ຄະນະຜູ້ແທນ ປກສ ແຂວງວຽງຈັນ ເດີນທາງໄປຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນຢູ່ ກອງບັນຊາການຕຳຫຼວດ ແຂວງຮ່າຍເຢືອງ ສສ ຫວຽດນາມ
ຄະນະຜູ້ແທນ ປກສ ແຂວງວຽງຈັນ ເດີນທາງໄປຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນຢູ່ ກອງບັນຊາການຕຳຫຼວດ ແຂວງຮ່າຍເຢືອງ ສສ ຫວຽດນາມ

ໃນອາທິດຜ່ານມາ, ຄະນະຜູ້ແທນ ກອງບັນຊາການ ປກສ ແຂວງວຽງຈັນ ສປປ ລາວ ນຳໂດຍ ພົຈວ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນຢູ່ ກອງບັນຊາການຕຳຫຼວດ ແຂວງຮ່າຍເຢືອງ ສສ ຫວຽດນາມ ໃຫ້ກຽດຕ້ອນຮັບໂດຍ ພັທ ເຈີ່ນດີງດືກ ຮອງຫົວໜ້າກອງບັນຊາການຕຳຫຼວດ ແຂວງຮ່າຍເຢືອງ ພ້ອມຄະນະ ພ້ອມທັງມີພະນັກງານ-ນັກຮົບ ເຂົ້າຮ່ວມ.

ການໄປຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນກັບ ກອງບັນຊາການຕຳຫຼວດ ແຂວງຮ່າຍເຢືອງ ຄັ້ງນີ້ ຄະນະຜູ້ແທນຕຳຫຼວດ ແຂວງວຽງຈັນ ໄດ້ເຂົ້າຢ້ຽມຢາມຖາມຂ່າວຢູ່ທີ່ ກອງບັນຊາການຕຳຫຼວດ ແຂວງຮ່າຍເຢືອງ ດ້ວຍຄວາມສາມັກຄີຮັກແພງແບບພິເສດ.

ຄະນະຜູ້ແທນຕຳຫຼວດ ແຂວງວຽງຈັນ ໄດ້ເຂົ້າຢ້ຽມຢາມຖາມຂ່າວຢູ່ທີ່ ກອງບັນຊາການຕຳຫຼວດ ແຂວງຮ່າຍເຢືອງ ດ້ວຍຄວາມສາມັກຄີຮັກແພງແບບພິເສດ
ຄະນະຜູ້ແທນຕຳຫຼວດ ແຂວງວຽງຈັນ ໄດ້ເຂົ້າຢ້ຽມຢາມຖາມຂ່າວຢູ່ທີ່ ກອງບັນຊາການຕຳຫຼວດ ແຂວງຮ່າຍເຢືອງ ດ້ວຍຄວາມສາມັກຄີຮັກແພງແບບພິເສດ

ຈາກນັ້ນ, ຄະນະຜູ້ແທນ ໄດ້ເຂົ້າຂໍ່ານັບ ສະຫາຍ ຫງຽນແມ່ງຫ່ຽນ ກຳມະການຄະນະບໍລິຫານງານພັກຄອມມູນິດ ຫວຽດນາມ ເລຂາທິການຄະນະກຳມະການພັກ ແຂວງຮ່າຍເຢືອງ ເຊິ່ງທ່ານໄດ້ສະແດງຄວາມຊົມເຊີຍ, ຕ້ອນຮັບດ້ວຍຄວາມອົບອຸ່ນ ແລະ ດ້ວຍຄວາມສະໜິດສະໜົມ ພ້ອມທັງຕີລາຄາສູງຕໍ່ການມາຢ້ຽມຢາມພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ດ້ວຍຄວາມສາມັກຄີຮັກແພງແບບພິເສດ ລະຫວ່າງ ແຂວງຮ່າຍເຢືອງ ກັບ ແຂວງວຽງຈັນ ເວົ້າລວມ, ເວົ້າສະເພາະແມ່ນ ກອງບັນຊາການຕຳຫຼວດ ແຂວງຮ່າຍເຢືອງ ກັບ ກອງບັນຊາການ ປກສ ແຂວງວຽງຈັນ.

