ພິທີມອບ - ຮັບໜ້າທີ່ ລະຫວ່າງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊຍະບູລີ ຜູ້ເກົ່າ ແລະ ຜູ້ໃໝ່

ພິທີມອບ – ຮັບໜ້າທີ່ ລະຫວ່າງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊຍະບູລີ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນ ໃນວັນທີ 4 ກໍລະກົດ 2019, ໂດຍມີ ຄະນະພັກພະແນກ, ຫົວໜ້າ – ຮອງຫົວໜ້າຂະແໜງ, ພ້ອມດ້ວຍພະນັກງານພາຍໃນພະແນກທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຄໍາຫຼ້າ ຜິວວັນນາ ຫົວໜ້າພະແນກກະສິກກໍາ ແລະ ປ່າໄມ້ ແຂວງໄຊຍະບູລີ ( ຜູ້ເກົ່າ ) ໄດ້ຂຶ້ນຜ່ານບົດສະຫຼຸບ ຜົນງານການນຳພາປະຕິບັດວຽກງານ ນັບແຕ່ໄດ້ຮັບການມອບໝາຍໜ້າທີ່, ຕຳແໜ່ງ ເປັນຫົວໜ້າ ໃນໄລຍະ 4 ປີຜ່ານມາ ຄື:

ທ່ານໄດ້ຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ໃນການຊີ້ນຳ – ນຳພາພັດທະນາວຽກງານຂອງ ຂະແໜງການກະສິກຳ ແລະ ປ່າໄມ້ ໂດຍພັດທະນາຊົນນະບົດ ຕາມ 3 ເສົາຄໍ້າ, 4 ແຜນງານ, 10 ແຜນດໍາເນີນງານ, ເຊິ່ງຜ່ານການນໍາພາຈັດຕັ້ງປະຕິບັດ ເຫັນວ່າ ມີຜົນສຳເລັດຫຼາຍດ້ານ ໂດຍສະເພາະ ແມ່ນ:

+ ດ້ານການຄຸ້ມຄອງວຽກງານປ່າໄມ້

ແມ່ນ ໄດ້ປະຕິບັດຕາມຄຳສັ່ງ ເລກທີ 15/ນຍ ນັບມື້ມີຄວາມສະຫງົບດີຂຶ້ນ, ປັດຈຸບັນ ອັດຕາການປົກຫຸ້ມຂອງປ່າໄມ້ ເທົ່າກັບ 71% ຂອງເນື້ອທີ່ປ່າໄມ້ທັງໝົດ;

+ ດ້ານການຜະລິດດ້ານສະບຽງອາຫານ

ສາມາດຮັບປະກັນການບໍລິໂພກ ພາຍໃນແຂວງໄດ້ເປັນຢ່າງດີ ແລະ ມີສ່ວນແຮໄວ້ ເພື່ອສົ່ງອອກເປັນສິນຄ້າຈຳນວນໜຶ່ງ;

+ ດ້ານການຜະລິດພືດເປັນສິນຄ້າ

ແມ່ນ ເພີ່ມຂຶ້ນໃນແຕ່ລະປີ; ໃນນັ້ນ, ສະເພາະປີຜ່ານມາ ສາມາດຜະລິດເປັນສິນຄ້າ ໄດ້ທັງໝົດ 217.000 ກວ່າໂຕນ, ຍອດລາຍຮັບໄດ້ 27.900.000 ກວ່າໂດລາສະຫະລັດ;

+ ດ້ານການລ້ຽງສັດ ແລະ ການປະມົງ

ແມ່ນ ມີຝູງສັດລ້ຽງຂະຫຍາຍຕົວ ສະເລ່ຍ 7% ຕໍ່ປີ, ອັດຕາການຕາຍຍ້ອນພະຍາດ ນັບມື້ຫຼຸດລົງ ແລະ ການປູກຫຍ້າ ເປັນອາຫານສັດ ປັດຈຸບັນມີເນື້ອທີ່ 37.000 ກວ່າເຮັກຕາ;

+ ດ້ານການລຶບລ້າງຄວາມທຸກຍາກຂອງປະຊາຊົນ

ມາຮອດປັດຈຸບັນ, ແມ່ນ ມີເມືອງທຸກຍາກຍັງເຫຼືອ 2 ເມືອງ, ບ້ານທຸກຍາກ 12 ບ້ານ ແລະ ຄອບຄົວທຸກຍາກ ຍັງເຫຼືອພຽງ 1.152 ຄອບຄົວ.

ການເຊັນ ບົດບັນທຶກມອບ - ຮັບໜ້າທີ່ຮ່ວມກັນ ຢ່າງເປັນທາງການ ລະຫວ່າງ ທ່ານ ຄໍາຫຼ້າ ຜິວວັນນາ ( ຜູ້ເກົ່າ ) ກັບ ທ່ານ ສົມຫວັງ ແກ້ວວິໄລສັກ ( ຜູ້ໃໝ່ )
ການເຊັນ ບົດບັນທຶກມອບ – ຮັບໜ້າທີ່ຮ່ວມກັນ ຢ່າງເປັນທາງການ ລະຫວ່າງ ທ່ານ ຄໍາຫຼ້າ ຜິວວັນນາ ( ຜູ້ເກົ່າ ) ກັບ ທ່ານ ສົມຫວັງ ແກ້ວວິໄລສັກ ( ຜູ້ໃໝ່ )

ໃນຕອນທ້າຍພິທີ ຍັງໄດ້ລົງນາມເຊັນ ບົດບັນທຶກມອບ – ຮັບໜ້າທີ່ຮ່ວມກັນ ຢ່າງເປັນທາງການ ລະຫວ່າງ ທ່ານ ຄໍາຫຼ້າ ຜິວວັນນາ ຫົວໜ້າພະແນກກະສິກໍາ ແລະ ປາໄມ້ ( ຜູ້ເກົ່າ ) ກັບ ທ່ານ ສົມຫວັງ ແກ້ວວິໄລສັກ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ( ຜູ້ໃໝ່ ) ເພື່ອສືບຕໍ່ຊີ້ນຳ – ນຳພາຈັດຕັ້ງເຄື່ອນໄຫວປະຕິບັດວຽກງານປິ່ນອ້ອມດັ່ງກ່າວ ໃຫ້ໄດ້ຮັບໝາກຜົນດີຂຶ້ນເລື້ອຍໆ ໂດຍມີ ຄະນະພະແນກ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມເປັນສັກຂີພະຍານ.