ທ່ານ ປອ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ເຮັດວຽກຂອງອົງການລິເລີ່ມເພື່ອການພັດທະ ນາ ( INTOSAI DEVELOP -MENT INITIATIVE ( IDI ) ຈາກປະເທດນໍເວ ເຊິ່ງນຳໂດຍ ທ່ານ ນາງ ອີລິນາ ສະເປລນໂກວາສກິ ຫົວໜ້າຄຸ້ມຄອງໂຄງການອົງການ IDI ພ້ອມດ້ວຍຄະນະ ເຊິ່ງເປັນການມາເຄື່ອນໄຫວຕາມແຜນການຮ່ວມມືກິດຈະກຳຂອງອົງການລິເລີ່ມ ເພື່ອການພັດທະນາ ປີ 2019 ໃນຕອນເຊົ້າຂອງວັນ ທີ 8 ກໍລະກົດ 2019 ທີ່ອົງການກວດສອບແຫ່ງລັດ.

ການມາຢ້ຽມຢາມ, ພົບປະ ແລະ ເຮັດວຽກໃນຄັ້ງນີ້ ແມ່ນການມາເຄື່ອນໄຫວວຽກງານການທົບທວນການປະຕິບັດວຽກງານອົງການກວດສອບແຫ່ງລັດ ຕາມແຜນງານກິດຈະກຳຂອງອົງການລິ ເລີ່ມເພື່ອການພັດທະນາ ເພື່ອໃຫ້ການສະໜັບສະໜູນການຝຶກອົບຮົມ ແລະ ແລກປ່ຽນຄວາມຮູ້ດ້ານວິຊາການ ໃນການປະເມີນການຈັດຕັ້ງປະຕິບັດວຽກ ງານໃນໄລຍະຜ່ານມາ ແລະ ກຳນົດທິດທາງແຜນການໃນຕໍ່ໜ້າ.

ທ່ານ ປອ ນາງ ວຽງທອງ ສີພັນດອນ ກ່າວວ່າ: ການມາເຮັດວຽກຂອງອົງການລິເລີ່ມເພື່ອການພັດທະນາ ກັບອົງການກວດສອບແຫ່ງລັດ ສປປ ລາວ ແມ່ນສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ, ໄວ້ວາງໃຈ ແລະ ໃຫ້ການສະໜັບສະໜູນ ອົງການກວດສອບແຫ່ງລັດ ສປປ ລາວ ເພື່ອຍົກລະດັບຂີດຄວາມສາມາດຂອງອົງການກວດສອບແຫ່ງລັດ ກໍຄືການ ພັດທະນາວຽກງານດ້ານບຸກຄະລາກອນ, ວຽກງານກວດສອບແຫ່ງລັດ, ວຽກງານສະຖາບັນຝຶກອົບຮົມໃຫ້ນັບມື້ນັບເຂັ້ມ ແຂງ ແລະ ຫັນເປັນມືອາຊີບເທື່ອລະກ້າວ.

ນອກຈາກນັ້ນ, ທັງສອງຄະນະຍັງ ໄດ້ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ ເພື່ອສືບຕໍ່ການສະໜັບສະ ໜູນອົງການກວດສອບແຫ່ງລັດ ໃນດ້ານ ອື່ນໆ ແລະ ເປັນການພັດທະນາວຽກ ງານກວດສອບໃນຕໍ່ໜ້າ.