ປະກົດການເສຍຊີວິດ ຍ້ອນຖືກສັດລ້ຽງ (ໝາ) ກັດ
ປະກົດການເສຍຊີວິດ ຍ້ອນຖືກສັດລ້ຽງ (ໝາ) ກັດ

ພຽງແຕ່ເປັນເວລາອັນສັ້ນ, ນັບແຕ່ໃນເມືອງຈົນຮອດເຂດຊົນນະບົດ ແມ່ນຍັງເກີດມີປະກົດການເສຍຊີວິດ ຍ້ອນຖືກສັດລ້ຽງ (ໝາ) ກັດ ເຊິ່ງປະກົດການທີ່ເກີດຂຶ້ນ ໄດ້ສ້າງຄວາມກັງວົນໃຫ້ກັບປະຊາຊົນໃນທົ່ວປະເທດ, ໂດຍສະເພາະແມ່ນ ບັນດານ້ອງນ້ອຍນັກຮຽນໄດ້ກາຍເປັນເປົ້າໝາຍຫຼັກຂອງໝາວໍ້ ຫຼື ໝາບ້າກັດ ແລະ ຜ່ານມາ ກໍເກີດເຫດການສະຫຼົດໃຈນີ້ຫຼາຍກໍລະນີມາແລ້ວ.

ປະກົດການ ຫຼື ເຫດການໝາກັດຄົນເສຍຊີວິດແມ່ນ ປະກົດມີທຸກໆປີ ແລະ ເບິ່ງອີກຢ່າງໜຶ່ງກໍຄື ຜູ້ຖືກໝາກັດ ກໍຍັງບໍ່ທັນເອົາໃຈໃສ່ໃນການສັກຢາກັນຕິດເຊື້ອວໍ້ ໂດຍເມື່ອຖືກໝາກັດແລ້ວ ກໍບໍ່ສົນໃຈ ຄິດວ່າຈະບໍ່ມີຫຍັງເກີດຂຶ້ນ; ນອກນັ້ນ, ສຳລັບຜູ້ລ້ຽງສັດ ກໍບໍ່ໄດ້ເອົາໃຈໃສ່ສັກຢາກັນພະຍາດທີ່ກ່ຽວຂ້ອງ ໃຫ້ກັບສັດລ້ຽງຂອງຕົນເປັນປົກກະຕິ ເຊິ່ງມັນໄດ້ເຮັດໃຫ້ມີຜົນກະທົບເຖິງຄວາມປອດໄພ ລວມເຖິງຊີວິດຂອງຄົນໃນສັງຄົມ.

ດັ່ງເຫດການທີ່ເກີດຂຶ້ນຫຼ້າສຸດ, ວັນທີ 9 ເມສາ 2019 ມີນ້ອງນັກຮຽນຈຳນວນ 6 ຄົນ ກຳລັງຫຼິ້ນຢູ່ເດີ່ນຂອງໂຮງຮຽນປະຖົມສົມບູນ ເລກ 1 ຕາແສງທິງຮວ່າ ນະຄອນກວາງຫງາຍ ກໍໄດ້ມີໝາຂອງຄອບຄົວ ນາງ ໂຮ່ທິຊັວນ ຢູ່ເຂດດົ້ງຮວ່າ ເຂົ້າມາກັດເດັກນ້ອຍເຫຼົານັ້ນ ທີ່ພວກຮຽນຢູ່ຊັ້ນ ປໍ 1, ປໍ 3, ປໍ 5 ຈົນທັງ 6 ຄົນ ໄດ້ຮັບບາດເຈັບຢູ່ ມື, ແຂນ, ຫຼັງ ແລະ ກົ້ນ.

ເມື່ອເຫັນເຫດການທີ່ເກີດຂຶ້ນ, ອຳນວຍການໂຮງຮຽນ ໄດ້ຈັດການຊ່ວຍເຫຼືອນ້ອງໆນັກຮຽນຢ່າງຮີບດ່ວນ ໂດຍນຳສົ່ງໄປສັກຢາກັນພະຍາດວໍ້ ຢູ່ທີ່ໂຮງໝໍ ແລະ ເມື່ອປະສານຫາເຈົ້າຂອງໝາ ເຊິ່ງແມ່ນ ນາງ ຊັວນ, ຜູ້ກ່ຽວໄດ້ຍອມຮັບຈະຈ່າຍຄ່າປິ່ນປົວ ຫຼື ຄ່າວັກຊີນທີ່ສັກໃຫ້ນ້ອງໆທັງໝົດ. ຈາກນັ້ນ, ເຈົ້າໜ້າທີ່ຕຳຫຼວດ ກໍໄດ້ລົງກວດກາສະຖານທີ່ເກີດເຫດ ແລະ ເຮັດບົດບັນທຶກເຫດການທີ່ເກີດຂຶ້ນ.

