ໄອເດຍເດັດ! ພຽງແຕ່ມີ “ ພຼາສຕິກ ” ເດັກອິນເດຍ ກໍໄດ້ເຂົ້າໂຮງຮຽນແລ້ວ

0
1831

ໂຮງຮຽນອິນເດຍ ໄອເດຍເດັດ ໃຫ້ນັກຮຽນ ” ຈ່າຍຄ່າຮຽນດ້ວຍຂີ້ເຫຍື້ອພຼາສຕິກ ” ເພື່ອຊ່ວຍຫຼຸດການຈູດຂີ້ເຫຍື້ອ, ປູກຈິດສຳນຶກ ແລະ ສ້າງທັກສະອາຊີບ – ເສີມລາຍໄດ້ ປ່ຽນເມືອງໄປຕະຫຼອດການ.

ໂຮງຮຽນ ອັກຊາ ຟໍຣຳ ໃນລັດອັດສຳຂອງອິນເດຍ ມີວິທີການແກ້ບັນຫາມົນລະພິດ ທີ່ເກີດຈາກ ຂີ້ເຫຍື້ອພຼາສຕິກ ໂດຍການໃຫ້ນັກຮຽນຈ່າຍຄ່າຮໍ່າຮຽນ ດ້ວຍການນຳ ຂີ້ເຫຍື້ອພຼາສຕິກແບບໃຊ້ຄັ້ງດຽວຖິ້ມ ຈາກບ້ານ ມາໃຫ້ທາງໂຮງຮຽນ ຢ່າງໜ້ອຍ 25 ອັນຕໍ່ອາທິດ.

ນັກກຮຽນ " ຈ່າຍຄ່າຮຽນດ້ວຍຂີ້ເຫຍື້ອພຼາສຕິກ " ເພື່ອຊ່ວຍຫຼຸດການຈູດຂີ້ເຫຍື້ອ
ນັກກຮຽນ ” ຈ່າຍຄ່າຮຽນດ້ວຍຂີ້ເຫຍື້ອພຼາສຕິກ ” ເພື່ອຊ່ວຍຫຼຸດການຈູດຂີ້ເຫຍື້ອ

ໂດຍໂຄງການນີ້ ເກີດຂຶ້ນຫຼັງຈາກທີ່ ຜູ້ຮ່ວມກໍ່ຕັ້ງໂຮງຮຽນ ຮູ້ວ່າ:

ມີການຈູດ ຂີ້ເຫຍື້ອພຼາສຕິກ ທີ່ບ້ານເຮືອນຂອງນັກຮຽນ ເພື່ອສ້າງຄວາມອົບອຸ່ນໃນລະດູໜາວ ຈຶ່ງເຮັດໃຫ້ເກີດຝຸ່ນຄວັນໄປທົ່ວ ລວມເຖິງໃນຫ້ອງຮຽນ ແລະ ມີສານພິດອັນຕະລາຍຕໍ່ສຸຂະພາບ.

ຊີວັດນັກຮຽນໃນ ໂຮງຮຽນ ອັກຊາ ຟໍຣຳ ໃນລັດອັດສຳຂອງອິນເດຍ
ຊີວັດນັກຮຽນໃນ ໂຮງຮຽນ ອັກຊາ ຟໍຣຳ ໃນລັດອັດສຳຂອງອິນເດຍ

ທ່ານ ປາມິຕາ ຊາມາ ຜູ້ຮ່ວມກໍ່ຕັ້ງ ໂຮງຮຽນ ອັກຊາ ຟໍຣຳ ກ່າວວ່າ:

” ເຮົາຕັດສິນໃຈເກັບ ພຼາສຕິກ ຈາກນັກຮຽນ ເພາະວ່າ ນັ້ນເປັນບັນຫາທີ່ເກີດຂຶ້ນຕອນນີ້, ເຮົາໄດ້ຍິນນັກຮຽນບອກວ່າ ພວກເຂົາຈູດ ພຼາສຕິກ ເກືອບທຸກມື້ ໃນໄລຍະລະດູໜາວ, ນັກຮຽນຕ້ອງມາຢູ່ໃກ້ໆກອງໄຟ ເພື່ອຮັບຄວາມອົບອຸ່ນ, ເຮົາກໍເລີຍເຮັດເປັນຂໍ້ບັງຄັບ. “

ໂຮງຮຽນ ໄດ້ມີໂຄງການໃຫ້ນັກຮຽນ ເຮັດສິ່ງກໍ່ສ້າງຈາກ Eco-Brick ຂຶ້ນມາ ດ້ວຍການນຳເສດຂີ້ເຫຍື້ອ ຍັດເຂົ້າໄປໃນກະຕຸກພຼາສຕິກ ໂດຍທາງໂຮງຮຽນມີແຜນສ້າງ ທາງຍ່າງເຊື່ອມຕໍ່ ຈາກຂີ້ເຫຍື້ອພຼາສຕິກນີ້.

” ນັກຮຽນມີຄວາມເອົາໃຈໃສ່, ຕອນນີ້ ພວກເຂົາຮູ້ແລ້ວວ່າ ພຼາສຕິກບໍ່ດີຕໍ່ສຸຂະພາບ, ການຈູດພຼາສຕິກເປັນສິ່ງບໍ່ດີ, ພວກເຂົາເວົ້າກັບພໍ່-ແມ່ ກ່ຽວກັບ ຜົນເສຍຕ່າງໆ ແລະ ພໍ່-ແມ່ກໍເລີ່ມເຂົ້າໃຈ ” ທ່ານ ປາມິຕາ ກ່າວ.

