ກົມຕຳຫຼວດຈະລາຈອນ ມີສະມາຊິກພັກແຂງກວມ 80,20%

0
1125
ກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2019 ແລະ ທິດທາງແຜນການປີ 2020, ຂອງໜ່ວຍພັກຮາກຖານກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ
ກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2019 ແລະ ທິດທາງແຜນການປີ 2020, ຂອງໜ່ວຍພັກຮາກຖານກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ

ກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2019 ແລະ ທິດທາງແຜນການປີ 2020, ຂອງໜ່ວຍພັກຮາກຖານ ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ຄັ້ງວັນທີ 20 ສິງຫາ 2019, ເປັນປະທານ ໂດຍສະຫາຍ ພັອ ກົງສີ ສຸວັນນະຕຸ້ມ ເລຂາໜ່ວຍພັກຮາກຖານ ຫົວ ໜ້າກົມຕຳຫຼວດຈະລາຈອນ, ມີບັນດາ ສະມາຊິກພັກ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ ໂດຍໃຫ້ຮູ້ວ່າ: ຜ່ານການຕີລາຄາແບ່ງປະເພດສະມາຊິກພັກ ແລະ ມະຫາຊົນ ໃນບັ້ນດຳເນີນຊີວິດການເມືອງໃນທົ່ວກົມມີສະມາຊິກພັກ ໃນປະເພດແຂງ 77 ສະຫາຍ ກວມ 80,20% ໃນຈຳນວນສະມາຊິກພັກ ທັງໝົດ 95 ສະຫາຍ.

ກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2019 ແລະ ທິດທາງແຜນການປີ 2020, ຂອງໜ່ວຍພັກຮາກຖານກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ
ກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2019 ແລະ ທິດທາງແຜນການປີ 2020, ຂອງໜ່ວຍພັກຮາກຖານກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ

ສະຫາຍ ພັທ ຄຳສອນ ສີດາວົງ ປະທານກວດກາພັກ ຮອງຫົວໜ້າ ກົມຈະລາຈອນ ກ່າວວ່າ: ຄະນະພັກ ກົມຕຳຫຼວດຈະລາຈອນ ໄດ້ເອົາໃຈໃສ່ຊີ້ນຳ – ນຳພາບັນດາຈຸພັກ ສຸມໃສ່ເຮັດວຽກງານສຶກສາອົບຮົມການເມືອງ – ແນວຄິດໃຫ້ພະນັກງານສະມາຊິກພັກ ເພື່ອໃຫ້ເຂົາເຈົ້າມີຄຸນສົມບັດສິນທຳປະຕິວັດ, ມີຄວາມສັດຊື່ບໍລິສຸດ ເພື່ອເຮັດສຳເລັດໜ້າທີ່ການເມືອງທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ຜ່ານການຕີລາຄາຈັດແບ່ງປະເພດສະມາຊິກພັກ ຈຳນວນສະມາຊິກພັກ ທັງໝົດ 95 ສະຫາຍ ຍິງ 13 ສະຫາຍ, ປະເພດແຂງ 77 ສະຫາຍ ຍິງ 12 ສະຫາຍ ກວມ 80, 20%, ປະເພດກາງ 17 ສະຫາຍ ຍິງ 1 ສະຫາຍ 19,76% ແລະ ມະຫາຊົນ ທັງໝົດ 81 ສະຫາຍ ຍິງ 26 ສະຫາຍ ໄດ້ປະເພດແຂງ 28 ສະຫາຍ ຍິງ 9 ສະຫາຍ 34, 56% ແລະ ປະເພດກາງ 49 ສະ ຫາຍ ຍິງ 17 ສະຫາຍ ກວມເອົາ 60,49% ສາມາດຈັດແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກໄດ້ໜ່ວຍພັກແຂງ.

ກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2019 ແລະ ທິດທາງແຜນການປີ 2020, ຂອງໜ່ວຍພັກຮາກຖານ ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ
ກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2019 ແລະ ທິດທາງແຜນການປີ 2020, ຂອງໜ່ວຍພັກຮາກຖານກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ

ໃນຕໍ່ໜ້າ, ຄະນະພັກ ກົມຕຳຫຼວດຈະລາຈອນ ຈະສືບຕໍ່ສູ້ຊົນສ້າງໜ່ວຍພັກໃຫ້ໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສ້າງສະມາຊິກພັກໃຫ້ເປັນສະມາຊິກເຂັ້ມແຂງ ແລະ ແຂງໃຫ້ໄດ້ 90%; ເດັດດ່ຽວຕ້ານບໍ່ໃຫ້ມີສະມາຊິກພັກອ່ອນ ແລະ ສູ້ຊົນປະຕິບັດ 4 ຄາດໝາຍ 3 ຂະບວນການຈຸດສຸມ 4 ຂະບວນການປິ່ນອ້ອມ ເຮັດໃຫ້ອຸບັດຕິເຫດບົນທ້ອງຖະໜົນຫຼຸດລົງ, ປູກຈິດສໍານຶກໃຫ້ປວງຊົນຕື່ນຕົວປະຕິບັດກົດລະບຽບການສັນຈອນຢ່າງໜັກແໜ້ນ, ສູ້ຊົນສ້າງກໍາລັງຕໍາຫຼວດຈະລາຈອນ ໃຫ້ກາຍເປັນຕໍາຫຼວດຂອງປະຊາຊົນ ຮັບໃຊ້ປະຊາຊົນ, ຈົງຮັກພັກດີຕໍ່ພັກຕໍ່ປະເທດຊາດ, ບໍລິສຸດສັດຊື່ປອດໃສຂາວສະອາດ, ມີຈັນຍາບັນ, ມີຈັນຍາທໍາ ແລະ ຕື່ນຕົວເຮັດໜ້າທີ່ບໍລິການ ປະຊາຊົນ ດ້ວຍຄວາມບໍລິສຸດສັດຊື່, ຫັນເຂົ້າສູ່ການຄຸ້ມຄອງ, ກໍ່ສ້າງກໍາລັງຕໍາຫຼວດຈະລາຈອນ ໃຫ້ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບແບບແຜນເກັ່ງດ້ານວຽກງານວິຊາສະເພາະ ແລະ ທັນສະໄໝ.