ກອງປະຊຸມສະໄໝສາມັນເທື່ອ ທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ດໍາເນີນມາຮອດວັນທີ20 ມິຖຸນານີ້, ບັນດາສະມາຊິກສະພາແຫ່ງຊາດ ແຕ່ລະເຂດເລືອກຕັ້ງໄດ້ປະກອບຄໍາຄິດເຫັນໃສ່ຮ່າງເນື້້ອໃນກົດໝາຍ ວ່າດ້ວຍເອກະສານດ້ວຍຄວາມຮັບຜິດຊອບສູງ ເພື່ອໃຫ້ເນື້ອໃນຮ່າງກົດໝາຍສະບັບນີ້ສົມບູນກວ່າເກົ່າ ກ່ອນບັນດາສະມາຊິກສະພາແຫ່ງຊາດ ລົງຄະແນນ ສຽງເຫັນດີຮັບຮອງເອົາເປັນສ່ວນຫຼາຍ.

ກອງປະຊຸມສະໄໝສາມັນເທື່ອ ທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII

ຮ່າງກົດໝາຍວ່າດ້ວຍເອກະສານ, ນໍາສະເໜີ ໂດຍທ່ານ ຄໍາໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ, ເຊິ່ງປະກອບມີ 10 ພາກ, 16 ໝວດ ແລະ 100 ມາດຕາ ໂດຍເນື້້ອໃນໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການສ້າງ, ຄຸ້ມຄອງ, ການແນະນໍາໃຊ້, ການຕິດຕາມກວດກາວຽກງານເອກະສານ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານດັ່ງ ກ່າວເປັນລະບົບ, ມີປະສິດທິພາບ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ແນໃສ່ປົກປັກຮັກສາ ແລະ ອະນຸລັກເອກະສານທີ່ມີຄຸນຄ່າທາງປະຫວັດສາດ, ວັດທະນະທໍາ, ສັງຄົມອື່ນໆ ປະກອບເປັນຂໍ້ມູນ-ຂ່າວສານໃນການສຶກສາຄົ້ນຄວ້າ ແລະ ເປັນຫຼັກຖານອ້າງອີງເນື່ອງຈາກວ່າ: ເອກະສານແມ່ນຂໍ້ມູນຂ່າວສານທີ່ສ່ອງແສງເຖິງເຫດການ ແລະ ປະກົດການຕ່າງໆສ້າງຂຶ້ນໃນຂະບວນການເຄື່ອນໄຫວຂອງອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ-ສັງຄົມ, ນິຕິບຸກຄົນອື່ນໆ ເພື່ອເປັນເຄື່ອງມື ແລະ ພາຫະນະໃນການຄຸ້ມຄອງລັດ, ເສດຖະກິດ-ສັງຄົມ ແລະ ຕິດຕໍ່ພົວພັນເຊິ່ງກັນແລະກັນ.

ກອງປະຊຸມສະໄໝສາມັນເທື່ອ ທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII

ທ່ານລັດຖະມົນຕີກະຊວງ ພາຍໃນຍັງກ່າວອີກວ່າ: ເມື່ອກົດໝາຍສະບັບນີ້ ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການແລ້ວຈະເປັນບ່ອນອີງທາງດ້ານນິຕິກໍາ, ສ້າງຄວາມສະດວກໃຫ້ແກ່ບັນດາ ກະຊວງ, ອົງການ ແລະ ອົງການ ປົກຄອງທ້ອງຖິ່ນແຕ່ລະຂັ້ນໃຫ້ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ, ເຫັນໄດ້ຄວາມສໍາຄັນ ແລະ ໃຫ້ການຮ່ວມມືໃນວຽກງານຄຸ້ມຄອງເອກະສານ, ປົກປັກຮັກສາເອກະສານທັງມີສະຕິເຄົາລົບ, ປະຕິບັດກົດໝາຍຢ່າງເຂັ້ມງວດ ພ້ອມດຽວກັນນີ້ ຍັງສາມາດຄຸ້ມຄອງ, ທ້ອນໂຮມເອກະສານທີ່ມີ ຄຸນຄ່າຂອງຊາດຢ່າງເປັນລະບົບ, ປອດໄພ, ຕອບສະໜອງຂໍ້ມູນເອກະສານໃຫ້ແກ່ການຄົ້ນຄວ້າຂອງສັງຄົມຢ່າງທັນເວລາ.

ຜ່ານການຄົ້ນຄວ້າ ແລະ ປະ ກອບຄໍາຄິດເຫັນຂອງບັນດາສະມະຊິກສະພາແຫ່ງຊາດໃສ່ເນື້ອໃນບາງໝວດ ແລະ ມາດຕາຂອງຮ່າງກົດໝາຍສະບັບນີ້. ຈາກນັ້ນ, ຈຶ່ງພ້ອມກັນລົງຄະແນນສຽງເຫັນດີຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍເອກະສານ 99 ສຽງ, ບໍ່ເຫັນດີ 16 ສຽງໃນຈຳນວນ ສສຊ ທີ່ເຂົ້າຮ່ວມ 115 ທ່ານ.