ເມືອງຈັນທະບູລີ, ເມືອງໄຊທານີ ແລະ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກໍາປ່ອຍປາຄືນສູ່ທໍາມະຊາດ ເພື່ອເປັນການຂໍ່ານັບຮັບຕ້ອນວັນປ່ອຍປາແຫ່ງຊາດ (13 ກໍລະກົດ) ໃນ ວັນທີ 11-12 ກໍລະກົດ 2019, ເຊິ່ງແຕ່ລະເມືອງນໍາພາໂດຍ ທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງໆຈັນທະບູລີ ທ່ານ ຈັນທະ ລາ ອິນທະລັງສີ ເຈົ້າເມືອງໄຊທານີ ແລະ ທ່ານ ພຸດຖະພອນ ໂຄດປັນຍາ ຮອງເຈົ້າເມືອງ ໄຊເສດຖາ, ມີຫົວ ໜ້າຫ້ອງການກະສິກໍາເມືອງ, ອໍານາດການປົກຄອງບ້ານ ແລະ ພໍ່-ແມ່ປະຊາຊົນ ເຂົ້າຮ່ວມ.

ທ່ານ ທອງຄູນ ທໍາມະວົງສາ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຈັນທະບູລີ ກ່າວວ່າ: ເນື່ອງໃນວັນປ່ອຍປາແຫ່ງຊາດ ກໍຄືວັນທີ 13 ກໍລະກົດ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຈຶ່ງລະດົມທຶນນໍາບັນດາບ້ານ, ຫ້າງຮ້ານ, ສະມາຄົມຕ່າງໆ ແລະ ນັກທຸລະກິດ, ຊາວຄ້າຂາຍ ພາຍໃນເມືອງ ເພື່ອຊື້ລູກປານິນມາປ່ອຍຄືນທໍາມະຊາດຢູ່ທີ່ບຶງສົ້ນຂົວບ້ານບໍ່ນາງົວ ລວມທັງໝົດຈໍານວນ 15.000 ໂຕ, ເຊິ່ງຂະບວນການປ່ອຍປາຂອງເມືອງຈັນ ທະບູລີ ແມ່ນເລີ່ມປ່ອຍປາມາ ແຕ່ປີ 2000 ເປັນຕົ້ນມາມາເຖິງ ປັດຈຸບັນລວມທັງໝົດທີ່ປ່ອຍໄປໃນຄັ້ງນີ້ ຈໍານວນ 285.000 ໂຕ; ໃນນີ້, ປານິນ 159.000 ໂຕ, ປາປາກ 63.000 ໂຕ ແລະ ປາໄນ 63.000 ໂຕ.

ທ່ານ ທອງສຸກ ບົວລີຂັນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໄຊທານີ ກ່າວວ່າ: ປີນີ້ ເມືອງໄຊທານີ ໄດ້ປ່ອຍລວມທັງ ໝົດ 50.000 ໂຕ, ເຊິ່ງໃນໄລຍະຜ່ານມາ, ເມືອງໄຊທານີ ໄດ້ເລີ່ມປ່ອຍປາມາແລ້ວ ແຕ່ປີ 2011. ມາເຖິງປັດຈຸບັນ, ສາມາດປ່ອຍປາຄືນທໍາມະຊາດ ໄດ້ທັງໝົດ 751.000 ໂຕ ໂດຍໝູນ ໄປແຕ່ລະຈຸດຂອງບ້ານຕ່າງໆທີ່ມີໜອງ ຫຼື ບຶງ, ສະເພາະມື້ນີ້ແມ່ນໄດ້ຈັດກິດຈະກໍາປ່ອຍປາຄືນສູ່ທໍາມະຊາດຢູ່ທີ່ບ້ານຂຸດສາມບາດ.

ທ່ານ ທອງສະຫວັນ ບົວພາ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໄຊເສດຖາ ກ່າວວ່າ: ການສ້າງກິດຈະກໍາປ່ອຍປາຂອງເມືອງໄຊເສດຖາ ແມ່ນເລີມແຕ່ປີ 1995 ເຖິງປັດຈຸບັນສາມາດປ່ອຍປາໄດ້ 553.055 ໂຕ, ສະ ເພາະປີ 2019 ຈະປ່ອຍປາໃຫ້ໄດ້ຕື່ມອີກ 30.000 ໂຕ ຢູ່ບ້ານຮ່ອງສຸພາບ; ໃນນີ້, ມີປານິນ 10.000 ໂຕ, ປາ ໃນ 5.000 ໂຕ ແລະ ປາປາກ 15.000 ໂຕ.