ແຕ່ກ່ອນ, ໝາຖືກເບິ່ງວ່າ ເປັນສັດທີ່ຊື່ສັດ ແລະ ໃກ້ຊິດກັບຄົນທີ່ສຸດ, ແຕ່ຫຼາຍປີຜ່ານມານີ້ ໄດ້ເກີດມີຫຼາຍປະກົດການທີ່ເຈັບປວດ ຍ້ອນໝາ, ຫຼາຍກໍລະນີເສຍຊີວິດ ຍ້ອນພິດວໍ້ຈາກໝາກັດ ແລະ ບາງກໍລະນີ ກໍກັດຮອດຄົນທີ່ເປັນເຈົ້າຂອງຈົນເສຍຊີວິດ. ດັ່ງກໍລະນີທີ່ເກີດຂຶ້ນກັບຄອບຄົວ ທ້າວ ຕັວນ ທີ່ຖືກໝາທີ່ຕົນເອງລ້ຽງ ກັດຈົນເສຍຊີວິດ 2 ຄົນ.

ເຫດການນີ້ແມ່ນ ເກີດຂຶ້ນທີ່ຕາແສງຈຸ້ງເຊີ້ນ ແຂວງຮວ່າບິ່ງ ໃນບຸນປີໃໝ່ຫວຽດນາມ ມື້ທີ 2 ເຊິ່ງກົງກັບວັນທີ 6 ກຸມພາ 2019 ຜ່ານມາ, ເຊິ່ງ ທ້າວ ຕັວນ ອາຍຸ 32 ປີ ຖືກໝາທີ່ຕົນລ້ຽງກັດມືຈົນເລືອດອອກ; ຫຼັງຈາກທີ່ກັດຜູ້ກ່ຽວແລ້ວ, ໝາໂຕດັ່ງກ່າວຍັງແລ່ນເຂົ້າໄປທຳຮ້າຍຜູ້ເປັນເມຍ ແລະ ລູກສາວ ຈົນໄດ້ຮັບບາດເຈັບ; ມື້ຕໍ່ມາ ກໍກັດລູກຊາຍຂອງຜູ້ກ່ຽວຕື່ມອີdD

ປະກົດການ ຫຼື ເຫດການໝາກັດຄົນເສຍຊີວິດແມ່ນ ປະກົດມີທຸກໆປີ
ປະກົດການ ຫຼື ເຫດການໝາກັດຄົນເສຍຊີວິດແມ່ນ ປະກົດມີທຸກໆປີ

ສຸດທ້າຍ, ທ້າວ ຕວັນ ໄດ້ຈັບໝາໂຕດັ່ງກ່າວລ່າມໂສ້ໄວ້ ແຕ່ກໍຖືກໝາໂຕດັ່ງກ່າວກັດຊໍ້າເປັນເທື່ອທີ 2 ແລະ ຍ້ອນຄວາມຢາກຮ້າຍ ທ້າວ ຕັວນ ຈຶ່ງຂ້າໝາໂຕດັ່ງກ່າວ. ຈາກນັ້ນ, ແມ່ ທ້າວ ຕັວນ ຈຶ່ງລາກເອົາໝາໄປຝັງ ແຕ່ໂຊກຮ້າຍເລືອດໝານັ້ນ ພັດໄປຖືກແຂນແມ່ ບ່ອນເປັນບາດແຜ.

ເຖິງວ່າ ເຫດການໄດ້ເກີດກັບຄອບຄົວ ຈົນເກືອບໝົດທຸກຄົນຄືແນວນັ້ນ ແຕ່ກໍບໍ່ມີໃຜສົນໃຈ, ຄິດວ່າ ເປັນພຽງໝາມັນດື້ເທົ່ານັ້ນ ບໍ່ຍອມໄປພົບແພດເພື່ອສັກວັກຊີນປ້ອງກັນ; ເມື່ອເວລາຜ່ານໄປປະມານ 2 ເດືອນ ຄື ວັນທີ 31 ມີນາ 2019 ທ້າວ ຕັວນ ມີອາການປ່ວຍແບບຜິດປົກກະຕິ, ຜູ້ກ່ຽວມີອາການຫາຍໃຈຍາກ, ຢ້ານນ້ຳ, ຢ້ານສຽງດັງ ແລະ ມີຄວາມກັງວົນD

ເມື່ອນຳຕົວຜູ້ກ່ຽວໄປພົບແພດທີ່ສຸກສາລາ ທ່ານໝໍໄດ້ສັນນິຖານວ່າ:

ຜູ້ກ່ຽວອາດຕິດເຊື້ອໝາວໍ້; ຈາກນັ້ນ, ໄດ້ນຳສົ່ງຜູ້ກ່ຽວ ເຂົ້າມາປິ່ນປົວທີ່ໂຮງໝໍສູນກາງ ແຕ່ສຸດທ້າຍ ຮອດວັນທີ 2 ເມສາ 2019 ຜູ້ກ່ຽວໄດ້ເສຍຊີວິດຍ້ອນເຊື້ອວໍ້.

( ຕິດຕາມຕອນຕໍ່ໄປ… )