ທ່ານ ວິລະສັກ ນາມມຸນຕີ (ຄົນກາງ) ເຈົ້າເມືອງໆນາຊາຍທອງ ເຂົ້າຮ່ວມກອປງະຊຸມສະຫຼຸບການເຄື່ອນໄຫວວຽກງານຮອບດ້ານຂອງ ບ້ານນາລ່ຽນ
ທ່ານ ວິລະສັກ ນາມມຸນຕີ (ຄົນກາງ) ເຈົ້າເມືອງໆນາຊາຍທອງ ເຂົ້າຮ່ວມກອປງະຊຸມສະຫຼຸບການເຄື່ອນໄຫວວຽກງານຮອບດ້ານຂອງ ບ້ານນາລ່ຽນ

ບ້ານນາລ່ຽນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ໃນວັນທີ 6 ສິງຫາ 2019; ໂດຍມີທ່ານ ວິລະສັກ ນາມມຸນຕີ ເລຂາພັກເມືອງ ເຈົ້າເມືອງໆນາຊາຍທອງ ແລະ ທ່ານ ວີວັນເທືອງ ຫຼວງຜາວີ ຮອງຫົວຫ້ອງການພາຍໃນເມືອງ, ມີ ປກສ ກຸ່ມ, ແຂກຮັບເຊີນ, ນາຍບ້ານ ແລະ ພໍ່-ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ທ່ານ ສຸວັນນີ ໂງ່ນໄຄສີ ນາຍບ້ານໆນາລ່ຽນ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານການເຄື່ອນໄຫວຮອບດ້ານບ້ານນາລ່ຽນ ວ່າ: ຕະຫຼອດໄລຍະ 5 ປີຜ່ານມາ, ບ້ານນາລ່ຽນ ໄດ້ຖືເອົາວຽກງານດ້ານການເມືອງ-ແນວຄິດເປັນສໍາຄັນໃນການປູກຈິດສໍານຶກໃຫ້ປະຊາຊົນບັນດາເຜົ່າ, ຊາວໜຸ່ມ; ໂດຍການນໍາເອົາບັນດາແນວທາງນະໂຍບາຍຂອງພັກ-ລັດ, ເອກະສານມູນເຊື້ອວັນສໍາຄັນຂອງພັກ, ຂອງຊາດ, ມະຕິ-ຄໍາສັ່ງ, ເອກະສານອື່ນໆຂອງພັກ-ລັດມາເຜີຍແຜ່, ເຊື່ອມຊຶມ, ຜັນຂະຫຍາຍ ແລະ ນໍາພາຈັດຕັ້ງປະຕິບັດຕົວຈິງ; ນັບທັງເຜີຍແຜ່ໃນໜ່ວຍພັກ, ຮ່ວມຮັບຟັງປາຖະກະຖາປະກາດໃສ່ໂທລະໂຄ່ງ ເຮັດໃຫ້ພໍ່-ແມ່ປະຊາຊົນມີນໍ້າໃຈເສຍສະລະປະກອບສ່ວນເຂົ້າໃນວຽກງານຂອງບ້ານເອົາໃຈໃສ່ສ້າງເສດຖະກິດຄອບຄົວ, ເປັນເຈົ້າການໃນທຸກໆຂົງເຂດວຽກງານ, ຮັດແໜ້ນຄວາມສາມັກຄີເປັນປຶກແຜ່ນມີສະຕິຕ້ານກົນອຸບາຍຂອງສັດຕູ, ເລ່ລ່ຽມ ແລະ ຂອງກຸ່ມຄົນບໍ່ດີທຸກໆຮູບແບບ; ໃນໄລຍະ 5 ປີ ໄດ້ເຜີຍແຜ່ເອກະ ສານທັງໝົດ 17 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 1.275 ຄົນ ຍິງ 928 ຄົນ.

ທິດທາງແຜນການ 5 ຕໍ່ໜ້າ, ບ້ານນາລ່ຽນຍັງຈະເອົາໃຈໃສ່ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານບ້ານ, ກໍາລັງປະກອບອາວຸດ, ຕະຫຼອດຮອດພໍ່-ແມ່ປະຊາຊົນທຸກຊັ້ນຄົນຢ່າງຕໍ່ເນື່ອງ, ກວ້າງຂວາງ, ທົ່ວເຖິງ, ຮອບດ້ານ; ປູກຈິດໃຈຮັກຊາດ ແລະ ພັດທະນາເສີມຂະຫຍາຍມູນເຊື້ອສາມັກຄີເປັນປຶກແຜ່ນແໜ້ນໜາຂອງປະຊາຊົນບັນດາເຜົ່າທຸກຊັ້ນຄົນພາຍໃນບ້ານ ພ້ອມກັນເປັ ເຈົ້າການພັດທະນາບ້ານ, ພັດທະນາ ຄອບຄົວ, ແກ້ໄຂປະກົດການຫຍໍ້ທໍ້ ພາຍໃນບ້ານ, ມີສະຕິຕ້ານເລ່ລ່ຽມ, ກົນອຸບາຍຂອງກຸ່ມຄົນບໍ່ດີ, ນໍາພາສ້າງ ຄວາມສາມັກຄີ, ນໍາພາສ້າງຄອບຄົວ ຕົວແບບ; ເປັນເຈົ້າການໃນການຮັກສາຄວາມສະອາດສວຍງາມ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງພາຍໃນບ້ານໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ຍົກບົດບາດຂອງອົງການປົກຄອງບ້ານໃຫ້ສູງຂຶ້ນ.

ກອງປະຊຸມ, ຍັງໄດ້ປ່ອນບັດເລືອກຕັ້ງເອົານາຍບ້ານຜູ້ໃໝ່ ເຊິ່ງມີຜູ້ລົງສະໝັກ 6 ທ່ານ ເລືອກເອົາ 1 ທ່ານ, ຜ່ານ ການປ່ອນບັດຄະແນນໄດ້ເປັນເອກະສັນເລືອກເອົາ ທ່ານ ສຸວັນນີ ໂງ່ນໄຄສີ ເປັນນາຍບ້ານ ເພື່ອນໍາພາສືບຕໍ່ປະຕິບັດທຸກໆວຽກງານຢູ່ພາຍໃນບ້ານນາລ່ຽນ ໃຫ້ດີຂຶ້ນໄປເລື້ອຍໆ.