ໂສມໜ້າຂອງຄູ່ຮັກ ທີ່ເປັນຜູ້ອອກແບບແນວຄິດ ໂຮງຮຽນເພື່ອສິ່ງແວດລ້ອມແຫ່ງນີ້
ໂສມໜ້າຂອງຄູ່ຮັກ ທີ່ເປັນຜູ້ອອກແບບແນວຄິດ ໂຮງຮຽນເພື່ອສິ່ງແວດລ້ອມແຫ່ງນີ້

ໂຮງຮຽນ ອັກຊາ ຟໍຣຳ ເປັນໂຮງຮຽນທີ່ດຳເນີນການຮຽນ-ການສອນ ໂດຍປະສົມປະສານການສຶກສາແບບທົ່ວໄປ ກັບ ການຝຶກອາຊີບ ເພື່ອໃຫ້ນັກຮຽນໄດ້ຮັບຄວາມຮູ້ຄົບຖ້ວນ ເຊັ່ນວ່າ: ການຕິດຕັ້ງແຜງໂຊລາເຊວ ໃກ້ນັກຮຽນທົດລອງເປັນຄູ, ຮຽນຮູ້ເຕັກໂນໂລຊີ, ການອະນຸລັກສິ່ງແວດລ້ອມ, ການເຮັດກິດຈະກຳພົນລະເມືອງເບິ່ງແຍງຊຸມຊົນ, ການເຮັດທຸລະກິດສ້າງລາຍໄດ້ ໄປຈົນເຖິງການເຮັດວົງຈອນໄຟຟ້າ ເຊິ່ງໂຮງຮຽນນີ້ເປັນແນວຄິດຂອງຄູ່ຮັກຄູ່ໜຶ່ງ ທີ່ໃຊ້ຊີວິດໃນລັດອັດສຳ.

ເດັກດ້ອຍໂອກາດຈຳນວນຫຼາຍ ຕ້ອງອອກຮຽນກາງທາງ ເພື່ອມາຫາເງິນ, ແຕ່ໂຮງຮຽນແຫ່ງນີ້ ຫາທາງໃຫ້ພວກເຂົາຫາເງິນໄດ້ ພ້ອມກັບໄດ້ຮຽນໄປນຳ ຢ່າງເຊັ່ນ ການທີ່ໂຮງຮຽນຈ້າງ ນັກຮຽນທີ່ໃຫຍ່ກວ່າ ເປັນລາຍຊົ່ວໂມງ ໃຫ້ສອນ ນັກຮຽນທີ່ໜ້ອຍກວ່າ ເປັນຕົ້ນ.

ນອກຈາກນັ້ນ, ຫຼັກສູດຝຶກອາຊີບຂອງທາງໂຮງຮຽນ ກໍມີສ່ວນຊ່ວຍໃຫ້ນັກຮຽນ ມີທັກສະໃນງານດ້ານຕ່າງໆ.

ໂຄງການໃຫ້ນັກຮຽນ ເຮັດສິ່ງກໍ່ສ້າງຈາກ Eco-Brick ຂຶ້ນມາ ດ້ວຍການນຳເສດຂີ້ເຫຍື້ອ ຍັດເຂົ້າໄປໃນກະຕຸກພຼາສຕິກ
ໂຄງການໃຫ້ນັກຮຽນ ເຮັດສິ່ງກໍ່ສ້າງຈາກ Eco-Brick ຂຶ້ນມາ ດ້ວຍການນຳເສດຂີ້ເຫຍື້ອ ຍັດເຂົ້າໄປໃນກະຕຸກພຼາສຕິກ

ທ່ານ ປາມິຕາ ກ່າວວ່າ:

ເຮົາຫວັງວ່າ ພວກເຂົາຈະມີທັກສະຫຼາຍພໍ ທີ່ຈະຢືນດ້ວຍລຳແຂ່ງຂອງຕົນເອງໄດ້, ເຮົາກຳລັງພະຍາຍາມພັດທະນາແບບຈຳລອງ ເຊິ່ງເຮົາເລີ່ມຈາກການໃຫ້ການສຶກສາ ໄປຈົນເຖິງ ການຈ້າງງານ.

ໄລຍະທຳອິດ ມີເດັກມາຮຽນທີ່ນີ້ 20 ຄົນ ແຕ່ປັດຈຸບັນ ມີນັກຮຽນຫຼາຍກວ່າ 100 ຄົນ ຮຽນໃນເຮືອນໄມ້ໄຝ່. ທັ້ງນີ້, ຄູ່ຮັກຄູ່ນີ້ ຫວັງວ່າ ຈະນຳແບບຈຳລອງນີ້ ໄປເຮັດໃຫ້ພື້ນທີ່ອື່ນໆທົ່ວອິນເດຍ ອີກດ້ວຍ.

ປັດຈຸບັນ ມີນັກຮຽນຫຼາຍກວ່າ 100 ຄົນ ຮຽນໃນເຮືອນໄມ້ໄຝ່
ປັດຈຸບັນ ມີນັກຮຽນຫຼາຍກວ່າ 100 ຄົນ ຮຽນໃນເຮືອນໄມ້ໄຝ່