ຄະນະກຳມະການ ລະຫວ່າງ ລັດຖະບານ ວ່າດ້ວຍ ການປ່ຽນແປງສະພາບອາກາດ ( IPCC ) ຂອງ ອົງການສະຫະປະຊາຊາດ (UN) ເປີດເຜີຍລາຍງານ ໃນວັນທີ 11 ສິງຫາ ທີ່ຜ່ານມາ ວ່າ: ນອກຈາກ ການຫຼຸດການປ່ອຍກ໊າສຄາບອນໄອອັອກຊາຍແລ້ວ ມະນຸດຈະຕ້ອງປ່ຽນແປງການຜະລິດອາຫານ ແລະ ຈັດການບັນຫາກ່ຽວກັບ ການນຳໃຊ້ທີ່ດິນ ຄວບຄູ່ໄປດ້ວຍ ບໍ່ວ່າຈະເປັນເສື່ອມຄຸນນະພາບ ຈາກການເຮັດການກະສິກຳ, ການຕັດໄມ້ທຳລາຍປ່າ ເພື່ອບໍ່ໃຫ້ພາວະໂລກຮ້ອນ ຮ້າຍແຮງໄປກວ່ານີ້.

ລາຍງານດັ່ງກ່າວ ລະບຸວ່າ:

ການເພີ່ທຂຶ້ນຂອງຈຳນວນປະຊາກອນໂລກ ແລະ ຮູບແບບການບໍລິໂພກອາຫານທີ່ປ່ຽນໄປ ສົ່ງຜົນໃຫ້ເກີດການນຳໃຊ້ທີ່ດິນ ແລະ ນໍ້າ ເພື່ອການກະສິກຳສູງຂຶ້ນ ໃນລະດັບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ.

ພາບ: ແຮມເບີເກີຜັກ
ພາບ: ແຮມເບີເກີຜັກ

ທັງໂລກ ມີພື້ນດິນທີ່ບໍ່ມີນໍ້າແຂງປົກຄຸມ ປະມານ 510 ລ້ານກິໂລແມັດກາເລ ແຕ່ວ່າ ມະນຸດເຮົາພັດໃຊ້ແຜ່ນດນິເຮັດການກະສິກຳ ໄປເຖິງ 1 ໃນ 3 ແລະ ສ່ວນຫຼາຍ ຍັງໃຊ້ໄປກັບການປູກພືດທີ່ເປັນອາຫານສັດ ແທນທີ່ຈະເປັນການປູກພືດທີ່ເປັນອາຫານຂອງມະນຸດ.

ການບໍລິໂພກອາຫານຂອງມະນຸດ ຄືປັດໄຈສຳຄັນທີ່ເລັ່ງໃຫ້ເກີດການປ່ຽນແປງ ໂດຍເຄິ່ງໜຶ່ງຂອງກ໊າສມີເທນ ເຊິ່ງເປັນກ໊າສເຮືອນແກ້ວ ທີ່ກັກເກັບຄວາມຮ້ອນໄດ້ຫຼາຍກວ່າ ກ໊າສຄາບອນໄດອັອກຊາຍ ເຖິງ 30 ເທົ່າ ມາຈາກການລ້ຽງສັດ ແລະ 75% ຂອງການປ່ອຍກ໊າສໄນຕຣັສອັອກຊາຍ ທີ່ຮ້າຍແຮງກວ່າ ກ໊າສຄາບອນໄດອັອກຊາຍ ເຖິງ 300 ເທົ່າ ເກີດຈາກການໃຊ້ປຸ໋ຍໄນໂຕຣເຈນ ພ້ອມນັ້ນຍັງຕ້ອງໃຊ້ຊັບພະຍາກອນນໍ້າ ຈຳນວນມະຫາສານ ( ປະລິມານ 1 ກິໂລກຣາມ ) ເຊັ່ນ:

