ຄຳສັ່ງ ຈັບຕົວນາງ ພຸດສະດີ ສໍລາງກຸນ ອາຍຸ 26 ປີ

0
4351
ຄຳສັ່ງ ຈັບຕົວນາງ ພຸດສະດີ ສໍລາງກຸນ ອາຍຸ 26 ປີ
ຄຳສັ່ງ ຈັບຕົວນາງ ພຸດສະດີ ສໍລາງກຸນ ອາຍຸ 26 ປີ
ຄຳສັ່ງ ຈັບຕົວນາງ ພຸດສະດີ ສໍລາງກຸນ ອາຍຸ 26 ປີ
ຄຳສັ່ງ ຈັບຕົວນາງ ພຸດສະດີ ສໍລາງກຸນ ອາຍຸ 26 ປີ
  • ອີງຕາມ ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ສະບັບປັບປຸງປີ 2017 ມາດຕາ 4 ຂ້ 5
  • ອີງຕາມ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ສະບັບປັບປຸງປີ 2017 ມາດຕາ 139
  • ອີງຕາມບົດລາຍງານຄະດີຂອງຮອງຫົວໜ້າກົມຕຳຫຼວດສືບສວນ-ສອບສວນ ສະບັບເລກທີ 560/ກສສ, ລົງວັນທີ 26/7/2019, ຕາມຂາເຂົ້າເລກທີ 63/ອຍກ.ນວ, ລົງວັນທີ 29/7/2019

ຫົວໜ້າອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ໄດ້ຄົ້ນຄວ້າບົດລາຍງານຄະດີ ແລະ ເອກະສານຕ່າງໆທີ່ມີຢູ່ໃນສຳນວນຄະດີຢ່າງລະອຽດຖີ່ຖ້ວນ ແລ້ວເຫັນວ່າ ມີເງື່ອນໄຂພຽງພໍອອກ ຄຳສັ່ງ ຈັບຕົວນາງ ພຸດສະດີ ສໍລາງກຸນ ອາຍຸ 26 ປີ, ເຊື້ອຊາດລາວ ສັນຊາລາວ, ອາຊີບກຳມະກອນ, ຢູ່ບ້ານໜອງໜ້ຽວ, ໜ່ວຍ 58 ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ຖືກຂໍ້ຫາ: ການຍັກຍອກຊັບ ຕາມປະມວນກົດໝາຍອາຍາມາດຕາ 234, ຖ້າຫາກທ່ານໃດພົບເຫັນ ຫຼື ຮູ້ເບາະແສຂອງຜູ້ຖືກຫາລາຍນີ້ ໂທແຈ້ງເຈົ້າໜ້າທີ່ຕຳຫຼວດດ່ວນ ໝາຍເລກໂທລະສັບ 020 99991629; 020 91644644.

ຫົວໜ້າກົມຕຳຫຼວດສືບສວນ-ສອບສວນ

ຄຳຜອງ ວິຈິດ