ພົຕ ວັນທອງ ກອງມະນີ ຄະນະປະຈໍາພັກກະຊວງ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຊີ້ນໍາໃຫ້ຄະນະໜ່ວຍພັກຮາກຖານກົມກວດກາ-ກວດການ ເອົາໃຈໃສ່ປັບປຸງກໍ່ສ້າງພັກໃຫ້ໄດ້ທັງດ້ານການເມືອງ-ແນວຄິດ, ດ້ານການຈັດຕັ້ງ ແລະ ດ້ານວິຊາສະ ເພາະ.

ການຊີ້ນໍາຄັ້ງນີ້, ມີຂຶ້ນໃນໂອກາດທີ່ທ່ານໄດ້ເຂົ້າຮ່ວມ ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2018 ໃຫ້ໜ່ວຍພັກຮາກຖານກົມກວດກາ-ກວດການ, ໃນວັນທີ 26 ມິຖຸນາ 2019 ມີເລຂາ-ຮອງເລຂາ, ຄະນະໜ່ວຍພັກຮາກຖານ, ຫົວໜ້າ-ຮອງກົມ, ຄະນະກົມ, ຫົວໜ້າ-ຮອງຫ້ອງ, ພະແນກ, ສະມາ ຊິກພັກເຂົ້າຮ່ວມ.

ພົຕ ວັນທອງ ກອງມະນີ ກ່າວວ່າ: ບັນດາສະຫາຍໃນຄະນະໜ່ວຍ ພັກກົມກວດກາ-ກວດການ ຕ້ອງເອົາໃຈໃສ່ສຶກສາອົບຮົມການເມືອງ- ແນວຄິດໃຫ້ສະມາຊິກພັກ, ພະ ນັກງານ-ນັກຮົບທີ່ຂຶ້ນກັບຄວາມຮັບ ຜິດຊອບຂອງຕົນດ້ວຍຫຼາຍເນື້ອໃນ, ຮູບການ ແລະ ວິທີການທີ່ສອດຄ່ອງກັບແຕ່ລະໄລຍະຖືກ ກັບຈຸດພິເສດ ແລະ ຄວາມຮັບຜິດຊອບຂອງແຕ່ລະສະຫາຍ ເຮັດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບມີຄວາມຕື່ນຕົວທາງດ້ານການ ເມືອງ, ມີຄວາມເປັນເອກະພາບຕໍ່ແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ, ມີຄວາມຕັ້ງຕໍ່ບໍລິສຸດຕໍ່ພັກ, ຕໍ່ການຈັດຕັ້ງ, ມີຄວາມຫ້າວຫັນປະຕິບັດໜ້າທີ່ວຽກງານຕາມການມອບໝາຍ. ຄຽງຄູ່ກັບການສໍາຫຼວດກວດກາ, ການຕໍານິຕິຊົມຕົນເອງ, ຕໍານິເຊິ່ງ ກັນແລະກັນ ເປັນຫຼັກການກໍ່ສ້າງພັກໃຫ້ເຕີບໃຫຍ່ເຂັ້ມແຂງປອດໃສ, ໜັກແໜ້ນຢ່າງແທ້ຈິງ.

ຄຽງຄູ່ກັນນັ້ນ, ຕ້ອງສ້າງສະມາຊິກພັກໃຫ້ມີແນວຄິດຮູ້ເຄົາລົບລະບຽບກົດໝາຍ, ການຈັດຕັ້ງ, ຜູ້ບັງຄັບບັນຊາ, ການໄປ-ມາລາຄອບ, ຮູ້ຈັກການໄຈ້ແຍກເວລາເຮັດວຽກ, ເວລານອກໂມງການ, ການເວົ້າຈາ, ເປັນບຸກຄົນທີ່ມີຄວາມມຸ່ງໝັ້ນ, ຕັ້ງໜ້າເຮັດວຽກງານວິຊາ ສະເພາະຕາມການມອບໝາຍ ດ້ວຍຄວາມຫ້າວຫັນ, ມີຄວາມ ເສຍສະລະສູງ. ການມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ປະຈໍາປີ 2018 ໃຫ້ໜ່ວຍພັກຮາກ ຖານກົມກວດກາ-ກວດການໃນຄັ້ງນີ້, ແມ່ນມອບໂດຍ ພົຕ ວັນທອງ ກອງມະນີ ຮັບໂດຍ ພົຈວ ດວງປີ ດາມະນີວົງ ຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າກົມກວດກາ-ກວດການ.