ເລຂາພັກບ້ານຮ່ອງຄ້າ ຈະສືບຕໍ່ນຳພາປະຊາຊົນແກ້ໄຂປະກົດການຫຍໍ້ທໍ້

0
607

ໃນ 5 ປີຕໍ່ໜ້າ, ເລຂາພັກບ້ານຮ່ອງຄ້າຄົນໃໝ່ ຈະສືບຕໍ່ນໍາພາພໍ່-ແມ່ປະຊາຊົນພາຍໃນບ້ານ ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃຫ້ຫຼຸດໜ້ອຍຖອຍລົງ ໂດຍປະຕິບັດຕາມແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຖືເອົາວຽກງານດັ່ງກ່າວເປັນໜ້າທີ່ຂອງທຸກຄົນ ໂດຍມີການຜັດປ່ຽນກັນປ້ອງກັນເວນຍາມ, ຕິດຕາມຈຸດຫຼ່ໍແຫຼມຕ່າງໆ ແລະ ປ້ອງກັນເວນຍາມຢ່າງເຂັ້ມງວດ.

ກອງປະຊຸມສະຫຼຸບການ ເຄື່ອນໄຫວວຽກງານໃນໄລຍະ 5 ປີຜ່ານມາ ຂອງບ້ານຮ່ອງຄ້າ

ໃນກອງປະຊຸມສະຫຼຸບການ ເຄື່ອນໄຫວວຽກງານໃນໄລຍະ 5 ປີຜ່ານມາ ຂອງບ້ານຮ່ອງຄ້າ, ໃນວັນທີ 27 ມີຖຸນາ 2019, ເຂົ້າ ຮ່ວມໂດຍ ທ່ານ ບຸນເຖິງ ສຸວັນນະສີ ຮອງເຈົ້າເມືອງໆຈັນທະບູລີ, ມີບັນດາພໍ່-ແມ່ປະຊາຊົນພາຍໃນ ບ້ານໄດ້ປ່ອນບັດເລືອກຕັ້ງເອົາເລຂາພັກບ້ານຄົນໃໝ່, ເຊິ່ງມີຜູ້ລົງສະໝັກ ທັງໝົດ 3 ສະຫາຍ, ເລືອກເອົາ 1 ສະຫາຍ, ໃນນັ້ນ ເລືອກໄດ້ທ່ານ ບຸນຊູ ຫຼວງດາລາ ເປັນນາຍບ້ານໆຮ່ອງຄ້າຄົນໃໝ່ ເພື່ອສືບຕໍ່ຊີ້ນໍາ-ນໍາພາທິດທາງແຜນການຂອງແຕ່ລະວຽກງານທີ່ວາງໄວ້ໃນ 5 ປີຕໍ່ໜ້າ ໃຫ້ມີຜົນສໍາເລັດ ເປັນຕົ້ນແມ່ນວຽກງານແກ້ໄຂປະກົດການຫຍໍ້ທໍ້ພາຍໃນບ້ານ ເຊິ່ງເລຂາພັກບ້ານຄົນໃໝ່ຈະສືບຕໍ່ນໍາພາ ພໍ່-ແມ່ປະຊາຊົນ ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ຢ່າງຕັ້ງໜ້າ, ປັບປຸງກໍ່ສ້າງກໍາລັງ ປກສ-ປກຊ ບ້ານ ໃຫ້ເຂັ້ມແຂງ, ຄຸ້ມຄອງ ແລະ ສຶກສາອົບຮົມເປົ້າໝາຍໃຫ້ກາຍເປັນ ພົນລະເມືອງດີ, ສູ້ຊົນສ້າງບ້ານໃຫ້ມີຄວາມສະຫງົບ ໂດຍພື້ນຖານ, ເສດຖະກິດ-ສັງຄົມມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຍົກລະດັບຊີວິດການເປັນຂອງປະຊາຊົນໃຫ້ນັບມື້ດີຂຶ້ນ ແລະ ກໍາຈັດທຸກປະ ກົດການຫຍໍ້ທໍ້ໃຫ້ໝົດໄປ.

ກອງປະຊຸມສະຫຼຸບການ ເຄື່ອນໄຫວວຽກງານໃນໄລຍະ 5 ປີຜ່ານມາ ຂອງບ້ານຮ່ອງຄ້າ

ທ່ານ ບຸນຖົມ ຂຸນພິລົມ ເລຂາພັກບ້ານ ນາຍບ້ານບ້ານຮ່ອງຄ້າ ກ່າວວ່າ: ໃນໄລຍະ 5 ປີ ຜ່ານມາ, ອົງການປົກຄອງບ້ານຮ່ອງຄ້າ ໄດ້ຖືເອົາວຽກງານການເມືອງ-ແນວ ຄິດເປັນກົກສອດຫ້ອຍທຸກຂົງເຂດວຽກງານ ໂດຍນໍາເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດ ໝາຍຂອງລັດມາເຜີຍແຜ່ ເຮັດໃຫ້ປະຊາຊົນພາຍໃນບ້ານມີຄວາມສາມັກຄີຕື່ນຕົວເປັນເຈົ້າການປະກອບສ່ວນເຂົ້າຮ່ວມວຽກງານລວມຂອງບ້ານ ເຮັດໃຫ້ພາຍໃນບ້ານມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເປັນກ້າວໆ ບັນດາປະກົດການຫຍໍ້ທໍ້ຕ່າງໆພາຍໃນບ້ານແມ່ນຫຼຸດລົງຢ່າງຈະແຈ້ງ ສະແດງອອກ ຄື: ບ້ານຮ່ອງຄ້າມີປະກົດການຫຍໍ້ທໍ້ ເກີດຂຶ້ນທັງໝົດ 33 ເລື່ອງ, ແກ້ ໄຂໄດ້ 6 ເລື່ອງ, ສຶກສາອົບຮົມກ່າວເຕືອນ ແລະ ເຮັດບົດບັນທຶກສັນຍາ ການປ່ຽນແປງ 4 ຄົນ ຍິງ 1 ຄົນ, ສົ່ງໄປສູນບຳບັດ 4 ຄົນ ຍິງ 1 ຄົນ, ໃນນັ້ນມີຄະດີຂີ້ລັກງັດແງະ 18 ເລື່ອງ, ອາລະວາດຕີກັນ 6 ເລື່ອງ, ມ້າງການມົ້ວສຸມຢາເສບຕິດ 9 ເລື່ອງ, ຂຶ້ນບັນຊີເປົ້າໝາຍຄຸ້ມ ຄອງ-ຕິດຕາມເປົ້າໝາຍຢາເສບຕິດ 18 ຄົນ ຍິງ 4 ຄົນ, ນອກນັ້ນໄດ້ ເອົາໃຈໃສ່ແກ້ໄຂຂໍ້ຂັດແຍງພາຍ ໃນບ້ານໄດ້ 35 ເລື່ອງ, ແກ້ໄຂຂັ້ນ ບ້ານໄດ້ 25 ເລື່ອງ ແລະ ນຳສົ່ງ ຂັ້ນເທິງ 10 ເລື່ອງ ທັງນີ້ ກໍເພື່ອເຮັດໃຫ້ບ້ານດັ່ງກ່າວມີຄວາມສະຫງົບປອດໄພ 100%.