ອົງການໄອຍະການປະຊາຊົນສູງສຸດ ສປປ ລາວ ແລະ ອົງການໄອຍະການປະຊາຊົນເຂດປົກຄອງຕົນເອງ ເຜົ່າ ຈວ້າງກວາງຊີ ສປ ຈີນ ໄດ້ພົບປະແລກປ່ຽນບົດຮຽນວິຊາສະເພາະ ໃນວັນທີ 26 ມິຖຸນາ 2019, ຝ່າຍລາວນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຝ່າຍ ສປ ຈີນ ນໍາໂດຍ ທ່ານ ເໝິ້ງ ຢ້າວຈຸ່ນ ຮອງຫົວໜ້າອົງການໄອຍະການປະຊາຊົນເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ, ມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ການພົບປະແລກປ່ຽນບົດຮຽນຄັ້ງນີ້, ທັງສອງຝ່າຍໄດ້ແລກປ່ຽນບົດຮຽນກ່ຽວກັບການຮ່ວມມືກັນປະຕິບັດເນື້ອໃນຂອງບົດບັນທຶກຊ່ວຍຈໍາທີ່ຜ່ານມາ. ໂດຍສະເພາະການປືກສາຫາລືການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈໍາ ຂອງອົງການໄອຍະການປະຊາຊົນສູງສຸດ ທັງສອງປະເທດກ່ຽວກັບການຝຶກອົບຮົມໃຫ້ແກ່ພະນັກງານຫຼັກແຫຼ່ງຂອງອົງການໄອຍະການປະຊາຊົນ ສປປ ລາວ ສົກປີ 2019 ທີ່ສະຖາບັນຝຶກອົບຮົມວຽກງານໄອຍະການແຫ່ງ ຊາດ ສປ ຈີນ ສ ຂາກວາງຊີ ໂດຍມີເນື້ອໃນເນັ້ນໃສ່ການກໍ່ສ້າງ-ບຳລຸງພະນັກງານໄອຍະການປະຊາຊົນ ສປປ ລາວ ຢູ່ ສປ ຈີນ ຄື: ຊຸດຝຶກກ່ຽວກັບວຽກງານການດຳເນີນຄະດີແພ່ງ, ຄະດີອາຍາ, ຄະດີຢາເສບຕິດ, ການຄ້າ ມະນຸດ, ການຕ້ານ ແລະ ສໍ້ລາດບັງຫລວງ, ການຟອກເງິນ ແລະ ຄະດີອາຍາອື່ນໆ.

ນອກຈາກນັ້ນ, ຍັງຈະໄດ້ສືບຕໍ່ແລກປ່ຽນບົດຮຽນການຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ, ການແກ້ໄຂຄະດີປົກຄອງ ແລະ ການຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານ; ການສ້າງພະນັກງານນໍາພາ-ຄຸ້ມຄອງຂອງການໄອຍະການປະຊາຊົນຂັ້ນຕ່າງໆ ສ້າງເປັນພະນັກງານສືບທອດປ່ຽນແທນ ແລະ ມີຄວາມຮູ້ຄວາມສາມາດທາງດ້ານວິຊາການ ແລະ ຄ່າໃຊ້ຈ່າຍຕ່າງໆ.