ຄົນຍ່າງຢູ່ຕາມທ້ອງຖະໜົນ ໃນທົ່ວປະເທດ ຍັງມີຄວາມສ່ຽງສູງທີ່ຈະຖືກລົດຕໍາ ເຖິງຂັ້ນໄດ້ຮັບບາດເຈັບ ແລະ ເສຍຊີວິດ, ໃນ 6 ເດືອນຕົ້ນປີ 2019 ມີອຸບັດຕິເຫດລົດຕໍາຄົນຍ່າງ ທັງໝົດ 209 ຄັ້ງ ມີຄົນເສຍຊີວິດທັງ ໝົດ 41 ຄົນ. ໃນນີ້ ເກີດຈາກລົດຈັກຕໍາຄົນຍ່າງ ເສຍຊີວິດ 21 ຄົນ ແລະ ລົດຍົນຕໍາຄົນຍ່າງ ເສຍຊີວິດ 20 ຄົນ.

ເຈົ້າໜ້າທີ່ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໃຫ້ຮູ້ວ່າ: ສປປ ລາວ ໄດ້ກໍານົດເອົາກໍ້າຂວາເປັນທິດການສັນຈອນໃນການນໍາໃຊ້ລົດ-ໃຊ້ຖະໜົນ ແລະ ສໍາລັບຄົນ ຍ່າງແຄມຖະໜົນກໍານົດກໍ້າຊ້າຍ; ເຊິ່ງກ່ອນໜ້ານັ້ນ ກໍໄດ້ກໍານົດເອົາກໍ້າຂວາເປັນທິດດຽວການສັນຈອນ ຕໍ່ຜູ້ຍ່າງແຄມຖະໜົນ. ຈາກບັນຫາດັ່ງກ່າວ ບໍ່ສອດຄ່ອງກັບສະພາບການສັນຈອນໃນປັດຈຸບັນ ຍ້ອນມີອຸບັດຕິເຫດເກີດຂຶ້ນກັບຄົນຍ່າງຕາມແຄມຖະໜົນ ລົດມາ ຕໍາທາງຫຼັງ ເປັນສາເຫດພາໃຫ້ເສຍຊີວິດເປັນຈໍານວນຫຼວງຫຼາຍ ແລະ ຕາມການເປີດເຜີຍຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນເຫັນວ່າ: ການຍ່າງກໍ້າຂວາທິດດຽວກັນກັບການສັນຈອນ ມີຄວາມສ່ຽງສູງ ເພາະບໍ່ສາມາດເບິ່ງເຫັນ ແລະ ຫຼົບຫຼີກລົດທີ່ສວນທາງມາ ກໍລະນີລົດທີ່ຈະມາຕໍາໄດ້. ແຕ່ໃນທາງກົງກັນຂ້າມ ການຍ່າງກໍ້າຊ້າຍຈະມີຄວາມປອດໄພ ຫຼາຍກວ່າ ເພາະເຮົາຈະເຫັນລົດຊັດເຈນ ກໍລະນີຈະເກີດອຸບັດຕິເຫດ ສາມາດເອົາຕົວຫຼົບຫຼີກໄດ້, ເຊິ່ງໃນກໍລະນີເກີດອຸບັດຕິເຫດລົດຕໍາຄົນຍ່າງ ສ່ວນຫຼາຍແມ່ນຍ່າງຢູ່ຕາມແຄມທາງ, ບ່ອນ ບໍ່ມີໄຟສ່ອງສະຫວ່າງ, ຍ່າງຕັດໜ້າລົດ, ຂ້າມທາງບ່ອນບໍ່ມີຄວາມປອດໄພ, ຄຽງຄູ່ກັນນີ້ ຜູ້ຂັບຂີ່ຍັງຂາດຄວາມລະມັດລະວັງ ແລະອື່ນໆ.

ສໍາລັບຢູ່ນະຄອນຫຼວງວຽງຈັນ ມີອຸບັດຕິເຫດຕໍາຄົນຍ່າງເກີດຂຶ້ນ 17 ຄັ້ງ. ໃນນີ້, ເກີດຈາກລົດຍົນຕໍາຄົນຍ່າງ ມີ 9 ຄັ້ງ, ມີຄົນໄດ້ຮັບບາດເຈັບເລັກໜ້ອຍ 1 ຄົນ ສົມຄວນ 6 ຄົນ, ສາຫັດ 4 ຄົນ ແລະ ເສຍຊີວິດ 6 ຄົນ. ເຊິ່ງໃນວັນທີ 26 ມິຖຸນາ 2019 ເວລາ 8:29 ໂມງ ລົດໃຫຍ່ຕໍາຄົນຍ່າງຢູ່ເສັ້ນ ທາງ 450 ປີ ບ້ານສະພັງເມິກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຮັດ ໃຫ້ມີຄົນເສຍຊີວິດ 1 ຄົນ ແລະ ຕໍ່ມາວັນທີ 4 ກໍລະກົດ 2019 ໄດ້ເກີດ ເຫດລົດຕໍາຄົນຍ່າງ ຢູ່ບ້ານດອນໜູນ 2 ຄັ້ງ ຄື: ເວລາປະມານ 10:00 ໂມງ ລົດໃຫຍ່ຕໍາເດັກນ້ອຍຍ່າງ ( ຜູ້ຂັບ ລົດໃຫຍ່ເອົາຕົວຫຼົບໜີ ) ແລະ ໃນເວລາໃກ້ຄຽງກັນ ລົດສາມລໍ້ຕໍາຄົນຍ່າງ ເປັນຊາຍ ອາຍຸ 48 ປີ, ທັງສອງກໍລະນີໄດ້ຮັບບາດເຈັບສົມຄວນ.

