ຄະນະໜ່ວຍພັກຮາກຖານ ຄ້າຍຄຸມຂັງໂພນເງິນ ກົມຕໍາຫຼວດ ຄຸມຂັງ-ດັດສ້າງ ກະຊວງ ປກສ ສືບຕໍ່ຊີ້ນຳ – ນຳພາພະນັກງານ-ສະມາຊິກພັກປະຕິບັດວຽກງານວິຊາສະເພາະໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ມີຄວາມຮັບປະກັນໃນການຄຸ້ມຄອງປ້ອງກັນຄ້າຍໃຫ້ມີຄວາມສະຫງົບປອດໄພ 100%.

ສືບຕໍ່ຊີ້ນຳ ພະນັກງານ-ສະມາຊິກພັກ  ຄ້າຍຄຸມຂັງໂພນເງິນ
ສືບຕໍ່ຊີ້ນຳ ພະນັກງານ-ສະມາຊິກພັກ ຄ້າຍຄຸມຂັງໂພນເງິນ

ພັຕ ຈັນທະວອນ ພັນທະສອນ ຮອງເລຂາໜ່ວຍພັກຮັກສາການຫົວໜ້າຄ້າຍຄຸມຂັງໂພນເງິນ ກ່າວໃນກອງປະ ຊຸມໃຫຍ່ ຄັ້ງທີ II, ທີ່ຈັດຂຶ້ນໃນວັນທີ 30 ກໍລະກົດ 2019, ເຂົ້າຮ່ວມໂດຍ ພັອ ລີຊວາ ໄຊຍະຊ່າງ ຄະນະກົມພັກ, ຮອງຫົວໜ້າກົມຄຸມຂັງ-ດັດສ້າງ ວ່າ: ໃນຕໍ່ໜ້າ, ຈະສືບຕໍ່ເອົາໃຈໃສ່ປ້ອງກັນເວນຍາມ ແລະ ປະຈໍາການຕະຫຼອດ 24 ຊົ່ວໂມງບໍ່ໃຫ້ຂາດ ເພື່ອຮັກສາຄວາມສະຫງົບ, ຄວາມປອດໄພຕະຫຼອດເວລາ, ບໍ່ໃຫ້ນັກໂທດແຫກຄຸກໂຕນໜີກໍ່ຄວາມວຸ້ນວາຍ, ລັກອອກຈາກຄ້າຍໄປເຄື່ອນໄຫວກະທໍາຜິດຢູ່ທາງນອກໄດ້ຢ່າງເດັດຂາດ; ມີ ຄວາມຮັບປະກັນໃນການນໍາພານັກໂທດໄປອອກແຮງງານ, ໄປໂຮງໝໍ, ໄປຂຶ້ນສານ, ຍົກຍ້າຍ ແລະອື່ນໆ.

ພັອ ລີຊວາ ໄຊຍະຊ່າງ ຄະນະກົມພັກ, ຮອງຫົວໜ້າກົມຄຸມຂັງ-ດັດສ້າງ ເນັ້ນໜັກ ວຽກງານຊີ້ນຳ-ນຳພາ
ພັອ ລີຊວາ ໄຊຍະຊ່າງ ຄະນະກົມພັກ, ຮອງຫົວໜ້າກົມຄຸມຂັງ-ດັດສ້າງ

ສືບຕໍ່ປັບປຸງແບບແຜນວິທີເຮັດວຽກຂອງພະນັກງານຂັ້ນໜ່ວຍງານໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ມີຄວາມຮັບ ຜິດຊອບຕໍ່ໜ້າທີ່ວຽກງານ, ມີຄວາມຊໍານິຊໍານານດ້ານວຽກງານວິຊາສະເພາະໃຫ້ຫຼາຍຂຶ້ນກວ່າເກົ່າ, ມີການກວດ ກາເຮືອນຂັງ-ຫ້ອງຂັງ ເພື່ອຄວາມຮັບປະກັນ ແລະ ຕ້ອງໄດ້ສ້າງຕາໜ່າງປິດລັບຢູ່ໃນຄ້າຍໃຫ້ຫຼາຍ ເພື່ອຕິດຕາມກວດກາເກັບກໍາບັນດາຂໍ້ມູນແຫຼ່ງຂ່າວຢູ່ພາຍໃນຄ້າຍ ໂດຍສະເພາະແມ່ນບັນດາຂໍ້ມູນຂອງເປົ້າໝາຍທີ່ມີການກະທໍາຜິດກໍ່ຄວາມວຸ້ນວາຍ, ແຫກຄຸກໂຕນໜີ ແລະອື່ນໆ.

ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່
ປ່ອນບັດ ຄັດເລືອກ ເອົາຄະນະພັກ ຊຸດໃໝ່

ໃນໄລະຜ່ານມາ, ຄະນະໜ່ວຍພັກຮາກຖານ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາະພະນັກງານ-ນັກຮົບ ເຄື່ອນໄຫວເຮັດວຽກງານວິຊາສະເພາະຢ່າງຕັ້ງໜ້າ ເປັນຕົ້ນແມ່ນໄດ້ຄຸ້ມຄອງເກັບກໍາສະຖິຕິຈໍານວນພົນນັກໂທດເຂົ້າ-ອອກ, ຄຸ້ມຄອງຊີວະປະຫວັດສໍານວນ-ສໍາເນົາເອກະສານຕ່າງໆ ຖືກຕ້ອງຕາມລະບຽບຫຼັກການວິຊາສະເພາະທີ່ໄດ້ ກຳນົດ ແລະ ເອົາໃຈໃສ່ຕິດຕາມກວດກາເຄື່ອນໄຫວໄປ-ມາຂອງນັກໂທດຢູ່ໃນຄ້າຍ, ກວດກາເຮືອນຂັງ-ຫ້ອງຂັງ ແລະ ກວດກາສິ່ງຕ້ອງຫ້າມຕ່າງໆບໍ່ໃຫ້ເລັດລອດເຂົ້າໃນຄ້າຍ ແລະ ວິທີການຄຸ້ມຄອງນັກໂທດກໍໄດ້ຈັດສັນແບ່ງເປັນໝວດເປັນໝູ່ ໂດຍຄັດເລືອກເອົາຜູ້ທີ່ດີມີຄວາມກ້າວໜ້າມາເປັນຫົວໜ້າ ຫຼື ຮອງ ເພື່ອຄຸ້ມຄອງບັນຊາກັນ ເອງພາຍໃຕ້ການຄວບຄຸມຂອງເຈົ້າໜ້າທີ່ ໄປພ້ອມກັບການສຶກສາອົບຮົມນັກໂທດກໍໄດ້ຈັດຕັ້ງໃຫ້ເຂົາເຈົ້າອອກແຮງງານທໍາການຜະລິດ ແລະ ຮໍ່າຮຽນວິຊາຊີບ ເພື່ອໃຫ້ເຂົາເຈົ້າຮູ້ຈັກຄຸນຄ່າຂອງການອອກແຮງງານ, ມີຄວາມຊິນເຄີຍ ພາຍຫຼັງທີ່ພົ້ນໂທດອອກໄປກໍໃຫ້ມີວິຊາຊີບຕິດຕົວ, ມີວຽກເຮັດງານທໍາທີ່ດີຮູ້ສຶກກິນແໜງແຄງໃຈຕໍ່ການກະທໍາຜິດຂອງຕົນບໍ່ກັບໄປກະທໍາຜິດອີກ.

ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່
ປ່ອນບັດ ຄັດເລືອກ ເອົາຄະນະພັກ ຊຸດໃໝ່

ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ມີຜູ້ລົງສະໝັກ 7 ສະຫາຍເລືອກເອົາ 5 ສະຫາຍ; ໃນນັ້ນ, ກອງປະຊຸມເປັນເອກະສານເລືອກເອົາ ພັຕ ຈັນທະວອນ ພັນທະສອນ ເປັນເລຂາ; ພັຕ ສີມູນ ລໍໄຟຈົງ ເປັນ ຮອງ; ພັຕ ສີສົມ ພຽນສຸລິ ເປັນປະທານກວດກາອີກສອງທ່ານເປັນຄະນະ.