ກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍພັກບ້ານຮ່ອງໄກ່ແກ້ວເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 4 ກໍລະກົດ 2019 ເຂົ້າຮ່ວມໂດຍ ທ່ານ ນາງ ບົວລອນ ວົງດາລາ ແສນ ເລຂາພັກເມືອງ ເຈົ້າເມືອງໆຈັນທະບູລີ, ມີເລຂາໜ່ວຍພັກ, ຄະນະຈຈັດຕັ້ງເມືອງ, ຄະນະໜ່ວຍພັກ, ແຂກຮັບເຊີນ ແລະ ສະມາຊິກພັກບ້ານ ເຂົ້າຮ່ວມ.

ກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍພັກບ້ານຮ່ອງໄກ່ແກ້ວ

ທ່ານ ວິໄລ ວົງໄຊ ເລຂາໜ່ວຍ ພັກບ້ານຮ່ອງໄກ່ແກ້ວ ກ່າວວ່າ: ໄລຍະຜ່ານມາ ຄະນະໜ່ວຍພັກບ້ານຮ່ອງໄກ່ແກ້ວ ໄດ້ເອົາໃຈໃສ່ ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກທີ່ຂຶ້ນກັບ ແລະ ພໍ່-ແມ່ປະຊາຊົນພາຍໃນບ້ານຢ່າງເປັນປົກກະຕິ ດ້ວຍຫຼາຍຮູບການ, ຫຼາຍວິທີການ, ຕິດພັນກັບ ການຈັດຕັ້ງຜັນຂະຫຍາຍມະຕິ, ຄໍາສັ່ງຂອງຂັ້ນເທິງ ໃນການເຊື່ອມຊຶມບັນດາເອກະສານ, ມະຕິ, ຄໍາສັ່ງ ແລະ ກົດລະບຽບຕ່າງໆຂອງ ພັກ-ລັດ ເຫັນໄດ້ວ່າ ສະມາຊິກພັກທຸກສະຫາຍ ມີແນວຄິດອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ; ພ້ອມທັງນໍາພາພໍ່-ແມ່ປະຊາຊົນພາຍໃນບ້ານ ປະກອບສ່ວນເຂົ້າໃນວຽກງານຕ່າງໆ ໂດຍສະເພາະແມ່ນການສົ່ງເສີມການຜະລິດເປັນສິນຄ້າ, ການບໍລິການ ຫຼື ຕາມສາຂາອາຊີບຂອງປະຊາຊົນ ເຮັດໃຫ້ປະຊາຊົນພາຍໃນບ້ານມີຊີວິດການເປັນຢູ່ດີຂຶ້ນ. ນອກນັ້ນ, ຍັງໄດ້ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປຸກລະດົມໃຫ້ພໍ່-ແມ່ປະຊາຊົນ ປະກອບສ່ວນເຂົ້າໃນວຽກງານດັ່ງກ່າວ ຢ່າງຈິງຈັງ ຕິດພັນກັບຂະບວນການ ແກ້ໄຂ 3 ຫຼຸດ 3 ເພີ່ມ ແລະ 3 ຂະບວນການຢ່າງມີຈຸດສຸມສາມາດແກ້ໄຂປະກົດການຫຍໍ້ທໍ້ໄດ້ທັງ ໝົດ 22 ເລື່ອງ ສົ່ງໃຫ້ຂັ້ນເທິງດໍາເນີນຄະດີ 3 ເລື່ອງ, ຜ່ານການຈັດຕັ້ງປະຕິບັດ ໄດ້ຮັບຫຼຽນໄຊແຮງງານຊັ້ນ II ຈໍານວນ 2 ສະຫາຍ, ຊັ້ນ III ຈໍານວນ 2 ສະຫາຍ, ຫຼຽນການແຮງງານ 15 ສະຫາຍ ແລະ ສ້າງມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກໄດ້ຈໍາ ນວນໜຶ່ງ.

ກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍພັກບ້ານຮ່ອງໄກ່ແກ້ວ

ທິດທາງແຜນການໃນຕໍ່ໜ້າ ຄະນະໜ່ວຍພັກ ຈະສືບຕໍ່ເອົາໃຈ ໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພໍ່-ແມ່ປະຊາຊົນ, ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງເຮັດສໍາເລັດໜ້າທີ່-ທີ່ການຈັດຕັ້ງມອບໝາຍໃຫ້, ສ້າງພະນັກງານສະມາຊິກພັກ ເປັນແບບຢ່າງທີ່ດີຕໍ່ມະ ຫາຊົນຕໍ່ສັງຄົມ ເພື່ອສ້າງພັກໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ. ສືບຕໍ່ປັບປຸງໜ່ວຍພັກ, ຍົກລະດັບຄວາມຮູ້-ຄວາມສາມາດໃນ ດ້ານການນໍາພາຂອງຄະນະໜ່ວຍພັກນໍາໃຊ້ເຂົ້າໃນວຽກງານພັກ ໃຫ້ນັບມື້ມີປະສິດທິຜົນຂຶ້ນ.

ຈາກນັ້ນ, ກອງປະຊຸມໄດ້ຜ່ານຂໍ້ຕົກລົງຂອງຄະນະປະຈໍາພັກ ເມືອງຈັນທະບູລີ ສະບັບເລກທີ 522/ຄພ.ຈລ ລົງວັນທີ 3 ກໍລະກົດ 2019 ວ່າດ້ວຍການບົ່ງຕົວ ແຕ່ງຕັ້ງຄະນະໜ່ວຍພັກບ້ານຮ່ອງ ໄກ່ແກ້ວ; ໃນນັ້ນ ໄດ້ບົ່ງຕົວແຕ່ງ ຕັ້ງ ສະຫາຍ ວິໄລ ວົງໄຊ ເປັນເລ ຂາໜ່ວຍພັກ, ສະຫາຍ ຄໍາ ທອງວັນ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ລາຕັນ ຄໍາແສນໂຄດ ເປັນຄະນະ.