ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງ ເຈົ້າເມືອງໆແກ່ນທ້າວ (ຜູ້ເກົ່າ) ແລະ ວ່າການເຈົ້າເມືອງໆແກ່ນທ້າວ
ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງ ເຈົ້າເມືອງໆແກ່ນທ້າວ (ຜູ້ເກົ່າ) ແລະ ວ່າການເຈົ້າເມືອງໆແກ່ນທ້າວ

ໃນວັນທີ 18 ມິຖຸນາ 2019, ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງ ເຈົ້າເມືອງໆແກ່ນທ້າວ (ຜູ້ເກົ່າ) ແລະ ວ່າການເຈົ້າເມືອງໆແກ່ນທ້າວ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ, ພ້ອມທັງມີ ຫົວໜ້າ, ຮອງຫົວໜ້າຫ້ອງການ, ເລຂາພັກບ້ານ-ນາຍບ້ານ ອ້ອມຂ້າງເມືອງ ເຂົ້າຮ່ວມ.

ທ່ານ ຄໍາພຽນ ປັນຍາວົງ ຮອງຫົວໜ້າຄະນະຈັດຕັ້ງ ແຂວງໄຊຍະບູລີ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ທ່ານເຈົ້າແຂວງ ວ່າດ້ວຍ ການໂຍກຍ້າຍພະນັກງານໄປຮັບໜ້າທີ່ໃໝ່, ໂດຍໂຍກຍ້າຍ ທ່ານ ສໍາລານ ສຸວັນນະໂຊດ ກໍາມະການພັກ ແຂວງ, ເລຂາພັກ ເມືອງ, ເຈົ້າເມືອງໆແກ່ນທ້າວ ໄປຮັບໜ້າທີ່ໃໝ່ຢູ່ ພະແນກການເງິນ ແຂວງ ແລະ ຜ່ານມະຕິຂອງ ຄະນະປະຈໍາສະພາປະຊາຊົນ ແຂວງ ວ່າດ້ວຍ ການພິຈາລະນາຮັບຮອງເອົາການແຕ່ງຕັ້ງບຸກຄະລາກອນ ແຂວງໄຊຍະບູລີ, ໂດຍເຫັນດີຮັບຮອງເອົາການແຕ່ງຕັ້ງ ທ່ານ ອໍາຄາ ລັດສະໝີ ຮອງເຈົ້າເມືອງໆແກ່ນທ້າວ ຂຶ້ນເປັນ ວ່າການເຈົ້າເມືອງໆແກ່ນທ້າວ.

ໂອກາດດັ່ງກ່າວ ທ່ານ ສໍາລານ ສຸວັນນະໂຊດ ເຈົ້າເມືອງໆແກ່ນທ້າວ (ຜູ້ເກົ່າ) ໄດ້ຂຶ້ນຜ່ານບົດບັນທຶກການມອບ-ຮັບໜ້າທີ່ ວ່າ:

ຕະຫຼອດໄລຍະທີ່ໄດ້ຮັບການມອບໝາຍໜ້າທີ່ຕໍາແໜ່ງ ເຈົ້າເມືອງ ຜ່ານມານັ້ນ ແມ່ນໄດ້ເອົາໃຈໃສ່ການພັດທະນາວຽກງານຮອບດ້ານຂອງເມືອງ, ໄດ້ຮັບຜົນສໍາເລັດໃນຫຼາຍດ້ານ, ໂດຍສະເພາະແມ່ນ ວຽກງານເສດຖະກິດ-ສັງຄົມ ແມ່ນມີຄວາມໝັ້ນທ່ຽງ ແລະ ຂະຫຍາຍຕົວຕໍ່ເນື່ອງ ໃນລະດັບ 8,7% ຕໍ່ປີ, ລວມຍອດລາຍຮັບພາຍໃນບັນລຸ 1.040,87 ຕື້ກີບ ແລະ ລາຍໄດ້ສະເລ່ຍຕໍ່ຫົວຄົນບັນລຸໄດ້ 24,52 ລ້ານກີບ ຫຼື ເທົ່າກັບ 2.885 ໂດລາສະຫະລັດ.

ທ່ານຍັງໄດ້ກ່າວຕື່ມອີກ ວ່າ:

ສໍາລັບທິດທາງໃນຕໍ່ໜ້າແມ່ນ ໃຫ້ ວ່າການເຈົ້າເມືອງ ຜູ້ໃໝ່ ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ, ພັດທະນາເສດຖະກິດຂອງເມືອງ ໃຫ້ມີຄວາມກ້າວໜ້າ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສຸມໃສ່ຍົກສູງຄຸນນະພາບດ້ານການສຶກສາ, ຂະຫຍາຍຕາໜ່າງສາທາລະນະສຸກ, ສົ່ງເສີມວັດທະນະທໍາອັນດີງາມຂອງຊາດ ກໍຄື ຂອງທ້ອງຖິ່ນທີ່ເປັນເອກະລັກໄວ້ໃຫ້ຍືນຍົງ.

ມີ ຫົວໜ້າ, ຮອງຫົວໜ້າຫ້ອງການ, ເລຂາພັກບ້ານ-ນາຍບ້ານ ອ້ອມຂ້າງເມືອງ ເຂົ້າຮ່ວມ
ມີ ຫົວໜ້າ, ຮອງຫົວໜ້າຫ້ອງການ, ເລຂາພັກບ້ານ-ນາຍບ້ານ ອ້ອມຂ້າງເມືອງ ເຂົ້າຮ່ວມ

ຈາກນັ້ນ, ພິທີກໍໄດ້ມີການເຊັນມອບ-ຮັບໜ້າທີ່ ຢ່າງເປັນທາງການ ໂດຍມີ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆໄຊຍະບູລີ ແລະ ຜູ້ເຂົ້າຮ່ວມທັງໝົດ ເປັນສັກຂີພະຍານ.

ຕອນທ້າຍຂອງພິທີ, ທ່ານ ພົງສະຫວັນ ສິດທະວົງ ໄດ້ເນັ້ນໃຫ້ ວ່າການເຈົ້າເມືອງ ຄົນໃໝ່ ຈົ່ງສືບຕໍ່ຮັກສາຄວາມສາມັກຄີພາຍໃນ, ພາຍນອກໃຫ້ເປັນປຶກແຜ່ນ, ສືບຕໍ່ສ້າງສາພັດທະນາທ້ອງຖິ່ນຂອງຕົນ ໃຫ້ກ້າວໄປສູ່ຄວາມສີວິໄລເທື່ອລະກ້າວ, ສືບຕໍ່ສົ່ງເສີມປະຊາຊົນສ້າງເສດຖະກິດຄອບຄົວ ໃຫ້ເປັນຂະບວນ ດ້ວຍການປູກ-ການລ້ຽງ ແລະອື່ນໆ ຕາມເງື່ອນໄຂຄວາມອາດສາມາດ ແລະ ທ່າແຮງບົ່ມຊ້ອນຂອງແຕ່ລະຄອບຄົວ.