ທະຫານ ແລະ ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ເມັກຊິກ ປະມານ 100 ຄົນ ບຸກຄົ້ນລົດໄຟສິນຄ້າຂະບວນໜຶ່ງ ໃນລັດເຊຍປັສ
ທະຫານ ແລະ ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ເມັກຊິກ ປະມານ 100 ຄົນ ບຸກຄົ້ນລົດໄຟສິນຄ້າຂະບວນໜຶ່ງ ໃນລັດເຊຍປັສ

ຂ່າວຕ່າງປະເທດ ລາຍງານ ໃນວັນທີ 28 ມິຖຸນາ ທີ່ຜ່ານມາ ວ່າ: ທະຫານ ແລະ ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ເມັກຊິກ ປະມານ 100 ຄົນ ບຸກຄົ້ນລົດໄຟສິນຄ້າຂະບວນໜຶ່ງ ໃນລັດເຊຍປັສ ທາງພາກໃຕ້ຂອງປະເທດ ແລະ ຈັບກຸມຕົວຜູ້ອົບພະຍົບເຂົ້າເມືອງ ທີ່ມາຈາກອາເມລິກາກາງ ໄດ້ຫຼາຍສິບຄົນ ຢູ່ເທິງຫຼັງຄາລົດໄຟ.

ໂດຍປົກກະຕິ ເມັກຊິກ ບໍ່ຄ່ອຍໃຊ້ປະຕິບັດການດັ່ງກ່າວ ນັບແຕ່ດຳເນີນການກວາດຈັບຜູ້ອົບພະຍົບ ໃນປີ 2014 ແຕ່ຫຼັງຈາກຖືກກົດດັນຈາກ ລັດຖະບານ ສະຫະລັດອາເມລິກາ ໃຫ້ຫຼຸດຈຳນວນຜູ້ອົບພະຍົບທີ່ເດີນທາງຜ່ານ ເມັກຊິກ ລັດຖະບານຈຶ່ງຕ້ອງນຳມາດຕະການດັ່ງກ່າວມາໃຊ້, ໂດຍ ລັດຖະບານເມັກຊິກ ຖະແຫຼງວ່າ:

ຈະສົ່ງກອງກຳລັງພິທັກປະເທດ ຫຼາຍພັນຄົນ ໄປຊ່ວຍເສີມການເຮັດວຽກຂອງ ເຈົ້າໜ້າທີ່ກອງກວດຄົນເຂົ້າເມືອງ.

ລາຍງານລະບຸອີກວ່າ:

ລົດໄຟຂະບວນດັ່ງກ່າວ ອາດມີຜູ້ອົບພະຍົບເຂົ້າເມືອງເຖິງ 400 ຄົນ ແຕ່ກອງກວດຄົນເຂົ້າເມືອງ ເມັກຊິກ ຖະແຫຼງວ່າ ຈັບກຸມຜູ້ອົບພະຍົບໄດ້ 40 ຄົນ ໂດຍຄາດວ່າ ຫຼາຍຮ້ອຍຄົນຫຼົບໜີໄປໄດ້; ຂະນະດຽວກັນ, ໃນລັດເາຣາກຣູສ ມີລາຍງານການຈັບກຸມຕົວຜູ້ອົບພະຍົບເຂົ້າເມືອງ ໄດ້ຫຼາຍກວ່າ 450 ຄົນ ຈາກປະຕິບັດການຫຼາຍຄັ້ງ.