ໃນວັນທີ 9 ກໍລະກົດ 2019, ທ່ານ ຄຳກອງອຸເທນ ແກ້ວມະໂນ ຜູ້ຊ່ວຍປະທານອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍທີມງານ ໄດ້ລົງມາພົບປະຢ້ຽມຢາມ ຄ້າຍຄຸມຂັງ – ດັດສ້າງ ປກສ ແຂວງຫຼວງນໍ້າທາ, ຕ້ອນຮັບໂດຍ ພັທ ຫຸມພັນ ເຮືອງວົງສາ ຫົວໜ້າຄ້າຍຄຸມຂັງ – ດັດສ້າງ ພ້ອມດ້ວຍຄະນະ.

ພັທ ຫຸມພັນ ເຮືອງວົງສາ ຫົວໜ້າຄ້າຍຄຸມຂັງ – ດັດສ້າງ ໄດ້ຂຶ້ນຜ່ານບົດລາຍງານ ໃນການປະຕິບັດໜ້າທີ່ວຽກງານຄຸມຂັງ ໃນໄລຍະຜ່ານມາ ວ່າ:

ໃນໄລຍະຜ່ານມາ, ຄ້າຍຄຸມຂັງ – ດັດສ້າງ ປກສ ແຂວງຫຼວງນໍ້າທາ ໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ – ແນວຄິດ ໃຫ້ຖັນແຖວພະນັກງານ – ນັກຮົບພາຍໃນຄ້າຍ, ນຳເອົາບັນດາແນວທາງນະໂຍບາຍຂອງພັກ – ລະບຽບກົດໝາຍຂອງລັດ ເຜີຍແຜ່ໃຫ້ບັນດານັກໂທດ, ຜູ້ຖືກຫາ ແລະ ພາກສ່ວນຖືກດັດສ້າງ ໃຫ້ມີຄວາມເຂົ້າໃຈເລິກເຊິ່ງ, ພາຍຫຼັງເຂົາເຈົ້າໄດ້ປະຕິບັດໂທດອອກໄປແລ້ວໃຫ້ກັບສູ່ຄອບຄົວ ກາຍເປັນຜູ້ທີ່ຫ້າວຫັນ ປະກອບສ່ວນທາງດ້ານເຫື່ອແຮງທຳການຜະລິດຊ່ວຍວຽກຄອບຄົວ ຢ່າງຕັ້ງໜ້າ; ນອກນັ້ນ, ກໍໄດ້ສ້າງເສດຖະກິດຢູ່ພາຍໃນຄ້າຍ ໂດຍການລ້ຽງປາ, ລ້ຽງໝູ ແລະ ປູກຜັກສວນຄົວ ເພື່ອສ້າງລາຍໄດ້ເພີ່ມ ມາພັດທະນາກົມກອງໃຫ້ມີຢູ່ມີກິນ ຕາມຄຳຂວັນທີ່ວ່າ “ເພິ່ງຕົນເອງ ກຸ້ມຕົນເອງ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ“.

ໂອກາດດັ່ງກ່າວ, ພັທ ຫຸມພັນ ເຮືອງວົງສາ ໄດ້ພາທ່ຽວຊົມ ເຂດການຜະລິດຂອງຄ້າຍຄຸມຂັງ ມີທັງສວນຜັກນາໆຊະນິດ, ໜອງລ້ຽງປາ, ຟາມລ້ຽງໝູ, ໂຮງສີເຂົ້າ, ໂຮງເຟີນີເຈີ, ບ່ອນສ້ອມແປງ ແລະ ອັດສີດລົດ, ຫັດຖະກຳ ແລະອື່ນໆ ເຊິ່ງເປັນການປະກອບອາຊີບໃຫ້ ບັນດານັກໂທດ, ຜູ້ຖືກຫາ ແລະ ດັດສ້າງ ໄດ້ອອກແຮງງານ ແລະ ຍັງເຮັດໃຫ້ເຂົາເຈົ້າ ໄດ້ຮັບອະໄພຍະໂທດ ຫຼື ພົ້ນໂທດອອກໄປແລ້ວ ໃຫ້ເປັນພົນລະເມືອງດີຂອງສັງຄົມ.