ຍ້ອນບໍລິສັດບໍ່ຈ່າຍເງິນແຮງງານຕາມສັນຍາ, ເຊິ່ງບັນຫາເຫຼົ່ານີ້ໄດ້ຮັບການແກ້ໄຂ ແລະ ເຫັນວ່າປັດຈຸບັນມີຄວາມສະຫງົບປອດໄພແລ້ວ.

ທ່ານ ເສີນ ຈີ້ເຜີງ ຮອງອຳນວຍການວິທະຍາຄານຕຳຫຼວດທາງລົດໄຟ ສປ ຈີນ ໄດ້ສະແດງຄວາມຊົມເຊີຍຕໍ່ກໍາລັງປ້ອງກັນຄວາມສະຫງົບ ສປປ ລາວ ທີ່ປະຕິບັດໜ້າທີ່ປ້ອງກັນເວນຍາມ ສາມາດຮັບປະກັນໄດ້ຄວາມສະ ຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍດີ. ຈົ່ງສືບຕໍ່ຊີ້ນໍາໃຫ້ກໍາລັງປ້ອງກັນຄວາມສະຫງົບຢູ່ແຕ່ລະຈຸດປ້ອງ ກັນເວນຍາມດ້ວຍຄວາມຮັບຜິດຊອບສູງ ເພື່ອຮັບປະກັນຄວາມປອດໄພ ແລະ ສິ່ງຂອງອັນໃດຕົກເຮ່ຍເສຍ ຫາຍ.