ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ກັກຕົວ ທ້າວ ເພັດສະໝອນ ຫຼື ແຫຼ້ ອາຍຸ 41 ປີ ຢູ່ບ້ານບຶງວະ ນະຄອນໄກສອນພົມວິຫານ ພາຍຫຼັງທີ່ໄດ້ຮັບແຈ້ງຄວາມຈາກ ຜູ້ເສຍຫາຍ ທີ່ຖືກ ຜູ້ກ່ຽວ ສໍ້ໂກງຊັບ ດ້ວຍຮູບການ ເຊົ່າລົດ ແລ້ວສວຍໂອກາດເອົາໄປຈຳຕໍ່.

ທ້າວ ເພັດສະໝອນ ຫຼື ແຫຼ້ ອາຍຸ 41 ປີ ຢູ່ບ້ານບຶງວະ ນະຄອນໄກສອນພົມວິຫານ ສໍ້ໂກຊັບ ດ້ວຍການເຊົ່າແລ້ວໄປຈຳຕໍ່
ທ້າວ ເພັດສະໝອນ ຫຼື ແຫຼ້ ອາຍຸ 41 ປີ ຢູ່ບ້ານບຶງວະ ນະຄອນໄກສອນພົມວິຫານ ສໍ້ໂກຊັບ ດ້ວຍການເຊົ່າແລ້ວໄປຈຳຕໍ່

ເຈົ້າໜ້າທີ່ ປກສ ນະຄອນໄກສອນພົມວິຫານ ໃຫ້ຮູ້ວ່າ:

ໄດ້ກັກຕົວ ຜູ້ກ່ຽວ ໃນວັນທີ 25 ກໍລະກົດ 2019 ທີ່ຜ່ານມາ ແລະ ໄດ້ນໍາຕົວ ຜູ້ກ່ຽວ ໄປສອບສວນ; ເຊິ່ງ ຜູ້ກ່ຽວ ກໍຮັບສາລະພາບວ່າ ໄດ້ເຄື່ອນໄຫວສໍ້ໂກງຊັບ ດ້ວຍວິທີການ ເຊົ່າລົດ ແລ້ວສວຍໂອກາດເອົາໄປຈຳຕໍ່ ມາແລ້ວ ຈໍານວນ 9 ຄັ້ງ ເຊິ່ງມີລາຍລະອຽດ ດັ່ງນີ້:

ຄັ້ງທີ 1: ແມ່ນວັນທີ 4 ພຶດສະພາ 2019, ຜູ້ກ່ຽວ ໄດ້ເຊົ່າລົດ ແດຮັນ ສີຂາວ ບໍ່ມີປ້າຍ ນໍາ ທ້າວ ເດດ ຢູ່ບ້ານໂພນສູງ ນະຄອນໄກສອນພົມວິຫານ ໃນລາຄາ 78.000 ບາດ.

ຄັ້ງທີ 2: ໃນຕົ້ນເດືອນມິຖຸນາ, ໄດ້ໄປເຊົ່າລົດ ອີຊູຊູ ດີແມັກ ສີປອນ ບໍ່ມີປ້າຍ ຂອງ ນາງ ໄໝ ຢູ່ບ້ານໂພນສະຫວ່າງໃຕ້ ໃນລາຄາມື້ລະ 4.000 ບາດ ກໍານົດ 10 ວັນ.

 ຄັ້ງທີ 3: ວັນທີ 16 ມິຖຸນາ: ໄດ້ເຊົ່າລົດ ວີໂກ້ ສີປອນເງິນ ( ບໍ່ຈື່ປ້າຍ ) ນໍາ ທ້າວ ອິນຕາ ບ້ານໝອງຜື ລາຄາ 120.000 ບາດ ກໍານົດ 30 ວັນ.

ຄັ້ງທີ 4: ວັນທີ 20 ມິຖຸນາ 2019, ໄດ້ໄປເຊົ່າລົດ ອີຊູຊູ ດີແມັກ ສີຂາວ ( ບໍ່ຈື່ປ້າຍ ) ຂອງ ທ້າວ ພູທອນ ຢູ່ບ້ານທາດອີງຮັງ ລາຄາ 102.000 ບາດ ກຳນົດ 30 ວັນ.

ຄັ້ງທີ 5: ວັນທີ 21 ມິຖຸນາ, ໄດ້ເຊົ່າລົດ ວີໂກ້ແຄັບ ສີປອນ ( ບໍ່ຈື່ປ້າຍ ) ໃນລາຄາ 80.000 ບາດ.

ເຊົ່າລົດ ແລ້ວສວຍໂອກາດເອົາໄປຈຳຕໍ່
ເຊົ່າລົດ ແລ້ວສວຍໂອກາດເອົາໄປຈຳຕໍ່

ຄັ້ງທີ 6. ໃນວັນທີ 29 ມິຖຸນາ, ໄດ້ເຊົ່າລົດ ວີໂກ້ແຄັບ ສີປອນເງິນ ບໍ່ຈື່ໝາຍເລກທະບຽນ ນຳ ທ້າວ ວົງ ຢູ່ບ້ານປາກຊ່ອງ ເມືອງສອງຄອນ ແຕ່ເຈົ້າຂອງລົດບໍ່ໃຫ້ເຊົ່າ ແຕ່ເອົາໃຫ້ ທ້າວ ເພັດສະໝອນ ຫຼື ແຫຼ້ ເອົາໄປເສຍພາສີ ຫຼື ຕິດຕໍ່ຂາຍໃຫ້ຕົນ.

ຄັ້ງທີ 7: ວັນທີ 17 ກໍລະກົດ 2019, ໄດ້ເຊົ່າລົດ ວີໂກ້ແຄັບ ສີປອນ ຂອງ ທ້າວ ຊ້ອຍ ຢູ່ບ້ານຈະເລີນສຸກ ເມືອງອຸທຸມພອນ ກຳນົດ 30 ວັນ ແຕ່ບໍ່ໄດ້ຖອກເງິນຄ່າເຊົ່າ.

ຄັ້ງທີ 8. ວັນທີ 19 ກໍລະກົດ, ໄດ້ເຊົ່າລົດ ວີໂກ້ແຄັບ ສີປອນ ຂອງ ທ້າວ ເຟືອງສະຫວັນ ຢູ່ບ້ານຈະເລີນສຸກ ເມືອງອຸທຸມພອນ ກຳນົດ 30 ວັນ.

ຖືກຈັບໄປດຳເນີນຄະດີ ໃນຂໍ້ຫາ ສໍ້ໂກງຊັບ
ຖືກຈັບໄປດຳເນີນຄະດີ ໃນຂໍ້ຫາ ສໍ້ໂກງຊັບ

ຄັ້ງສຸດທ້າຍ: ໃນທ້າຍເດືອນກໍລະກົດ 2019, ໄດ້ເຊົ່າລົດ ກະບະຮຸນໄດ ໂຄລາວ ສີປອນ ຂອງ ທ້າວ ເຈດ ຢູ່ບ້ານທາດອີງຮັງ ໃນລາຄາມື້ລະ 3.500 ບາດ.

ສໍາລັບລົດຈໍານວນດັ່ງກ່າວນັ້ນ, ທາງເຈົ້າໜ້າທີ່ ສາມາດເກັບກູ້ຄືນມາໄວ້ເປັນ ຂອງກາງຄະດີ ແລະ ຈະດຳເນີນການມອບຄືນເຈົ້າຂອງເດີມ.