ທ່ານ ອາຈານ ນາງ ວຽງສຸວັນ ພະໄຊສົມບັດ ອຳນວຍການໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ( ມສ ວຽງຈັນ ) ໃຫ້ຮູ້ໃນ ພິທີໄຂສົກຮຽນໃໝ່ປະຈໍາສົກ ຮຽນປີ 2019-2020 ວ່າ: ເພື່ອເປັນການຊ່ວຍຫຼຸດບັນຫາການສັນຈອນທີ່ມີຄວາມຫຍຸ້ງຍາກສັບສົນໃນປັດຈຸບັນ. ດ້ວຍເຫດນັ້ນ, ທາງໂຮງຮຽນມັດທະ ຍົມສຶກສາສົມບູນວຽງຈັນ ຈຶ່ງໄດ້ວາງລະບຽບໃນການເຂົ້າຮຽນ ໃຫ້ນັກຮຽນເລີ່ມເຂົ້າຮຽນໄວກວ່າປົກກະຕິ ໂດຍໃຫ້ມາເຖິງໂຮງຮຽນຊ້າສຸດບໍ່ໃຫ້ກາຍ 7:20 ໂມງ ແລະ ຄູ-ອາຈານ ເລີ່ມຂຶ້ນຫ້ອງສິດສອນເວລາ 7 ໂມງ 30 ນາທີ.

ມສ ວຽງຈັນ  ຈັດພິທີໄຂສົກຮຽນໃໝ່ປະຈໍາສົກ ຮຽນປີ 2019-2020
ມສ ວຽງຈັນ ຈັດພິທີໄຂສົກຮຽນໃໝ່ປະຈໍາສົກ ຮຽນປີ 2019-2020

ໂດຍປົກກະຕິແລ້ວ, ເວລາເຂົ້າຮຽນໃນໂຮງຮຽນຫຼາຍແຫ່ງທົ່ວນະຄອນຫຼວງວຽງຈັນ ແມ່ນເຂົ້າຮຽນປົກກະ ຕິເວລາ 8:00 ໂມງ, ແຕ່ກໍມີບາງໂຮງຮຽນ ໂດຍສະເພາະໃນເຂດຕົວເມືອງທີ່ມີບັນຫາສະພາບການສັນ ຈອນແອອັດແມ່ນວາງລະບຽບກຳນົດໃຫ້ເຂົ້າຮຽນເວລາ 7 ໂມງ 30 ນາທີ ເພື່ອຫຼຸດບັນຫາດັ່ງກ່າວ ໂດຍໄດ້ເລີ່ມປະຕິບັດມາແຕ່ທ້າຍສົກຮຽນແລ້ວ, ເຊິ່ງໜຶ່ງໃນນັ້ນ ກໍແມ່ນໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ຈັດພິທີໄຂສົກຮຽນໃໝ່ປະຈໍາສົກ ຮຽນປີ 2019-2020 ທີ່ກຳນົດເວລາດັ່ງກ່າວ ເປັນເວລາເຂົ້າ ຮຽນ ພ້ອມທັງກຳນົດລະບຽບເວລາເລີກແມ່ນເວລາ 16:00 ໂມງ ສຳລັບຜູ້ຮຽນອ່ອນແມ່ນຈະຊຸກຍູ້ ໃຫ້ນັກ ຮຽນໄດ້ຮຽນບຳລຸງເພີ່ມພິເສດຈົນເຖິງເວລາ 16 ໂມງ 30 ນາທີ ເປັນການສ້າງໃຫ້ນັກຮຽນທີ່ອ່ອນວິຊາໃດໜຶ່ງໃຫ້ເກັ່ງຂຶ້ນ. ນອກນັ້ນ, ຄະນະອຳນວຍການຍັງວາງແຜນການສືບຕໍ່ພັດທະນາໂຮງຮຽນຕົວແບບຄຸນນະພາບ.

ມສ ວຽງຈັນ  ຈັດພິທີໄຂສົກຮຽນໃໝ່ປະຈໍາສົກ ຮຽນປີ 2019-2020
ມສ ວຽງຈັນ ຈັດພິທີໄຂສົກຮຽນໃໝ່ປະຈໍາສົກ ຮຽນປີ 2019-2020

ທ່ານ ອາຈານ ນາງ ວຽງສຸວັນ ພະໄຊສົມບັດ ໃຫ້ຮູ້ຕື່ມວ່າ: ສົກຮຽນປີ 2019-2020 ມີນັກຮຽນ 3.178 ຄົນ ຍິງ 1.852 ຄົນ, ຫ້ອງຮຽນ 84 ຫ້ອງ, ພະນັກງານຄູ-ອາ ຈານ 152 ຄົນ ຍິງ 84 ຄົນ; ສຳລັບຜົນການສອບເສັງສົກຮຽນປີ 2018-2019 ຜົນການສອງເສັງ ມ 1 ແມ່ນ 98,39%, ມ 2 ແມ່ນ 98,21%, ມ 3 ແມ່ນ 99,24%, ມ 4 ແມ່ນ 100%, ມ 5 ແມ່ນ 98,87%, ມ 6 ແມ່ນ 99,64%, ມ 7 ແມ່ນ 100%.

ພິທີໄຂສົກຮຽນໃໝ່ ປະຈໍາສົກຮຽນປີ 2019-2020 ຂອງ ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ຈັດພິທີໄຂສົກຮຽນໃໝ່ປະຈໍາສົກ ຮຽນປີ 2019-2020 ໄດ້ຈັດຂຶ້ນໃນວັນທີ 2 ກັນ ຍາ 2019 ໂດຍມີ ທ່ານ ພູທອນ ແສງດາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ພະນັກງານຄູ-ອາຈານ, ນັກຮຽນເຂົ້າຮ່ວມ.