ກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ໜ່ວຍຊາວໜຸ່ມ ຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ( 509 ) ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 2 ກໍລະກົດ 2019, ເປັນປະທານໂດຍ ພັຕ ຄໍາໄມ່ ພັນກ້າ ເລຂາໜ່ວຍຊາວໜຸ່ມ, ເຂົ້າຮ່ວມມີ ພັທ ສົມເພັດ ປັນແກ້ວ ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ທັງເປັນ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ມີ ຄະນະບໍລິຫານງານຊາວໜຸ່ມ ກອງບັນຊາການ, ຄະນະໜ່ວຍຊາວໜຸ່ມ, ແຂກຮັບເຊີນ ແລະ ສະມາຊິກຊາວໜຸ່ມ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ຕີລາຄາ ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນຖອດຖອນໄດ້ ໃນການຊີ້ນຳ – ນຳພາ ແລະ ຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ III; ເຊິ່ງຕະຫຼອດໄລຍະ 3 ປີຜ່ານມາ, ຄະນະໜ່ວຍຊາວໜຸ່ມ ຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ເອົາໃຈໃສ່ເຮັດວຽກງານວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ, ປະຕິວຽກງານວິຊາສະເພາະ ຕິດພັນກັບ ການປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງ ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ວາງອອກ ແລະ ສາມາດເຮັດສໍາເລັດໜ້າທີ່ ຕາມການມອບໝາຍ.

ກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ໜ່ວຍຊາວໜຸ່ມ ຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ( 509 ) ກອງບັນຊາການ ປກສ ແຂວງໄຊຍະບູລີ
ກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ໜ່ວຍຊາວໜຸ່ມ ຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ( 509 ) ກອງບັນຊາການ ປກສ ແຂວງໄຊຍະບູລີ

ຄຽງຄູ່ກັນນັ້ນ, ຍັງໄດ້ສຸມໃສ່ວຽກງານວິຊາສະເພາະ ເປັນເສນາທິການໃຫ້ແກ່ ຄະນະຫ້ອງຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ບັນດາທິດທາງແຜນການທີ່ ຄະນະພັກຫ້ອງ ວາງອອກ ໃນແຕ່ລະໄລຍະ, ໂດຍສະເພາະແມ່ນ ການຫັນເອົາພະນັກງານ ລົງກໍ່ສ້າງຮາກຖານການເມືອງ ພ້ອມທັງໄດ້ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຊຸກຍູ້ ຢ່າງເປັນປົກກະຕິ.

ນອກຈາກນີ້, ຍັງໄດ້ປະສານສົມທົບກັບ ຂະແໜງການທີ່ກ່ຽວຂ້ອງ ຄົ້ນຄວ້າແກ້ໄຂ ຈໍານວນພົນທີ່ໂຍກຍ້າຍ ມາບໍ່ຖືກຕ້ອງ 81 ຄອບຄົວ, ມີ 370 ຄົນ ຍິງ 210 ຄົນ, ໄດ້ຝຶກອົບຮົມໄລຍະສັ້ນ ວຽກງານ ປກສ ບໍລິການປະຊາຊົນ ແລະ ປກສ ບ້ານ ຢູ່ເມືອງໄຊຍະບູລີ ສໍາເລັດ, ມີຈໍານວນພົນເຂົ້າຮ່ວມ 115 ສະຫາຍ ຍິງ 13 ສະຫາຍ, ອອກບັດປະຈໍາຕົວ ໄດ້ທັງໝົດ 35.900 ກວ່າບັດ; ພ້ອມນີ້, ຍັງໄດ້ເອົາໃຈໃສ່ຄົ້ນຄວ້າ ແລະ ສ້າງ ແຜນຄຸ້ມຄອງ ວຽກງານອາຊີບ-ພາຫະນະພິເສດ ໃຫ້ເໝາະສົມກັບ ສະພາບຄວາມເປັນຈິງຂອງສັງຄົມ.

ປ່ອນບັດເລືອກຕັ້ງເອົາ ຄະນະໜ່ວຍຊາວໜຸ່ມ ຊຸດໃໝ່
ປ່ອນບັດເລືອກຕັ້ງເອົາ ຄະນະໜ່ວຍຊາວໜຸ່ມ ຊຸດໃໝ່

ໃນຕອນທ້າຍ, ກອງປະຊຸມ ຍັງໄດ້ປ່ອນບັດເລືອກຕັ້ງເອົາ ຄະນະໜ່ວຍຊາວໜຸ່ມ ຊຸດໃໝ່ ເຊິ່ງມີຜູ້ຮັບສະໝັກເລືອກຕັ້ງ ຈຳນວນ 5 ສະຫາຍ, ເລືອກເອົາ 3 ສະຫາຍ; ກອງປະຊຸມ ໄດ້ເປັນເອກະສັນເລືອກເອົາ ສະຫາຍ ຮອ ສູທອນ ພົນລະກຸນ ເປັນ ເລຂາ, ສະຫາຍ ຮອ ນາງ ແສງວິວອນ ພິມກັນຍາ ເປັນ ຮອງເລຂາ ແລະ ສະຫາຍ ຮທ ແຫຼມ ປັນຍາ ເປັນ ຄະນະ.