ຄະນະຜູ້ແທນ ໄດ້ເຂົ້າຂໍ່ານັບ ສະຫາຍ ຫງຽນແມ່ງຫ່ຽນ ກຳມະການຄະນະບໍລິຫານງານພັກຄອມມູນິດ ຫວຽດນາມ ເລຂາທິການຄະນະກຳມະການພັກ ແຂວງຮ່າຍເຢືອງ
ຄະນະຜູ້ແທນ ໄດ້ເຂົ້າຂໍ່ານັບ ສະຫາຍ ຫງຽນແມ່ງຫ່ຽນ ກຳມະການຄະນະບໍລິຫານງານພັກຄອມມູນິດ ຫວຽດນາມ ເລຂາທິການຄະນະກຳມະການພັກ ແຂວງຮ່າຍເຢືອງ

ຄະນະຜູ້ແທນທັງສອງຝ່າຍ ໄດ້ພົບປະແລກປ່ຽນບົດຮຽນນຳກັນ ໃນຫຼາຍດ້ານ ເຊັ່ນ: ການຈັດຕັ້ງຂອງສອງກອງບັນຊາການ, ສະພາບຄວາມບໍ່ສະຫງົບທາງດ້ານການເມືອງ ແລະ ວຽກງານຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ເປັນຕົ້ນແມ່ນ:

ກ່ຽວກັບ ການປ້ອງກັນສະກັດກັ້ນ ແລະ ຕ້ານອາຊະຍາກຳ, ບັນຫາຢາເສບຕິດ, ອຸບັດຕິເຫດ, ຂະບວນການປຸກລະດົມປວງຊົນ ເຂົ້າຮ່ວມວຽກງານປ້ອງກັນຄວາມສະຫງົບ, ວຽກງານກໍ່ສ້າງພັກກໍ່ສ້າງພະນັກງານໃນກຳລັງ, ວຽກງານພະລາທິການ, ເຕັກນິກ ແລະ ວຽກງານອື່ນໆ ທີ່ສ້າງຄວາມບໍ່ສະຫງົບທາງດ້ານການເມືອງ, ຄວາມບໍ່ເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ເພື່ອຊອກຫາວິທີປັບປຸງ ແລະ ແກ້ໄຂໃຫ້ທັນການ ເພື່ອເຮັດໃຫ້ ແຂວງຮ່າຍເຢືອງ ແລະ ແຂວງວຽງຈັນ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີ ແລະ ເສດຖະກິດມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ.

ພ້ອມນັ້ນ, ຄະນະຜູ້ແທນທັງສອງຝ່າຍ ຍັງໄດ້ເຊັນບົດບັນທຶກຊ່ວຍຈຳຮ່ວມກັນ ແລະ ກອງບັນຊາການຕຳຫຼວດ ແຂວງຮ່າຍເຢືອງ ໄດ້ມອບຄອມພິວເຕີໂນດບຸກ ຈຳນວນ 5 ຊຸດ ໃຫ້ ກອງບັນຊາການ ປກສ ແຂວງວຽງຈັນ ເພື່ອນຳໃຊ້ເຂົ້າໃນວຽກງານວິຊາສະເພາະ.

ຄະນະຜູ້ແທນທັງສອງຝ່າຍ ໄດ້ເຊັນບົດບັນທຶກຊ່ວຍຈຳຮ່ວມກັນ
ຄະນະຜູ້ແທນທັງສອງຝ່າຍ ໄດ້ເຊັນບົດບັນທຶກຊ່ວຍຈຳຮ່ວມກັນ

ການໄປຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນກັບ ກອງບັນຊາການ ປກສ ແຂວງ ຮ່າຍເຢືອງ ຄັ້ງນີ້, ຄະນະຜູ້ແທນທັງສອງຝ່າຍ ໄດ້ທ່ຽວຊົມສະຖານທີ່ສຳຄັນຂອງ ແຂວງຮ່າຍເຢືອງ ແລະ ກໍໄດ້ເດີນທາງໄປ ນະຄອນຫຼວງຮ່າໂນ້ຍ ທ່ຽວຊົມສະຖານທີ່ສຳຄັນ ເຊັ່ນ: ເຮືອນຂອງ ທ່ານ ໂຮ່ຈິມິນ ແລະ ບ່ອນເຮັດວຽກຂອງທ່ານ; ຈາກນັ້ນ, ຄະນະຜູ້ແທນ ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ເດີນທາງກັບປະເທດ ດ້ວຍຄວາມສະຫວັດດີພາບ.