ໃນຕອນເຊົ້າຂອງວັນທີ 30 ກໍລະກົດ ເວລາປະມານ 7:00 ໂມງ, ເກີດ ໄພນ້ຳຖ້ວມທີ່ເມືອງນານ ເຮັດໃຫ້ບ້ານເຮືອນ ແລະ ພື້ນທີ່ທຳການຜະລິດຂອງປະຊາຊົນ ຕາມລ້ອງແມ່ນ້ຳນານ. ໃນນັ້ນ, ມີຜົນກະທົບ 8 ບ້ານ 372 ຄອບຄົວ ເຊັ່ນ: ບ້ານນາຝາຍ 4 ຄອບຄົວ, ບ້ານປ່າໄຜ່ 35 ຄອບຄົວ, ບ້ານສີມຸງຄຸນ 35 ຄອບຄົວ, ບ້ານສີບຸນເຮືອງ 130 ຄອບຄົວ, ບ້ານນາເລົາ 120 ຄອບຄົວ, ບ້ານໂພນຫີນ 10 ຄອບຄົວ, ບ້ານນາເຄີນ 37 ຄອບຄົວ ແລະ ບ້ານທາດ 1 ຄອບຄົວ ທີ່ຖືກຜົນກະທົບຫຼາຍທີ່ສຸດ; ປະຊາຊົນບາງຄອບຄົວໄດ້ພຽງເຄື່ອງນຸ່ງຄາຄີງ ແລະ ມີບາງຄົນຍັງຕິດຢູ່ໃນເຮືອນ.

ໄພນ້ຳຖ້ວມທີ່ເມືອງນານ
ໄພນ້ຳຖ້ວມທີ່ເມືອງນານ

ເຫດການຄັ້ງນີ້ ໄດ້ສ້າງຄວາມເສຍຫາຍຫຼາຍກວ່າທຸກປີທີ່ຜ່ານມາ. ແຕ່ຫຼາຍຄັ້ງຜ່ານມານັ້ນ, ມີຄົນເສຍຊີວິດ ສຳລັບຄັ້ງນີ້ ມີພຽງຜູ້ໄດ້ຮັບບາດເຈັບ ບໍ່ມີຄົນເສຍຊີວິດ, ສ່ວນຂໍ້ມູນຄວາມເສຍຫາຍຍັງຢູ່ໃນຂັ້ນຕອນການເກັບກຳຂໍ້ມູນ, ເບື້ອງຕົ້ນອົງການປົກຄອງເມືືອງ ໄດ້ສົ່ງກຳລັງເຈົ້າໜ້າທີ່ທະຫານ-ຕ່ຳຫຼວດ ຂອງກອງບັນຊາການເມືອງ ເຂົ້າຊ່ວຍເຫຼືອປະຊາຊົນທີ່ຕິດຄ້າງຢູ່ໃນເຮືອນ ພ້ອມທັງຊ່ວຍປ້ອງກັນຜົນກະທົບໃຫ້ບາງຄອບຄົວ ແລະ ຈັດຕັ້ງການປ້ອງກັນເວນຍາມ ເຝົ້າລະວັງຕະຫຼອດ 24 ຊົ່ວໂມງ ເນື່ອງຈາກຝົນຍັງສືບຕໍ່ຕົກລົງມາ, ສ່ວນລະດັບນ້ຳໄດ້ຫຼຸດລົງເກືອບເຂົ້າສູ່ພາວະປົກກະຕິແລ້ວ.

ໄພນ້ຳຖ້ວມທີ່ເມືອງນານ

ປະຊາຊົນບາງຄອບຄົວໄດ້ຮັບການເບິ່ງແຍງຢ່າງໃກ້ສິດຈາກອົງການປົກຄອງເມືອງ. ປັດຈຸບັນ, ປະຊາຊົນຜູ້ມີເງື່ອນໄຂໄດ້ເຂົ້າອະນາໄມເຮືອນຂອງຕົນ ໂດຍສົມທົບກັບເຈົ້າໜ້າທີ່ຕໍ່າຫຼວດ, ທະຫານເມືອງ ແລະ ທະຫານຈາກກອງພັນ 414 ກອງບັນຊາການທະຫານແຂວງເຂົ້າຊ່ວຍເຫຼືອ. ແຕ່ສິ່ງທີ່ປະຊາຊົນຕ້ອງການເປັນອັນຮີບດ່ວນໃນປັດຈຸບັນແມ່ນເຄື່ອງນຸ່ງຮົ່ມ, ສະບຽງອາຫານ ແລະ ນ້ຳດື່ມ ເພື່ອບັນເທົາໄພເບື້ອງຕົ້ນ, ເຊິ່ງຕອນແລງຂອງວັນທີ່ 30 ກໍລະກົດນີ້ ໄດ້ຮັບການຊ່ວຍເຫຼືອເບື້ອງຕົ້ນ ຈາກອົງການປົກຄອງແຂວງໄຊຍະບູລີ ເປັນເງິນສົດ 5.000.000 ກີບ ແລະ ອົງການປົກຄອງເມືອງໄຊຍະບູລີ ມອບນ້ຳດື່ມ ແລະ ໝີ່ເລັດຮູບ ມູນຄ່າ 2.400.000 ກີບ.

ໄພນ້ຳຖ້ວມທີ່ເມືອງນານ

ປັດຈຸບັນ, ອົງການປົກຄອງແຂວງຫຼວງພະບາງ ໄດ້ຕັ້ງຈຸດຮັບເຄື່ອງບໍລິຈາກຢູ່ຫ້ອງວ່າການປົກຄອງແຂວງ ພ້ອມນີ້ ຫຼາຍພາກສ່ວນໃນສັງຄົມ ກໍໄດ້ຈັດຕັ້ງກຸ່ມລະດົມການບໍລິຈາກ ເພື່ອນຳເຄື່ອງໄປມອບບັນເທົາໄພໃຫ້ປະຊາ ຊົນໃນໄວໆນີ້.

ໄພນ້ຳຖ້ວມທີ່ເມືອງນານ
ໄພນ້ຳຖ້ວມທີ່ເມືອງນານ