ໃນກົດໝາຍວ່າດ້ວຍຈະລາຈອນ ທາງບົກ ມາດຕາ 10 ( ໃໝ່ ) ລະບຽບການສໍາລັບຄົນຍ່າງ ລະບຸໄວ້ວ່າ: ການຍ່າງຕາມທາງ ແລະ ຍ່າງຂ້າມທາງໃນຕົວເມືອງ ແລະ ເທດສະບານ ໃຫ້ປະ ຕິບັດດັ່ງນີ້; ໃຫ້ຍ່າງໄປຕາມທາງທີ່ໄດ້ ກໍານົດໄວ້ສໍາລັບໃຫ້ຄົນຍ່າງ, ຖ້າຫາກ ບໍ່ມີທາງສໍາລັບໃຫ້ຄົນຍ່າງກໍໃຫ້ຍ່າງລຽບຕາມແຄມທາງເບື້ອງຊ້າຍ ເພື່ອໃຫ້ສາມາດແນມເຫັນລົດທີ່ແລ່ນມາ ຫາຕົນ, ຖ້າຫາກມີຫຼາຍຄົນຍ່າງນໍາກັນ ໃຫ້ຍ່າງຕາມຫຼັງກັນເປັນແຖວດຽວ ແລະ ແນບເຂົ້າແຄມທາງ ຍົກເວັ້ນການສວນສະໜາມ, ຂະບວນທາງການຂະບວນພິທີທາງສາສະໜາ ສົ່ງສະການ ຫຼື ຂະບວນການຍ່າງອື່ນໆທີ່ໄດ້ຮັບອະນຸຍາດ, ໃຫ້ຂ້າມຕາມທາງມ້າລາຍ, ບ່ອນທີ່ມີສັນຍານໄຟ, ຂົວຂ້າມທາງ, ອຸມົງ ຫຼື ບ່ອນທີ່ກໍານົດໄວ້ ( ຖ້າມີ ) ຫາກບໍ່ມີບ່ອນທີ່ກໍານົດໄວ້ ໃຫ້ຍ່າງ ຂ້າມທາງບ່ອນທີ່ເຫັນວ່າ ມີຄວາມປອດໄພ ແລະ ທຸກຄົນມີໜ້າທີ່ຊ່ວຍເຫືອຜູ້ເຖົ້າ, ເດັກນ້ອຍ, ຄົນພິການ ແລະ ຜູ້ທີ່ບໍ່ສາມາດຊ່ວຍເຫຼືອຕົນເອງໄດ້ໃນ ເວລາຂ້າມທາງ.

ການປະຕິບັດກົດລະບຽບຈະລາຈອນໃນທຸກກໍລະນີ ກ່ອນອື່ນໝົດ ຜູ້ຂັບຂີ່ຄວນມີສະຕິລະວັງຕົວສູງ ບໍ່ຝ່າຝືນຂໍ້ຫ້າມ, ຂໍ້ກໍານົດກົດລະບຽບໃດໆ ທີ່ວາງອອກ ທີ່ນໍາໄປສູ່ການເກີດອຸບັດຕິເຫດ; ສໍາລັບການຍ່າງ ກໍຄວນປະຕິບັດຕາມກົດລະບຽບທີ່ວາງໄວ້ເຊັ່ນກັນ, ຜູ້ຂັບຂີ່ລົດ ຖ້າພົບເຫັນຄົນກໍາລັງຂ້າມທາງ ກໍຄວນຢຸດປ່ອຍສິດໃຫ້ຜູ້ຂ້າມ ແລະ ຜູ້ກໍາລັງຈະຂ້າມທາງຕ້ອງເບິ່ງ ຊ້າຍ-ຂວາ ເຫັນວ່າມີຄວາມປອດໄພ ແລ້ວຈຶ່ງໄປ, ຕໍ່ບັນຫາດັ່ງກ່າວ ຖ້າມາ ເບິ່ງສະພາບຕົວຈິງໃນປັດຈຸບັນເຫັນວ່າຍັງຖືເບົາ.