ເຜີຍແຜ່ແນະນຳການກະກຽມຈັດຕັ້ງ ສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ຄົບຮອບ 60 ປີ ( 5 ເມສາ 1961-5 ເມສາ 2021)

0
3956
ກະກຽມຈັດຕັ້ງ ສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ຄົບຮອບ 60 ປີ ( 5 ເມສາ 1961-5 ເມສາ 2021)
ກະກຽມຈັດຕັ້ງ ສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ
ຄົບຮອບ 60 ປີ ( 5 ເມສາ 1961-5 ເມສາ 2021)

ກະຊວງ ປກສ ໄດ້ຈັດກອງ ປະຊຸມເຜີຍແຜ່ແນະນຳການກະກຽມຈັດຕັ້ງ ສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປ້ອງ ກັນຄວາມສະຫງົບປະຊາຊົນ ຄົບຮອບ 60 ປີ ( 5 ເມສາ 1961-5 ເມສາ 2021) ເປັນປະທານໂດຍ ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງ ປກສ, ມີບັນດາຄະນະພັກ-ຄະນະ ບັນຊາກົມກອງອ້ອມຂ້າງກະ ຊວງ ປກສ, ບັນດາຄະນະຮັບຜິດຊອບຊີ້ນຳລວມ ແລະ ອະນຸກຳມະການກະກຽມ-ຈັດຕັ້ງສະຫຼອງວັນສຳຄັນດັ່ງກ່າວເຂົ້າຮ່ວມ, ໃນວັນທີ 9 ສິງຫາ 2019.

ກະກຽມຈັດຕັ້ງ ສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ຄົບຮອບ 60 ປີ ( 5 ເມສາ 1961-5 ເມສາ 2021)
ກະກຽມຈັດຕັ້ງ ສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ
ຄົບຮອບ 60 ປີ ( 5 ເມສາ 1961-5 ເມສາ 2021)

ໃນກອງປະຊຸມ, ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ ສະບັບເລກທີ 1395/ປກສ, ລົງ ວັນທີ 17 ກໍລະກົດ 2019 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳລວມ, ອະນຸກຳມະການ ກະກຽມ ແລະ ຈັດຕັ້ງ ການສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 60 ປີ, ໂດຍລັດຖະມົນຕີກະຊວງ ປກສ ຕົກລົງແຕ່ງຕັ້ງຄະ ນະຊີ້ນຳລວມຂັ້ນກະຊວງ, ແຕ່ງຕັ້ງບັນດາອະນຸກຳມະການປະກອບມີ: ອະນຸກຳມະການ ໂຄສະນາປາຖະກະຖາ ແລະ ດຳເນີນຊີວິດການເມືອງ, ອະນຸກຳມະການເນື້ອໃນ, ອະນຸກຳມະການປ້ອງກັນ, ອະນຸກຳມະການພິທີການ-ຮັບແຂກ ແລະ ສະຖານທີ່, ອະນຸກຳມະການຂະບວນການແຂ່ງຂັນ-ສິລະປະ-ນະໂຍບາຍ ແລະ ຍ້ອງຍໍ, ອະນຸກຳມະການຝຶກແອບກຳລັງ, ອະນຸກຳມະການເສດຖະກິດ; ເຊິ່ງບັນດາຄະນະຮັບຜິດຊອບຊີ້ນຳລວມ, ບັນດາອະນຸກຳມະການ ແລະ ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງຈະພ້ອມກັນຄົ້ນຄວ້າປຶກສາຫາລື, ມອບໝາຍໜ້າ ທີ່ໃຫ້ແຕ່ລະສະຫາຍຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ເຂັ້ມງວດ.

ກະກຽມຈັດຕັ້ງ ສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ຄົບຮອບ 60 ປີ ( 5 ເມສາ 1961-5 ເມສາ 2021)
ກະກຽມຈັດຕັ້ງ ສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ
ຄົບຮອບ 60 ປີ ( 5 ເມສາ 1961-5 ເມສາ 2021)

ຈາກນັ້ນ, ພັອ ກຽງຄຳ ອິນແພງທະວົງ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ ໄດ້ຂຶ້ນຜ່ານຮ່າງແຜນການກະ ກຽມ ແລະ ຈັດຕັ້ງສະຫຼອງວັນສຳຄັນດັ່ງກ່າວ ໂດຍກຳນົດຄາດໝາຍໃນການຈັດຕັ້ງສະຫຼອງຕ້ອງຮັບປະກັນໃຫ້ໄດ້ເນື້ອໃນເລິກເຊິ່ງ, ມີບັນຍາກາດຟົດຟື້ນ, ບົນຈິດໃຈປະຢັດທີ່ສຸດ ແລະ ຮັບປະກັນໃຫ້ມີຄວາມສະຫງົບປອດໄພຮອບດ້ານ 100% ບົນພື້ນຖານສືບຕໍ່ປຸກລະດົມ-ເຕົ້າໂຮມທຸກກຳລັງແຮງສັງລວມໃນທົ່ວສັງຄົມສຸມໃສ່ຈັດ ຕັ້ງປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານທີ່ພັກວາງອອກໃຫ້ກວ້າງຂວາງ ແລະ ເລິກເຊິ່ງ.

ກະກຽມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ຄົບຮອບ 60 ປີ ( 5 ເມສາ 1961-5 ເມສາ 2021)
ກະກຽມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ
ຄົບຮອບ 60 ປີ ( 5 ເມສາ 1961-5 ເມສາ 2021)

ໂອກາດດຽວກັນ, ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມກະກຽມຈັດຕັ້ງ ສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ຄົບຮອບ 60 ປີ ກໍໄດ້ມີການຜັດປ່ຽນກັນຂຶ້ນປະກອບຄຳເຫັນຢ່າງກົງ ໄປ-ກົງມາ ເພື່ອເຮັດໃຫ້ການເຄື່ອນໄຫວກະກຽມຈັດ ຕັ້ງສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ປະ ຊາຊົນ ຄົບຮອບ 60 ປີ ທີ່ຈະມາເຖິງໃຫ້ມີເນື້ອໃນຄວາມໝາຍອັນເລິກເຊິ່ງ ແລະ ສະແດງໃຫ້ເຫັນເຖິງຜົນງານ ໄຊຊະນະອັນສະຫງ່າງາມຂອງກຳລັງ ປກສ ທີ່ຍາດມາໄດ້ໃນຕະຫຼອດໄລຍະຜ່ານມາ.