ໃນວັນທີ 8 ສິງຫາ 2019, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ພ້ອມລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງກ່ຽວຂ້ອງ ແລະ ເຈົ້າແຂວງໆວຽງຈັນ ໄດ້ໄປຢ້ຽມຢາມ ແລະ ຊຸກຍູ້ການພັດທະນາ ເມືອງວັງວຽງ ໂດຍມີ ທ່ານ ຄຳຜອງ ດວງວິໄລ, ເຈົ້າເມືອງໆວັງວຽງ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ.

ນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ຊຸກຍູ້ການພັດທະນາ ເມືອງວັງວຽງ
ນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ຊຸກຍູ້ການພັດທະນາ ເມືອງວັງວຽງ

ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ຕິດຕາມເບິ່ງຈຸດກໍ່ສ້າງສະຖານີລົດໄຟວັງວຽງ ເຫັນວ່າ: ເສັ້ນທາງລົດໄຟ ລາວ – ຈີນ ຜ່ານແຂວງວຽງຈັນ ມີຄວາມຍາວ ທັງໝົດ 145 ກິໂລແມັດ, ຜ່ານ 4 ເມືອງ, 60 ບ້ານ, ມີຜູ້ໄດ້ຮັບຜົນກະທົບ 1.589 ຄອບຄົວ, ມາຮອດປັດຈຸບັນ, ໄດ້ໄກ່ເກ່ຍ ທີ່ດິນ ແລະ ສິ່ງກີດຂວາງການກໍ່ສ້າງທາງລົດໄຟສໍາເລັດ 99% ແລະ ສືບຕໍ່ດຳເນີນການຊົດເຊີຍໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວອີກ.

ສຳລັບສະຖານີລົດໄຟວັງວຽງ ແມ່ນຕັ້ງຢູ່ບ້ານຫ້ວຍສະເຫງົ້າ – ພູດິນແດງ, ຫ່າງຈາກເທດສະບານເມືອງວັງວຽງ ປະມານ 2 ກິໂລແມັດ, ຫ່າງຈາກເສັ້ນທາງ ເລກທີ 13 ເໜືອ 300 ແມັດ, ມີເນື້ອທີ່ທັງໝົດ 144 ກວ່າເຮັກຕາ, ສະເພາະເນື້ອທີ່ອາຄານສະຖານີ ມີ 5.000 ຕາແມັດ ແລະ ສາມາດຮອງຮັບຜູ້ໂດຍສານໄດ້ 600 ຄົນ. ປັດຈຸບັນ, ໄດ້ສຳເລັດການອອກແບບ, ສຳເລັດການບຸກເບີກພື້ນທີ່ ແລະ ກະກຽມ ເພື່ອດຳເນີນການກໍ່ສ້າງ, ເຊິ່ງຄາດວ່າຈະສໍາເລັດການກໍ່ສ້າງພາຍໃນປີ 2021.

ນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ຊຸກຍູ້ການພັດທະນາ ເມືອງວັງວຽງ
ນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ຊຸກຍູ້ການພັດທະນາ ເມືອງວັງວຽງ

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ຜູ້ພັດທະນາໂຄງການເອົາໃຈໃສ່ປະຕິບັດວຽກງານສຳເລັດຕາມແຜນການທີ່ວາງໄວ້ ແລະ ໃຫ້ມີຄຸນນະພາບ, ການກໍ່ສ້າງໃຫ້ເປັນໄປຕາມການອອກແບບທີ່ໄດ້ຮັບຮອງ, ສິ່ງສຳຄັນໂຄງສ້າງຕ່າງໆຕ້ອງໃຫ້ກົມກືນກັບທຳມະຊາດ ກໍຄືແຫຼ່ງທ່ອງທ່ຽວຂອງເມືອງວັງວຽງ. ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍ ຄະນະໄດ້ໄປຢ້ຽມຢາມສູນບໍລິການເຕັກນິກກະສິກຳ ແລະ ໄດ້ຊີ້ນຳໃຫ້ສູນດັ່ງກ່າວເອົາໃຈໃສ່ການປູກພືດປອດສານພິດ, ພືດລົ້ມລຸກ ໂດຍໃຫ້ຕິດພັນກັບການສົ່ງເສີມການທ່ອງທ່ຽວ. ພ້ອມນີ້, ໄດ້ຢ້ຽມຢາມສະຖານທີ່ທ່ອງທ່ຽວທຳມະຊາດຖໍ້ານາງຟ້າ ແລະ ຖໍ້ານອນ ໂດຍໄດ້ເນັ້ນໃຫ້ຜູ້ພັດທະນາເອົາ ໃຈໃສ່ການອະນຸລັກທຳມະຊາດ ແລະ ຄວາມປອດໄພ ໃຫ້ແກ່ນັກທ່ອງທ່ຽວ.

ນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ຊຸກຍູ້ການພັດທະນາ ເມືອງວັງວຽງ
ນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ຊຸກຍູ້ການພັດທະນາ ເມືອງວັງວຽງ

ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານຫັຼກແຫຼ່ງຂອງເມືອງວັງວຽງ, ພະນັກງານອາວຸໂສບຳນານ ແລະ ນັກທຸລະກິດຈຳນວນໜຶ່ງທີ່ສະໂມສອນຂອງເມືອງວັງວຽງ. ກ່ອນອື່ນແມ່ນໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງເມືອງ ໃນໄລຍະ 6 ເດືອນຜ່ານມາ ຈາກທ່ານເຈົ້າເມືອງໆວັງວຽງ, ເຊິ່ງທົ່ວເມືອງ ຍັງສືບຕໍ່ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນ ຖານ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ດ້ານການສຶກສາ ແລະ ວັດທະນະທຳຕິດພັນກັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນ ກໍນັບມື້ດີຂຶ້ນເປັນກ້າວໆ. ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ບັນດາທ່ານລັດຖະມົນຕີ ກະຊວງກ່ຽວຂ້ອງຊີ້ແຈງຕໍ່ບາງບັນຫາທີ່ທາງເມືອງສະເໜີ ແລະ ບາງບັນຫາພົ້ນເດັ່ນເປັນຕົ້ນການປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໄຂ້ເລືອດອອກ; ການສົ່ງເສີມການຜະລິດກະສິກຳອິນຊີ, ການປູກພືດປອດສານພິດຕິດພັນກັບການຊຸກຍູ້ສົ່ງເສີມການທ່ອງທ່ຽວ, ການຕິດຕາມເຝົ້າລະວັງການລະບາດຂອງພະຍາດອາຫິວາໝູອາຟຣິກກາ; ການສ້າງ ແລະ ປັບປຸງເສັ້ນທາງເຂົ້າແຫຼ່ງທ່ອງທ່ຽວ ແລະ ການຊົດເຊີຍໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກທາງລົດໄຟ.