6 ເດືອນຕົ້ນປີ 2019, ທົ່ວປະເທດ ມີຄະດີທາງດ້ານເສດຖະກິດເກີດຂຶ້ນ 199 ເລື່ອງ, ຄະດີທີ່ຍັງຄ້າງມາ 122 ເລື່ອງ ລວມທັງໝົດ 321 ເລື່ອງ, ແກ້ໄຂສໍາເລັດ 175 ເລື່ອງ ແລະ ຍັງສືບຕໍ່ 146 ເລື່ອງ, ມູນຄ່າຄວາມເສຍ ຫາຍ 176.637.152.455 ກີບ, ເງິນບາດ 5.115.980.424 ບາດ, ເງິນໂດລາ 79.238.817 ໂດລາ, ເງິນດົງ 510.354.581 ດົງ ແລະ ເງິນຢວນ 682.640 ຢວນ, ສາມາດກັກຕົວຜູ້ກະທໍາຜິດໄດ້ 101 ຄົນ ຍິງ 27 ຄົນ.

ກອງປະຊຸມສະຫຼຸບການເຄື່ອນໄຫວຊີ້ນໍາ-ນໍາພາວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2019 ຂອງກົມຕໍາຫຼວດເສດຖະກິດ ກົມ ໃຫຍ່ຕໍາຫຼວດ ກະຊວງ ປກສ ໃນວັນທີ 5 ກໍລະກົດຜ່ານມາ ໂດຍການເປັນປະທານຂອງ ພັອ ຄໍາແກ້ວ ມະໂນລາ ຫົວໜ້າກົມຕໍາຫຼວດເສດຖະກິດ, ມີຄະນະກົມ, ແຂກຮັບເຊີນ ແລະ ພະນັກງານ-ນັກຮົບ ອ້ອມຂ້າງເຂົ້າຮ່ວມ.

ພັທ ບຸນຖິ່ນ ແກ້ວມົນລັດຊີ ຮອງຫົວໜ້າກົມຕໍາຫຼວດເສດຖະກິດ ກ່າວວ່າ: 6 ເດືອນຜ່ານມາ ທົ່ວປະເທດມີຄໍາຮ້ອງເກີດຂຶ້ນໃໝ່ 336 ເລື່ອງ, ຄໍາຮ້ອງທີ່ຍັງຄ້າງມາ 547 ເລື່ອງ, ລວມທັງໝົດ 883 ເລື່ອງ, ແກ້ໄຂສໍາເລັດ 332 ເລື່ອງ; ມີຄະດີທາງດ້ານເສດຖະກິດເກີດຂຶ້ນ 199 ເລື່ອງ, ຄະດີທີ່ຍັງຄ້າງມາ 122 ເລື່ອງ ລວມທັງໝົດ 321 ເລື່ອງ, ແກ້ໄຂສໍາເລັດ 175 ເລື່ອງ ແລະ ຍັງສືບຕໍ່ແກ້ໄຂ 146 ເລື່ອງ; ໃນນີ້, ມີຄະດີສໍ້ໂກງຊັບຂອງພົນລະເມືອງ 114 ເລື່ອງ, ຍັກຍອກຊັບຂອງພົນລະເມືອງ 34 ເລື່ອງ, ປອມແປງເອກະສານ 20 ເລື່ອງ, ຍັກຍອກຊັບຂອງລັດ-ຂອງລວມໝູ່ 11 ເລື່ອງ, ສໍ້ໂກງຊັບຂອງລັດ 5 ເລື່ອງ, ນໍາໃຊ້ແຊັກບໍ່ຖືກຕ້ອງ 15 ເລື່ອງ, ໃຊ້ເງິນປອມ 9 ເລື່ອງ, ໃຊ້ບັດເອທີເອັມປອມ 3 ເລື່ອງ, ໃຊ້ເອກະສານປອມ 8 ເລື່ອງ, ສໍ້ລາດບັງຫຼວງ 10 ເລື່ອງ, ບໍ່ປະຕິບັດຄໍາຕັດສິນຂອງສານ 6 ເລື່ອງ, ປອມແປງກາປະທັບ 12 ເລື່ອງ, ທວງເອົາເງິນຄ່າກູ້ຢືມຄືນ 17 ເລື່ອງ, ລະເມີດພາສີ 36 ເລື່ອງ, ຊື້-ຂາຍສັດປ່າຫວງຫ້າມ 10 ເລື່ອງ, ຫຼິ້ນການພະນັນ 11 ເລື່ອງ.

ຈາກຄະດີດັ່ງກ່າວ, ເຈົ້າໜ້າທີ່ຕຳຫຼວດ ສາມາດກັກຕົວຜູ້ກະທໍາຜິດໄດ້ 101 ຄົນ ຍິງ 27 ຄົນ, ຢຶດຂອງກາງໄດ້ ໄມ້ຂະຍຸງ 20.207 ແມັດກ້ອນ, ໄມ້ດູ່ 1.025 ແມັດກ້ອນ ກັບ 36 ຕັບ, ໄມ້ປະດົງ 14.934 ແມັດກ້ອນ, ໄມ້ແຕ້ 5.451 ແມັດກ້ອນ, ໄມ້ແຄນ 0,902 ແມັດກ້ອນ, ໄມ້ຍາງ 1.075 ແມັດກ້ອນ, ໄມ້ແປຮູບ 8.187 ແມັດ
ກ້ອນ, ໄມ້ແດງ 0,3 ແມັດກ້ອນ, ໄມ້ຄໍາພີ 5.257 ກິໂລກຼາມ, ໄມ່ໝາກຂາມແພບ 142 ແຜ່ນ, ເງິນປອມ 59.900.000 ກີບ, ເງິນບາດປອມ 30.000 ບາດ, ເງິນໂດລາປອມ 15.605 ໂດລາ, ໃບຕາດິນ 5 ໃບ, ລົດໃຫຍ່ 10 ຄັນ, ລົດຈັກ 2 ຄັນ, ປະເພດແຮ່ທາດ 3,5 ໂຕນ, ຮາດດິດກ້ອງວົງຈອນປິດ 3 ເຄື່ອງ, ຮາດດິດຄອມພິວເຕີ 21 ເຄື່ອງ ແລະ ຈໍຄອມພິວເຕີ 16 ເຄື່ອງ.