ພາບ: ເບີເກີຈາກພືດ ກຳລັງເປັນທີ່ນິຍົມໃນໂລກຕາເວັນຕົກ
ພາບ: ເບີເກີຈາກພືດ ກຳລັງເປັນທີ່ນິຍົມໃນໂລກຕາເວັນຕົກ
  • ຊີ້ນງົວ ( ປະລິມານ 1 ກິໂລກຣາມ ) ໃຊ້ນໍ້າ 15.415 ລິດ
  • ຊີ້ນແບ້ ໃຊ້ນໍ້າ 10.412 ລິດ
  • ຊີ້ນໝູ ໃຊ້ນໍ້າ 5.988 ລິດ
  • ຊີ້ນໄກ່ ໃຊນໍ້າ 4.325 ລິດ
  • ແອບເປິນ ໃຊ້ນໍ້າ 822 ລິດ
  • ກ້ວຍ ໃຊ້ນໍ້າ 790 ລິດ
  • ໝາກເຂືອເທດ 287 ລິດ
  • ກະລຳປີ ໃຊ້ນໍ້າ 237 ລິດ
ພາບ: ເບີເກີວີແກນ
ພາບ: ເບີເກີວີແກນ

ຈະເຫັນໄດ້ວ່າ: ອາຫານປະເພດຊີ້ນສັດ ໃຊ້ນໍ້າຫຼາຍກວ່າພັກ ແລະ ໝາກໄມ້; ສະນັ້ນ, ກອງປະຊຸມ IPCC ຈຶ່ງສະເໜີໃຫ້ປະຊາກອນໂລກ ຫັນມາຮັບປະທານອາຫານທີ່ມີຜັກ ແລະ ໝາກໄມ້ເປັນສ່ວນປະກອບຫຼັກ ແທນການບໍລິໂພກຊີ້ນສັດ ທີ່ເປັນຕົວການຂອງ ການປ່ອຍກ໊າສເຮືອນແກ້ວ ທີ່ເຮັດໃຫ້ອຸນຫະພູມໂລກສູງຂຶ້ນ; ໂດຍຄາດວ່າ ຫາກມະນຸດປ່ຽນພຶດຕິກຳການບໍລິໂພກ ຈະຊ່ວຍຫຼຸດປະລິມານການປ່ອຍກ໊າສຄາບອນໄດອັອກຊາຍ ໄດ້ປີລະ 8.000 ລ້ານໂຕນ ພາຍໃນປີ 2050.

ພາບ: ຕົ້ນໄມ້ສາມາດກັກເກັບຄາບອນໄດ້ ແຕ່ປະລິມານຕ້ອງບໍ່ຫຼາຍເກີນໄປຈາກປະສິດທິພາບທີ່ເຮັດໄດ້
ພາບ: ຕົ້ນໄມ້ສາມາດກັກເກັບຄາບອນໄດ້ ແຕ່ປະລິມານຕ້ອງບໍ່ຫຼາຍເກີນໄປຈາກປະສິດທິພາບທີ່ເຮັດໄດ້

ແນວໃດກໍຕາມ, ທ່ານ ແອນດຣູ ລອບຕັສ ເຈົ້າຂອງຟາມງົວ ໃນອັງກິດ ກ່າວວ່າ:

ລາຍງານດັ່ງກ່າວ ເຮັດໃຫ້ຜູ້ບໍລິໂພກເຂົ້າໃຈຜິດ ເພາະຊີ້ນງົວທີ່ຜະລິດໃນອັງກິດ ເປັນຊີ້ນທີ່ປ່ອຍກ໊າສເຮືອນແກ້ວໜ້ອຍທີ່ສຸດໃນໂລກ ພ້ອມທັງອ້າງວ່າ ການນຳເຂົ້າພັກ ແລະ ໝາກໄມ້ ຈາກທົ່ວໂລກ ກໍເປັນອັນຕະລາຍກັບສິ່ງແວດລ້ອມ ເຊັ່ນກັນ.