ຄະນະປະທານ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ຄັ້ງທີ X ສະຫະພັນແມ່ຍິງທະຫານນະຄອນຫຼວງວຽງຈັນ
ຄະນະປະທານ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ຄັ້ງທີ X ສະຫະພັນແມ່ຍິງທະຫານນະຄອນຫຼວງວຽງຈັນ

ກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ຄັ້ງທີ X ຂອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ( ສະຫະພັນແມ່ຍິງທະຫານນະຄອນຫຼວງວຽງຈັນ ) ໄດ້ໄຂຂຶ້ນໃນວັນທີ 30 ສິງຫາ 2019; ເຂົ້າຮ່ວມໂດຍ ທ່ານ ນາງ ຄຳໄພ ລັດສະໝີ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ; ມີ ພົຈວ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນ ຫຼວງວຽງຈັນ, ມີແຂກຮັບເຊີນ, ສະມາ ຊິກແມ່ຍິງຜູ້ແທນສົມບູນ ເຂົ້າຮ່ວມ.

ພັທ ນາງ ວັນສີ ດວງພິລາວັນ ຄະນະບໍລິຫານງານສະຫະພັນແມ່ຍິງ ນະຄອນຫຼວງວຽງຈັນ ປະທານສະຫະພັນແມ່ຍິງທະຫານນະຄອນຫຼວງວຽງຈັນ ກ່າວວ່າ: ໃນໄລຍະ 5 ປີຜ່ານມາ, ໄດ້ຖືເອົາວຽກງານສຶກສາອົບການເມືອງ-ແນວຄິດເປັນບັນຫາສຳຄັນ ສະແດງອອກ ໄດ້ນຳເອົາບັນດາເນື້ອໃນເອກະສານ, ມະຕິ, ຂໍ້ກຳນົດກົດລະບຽບຕ່າງໆມາເຜີຍແຜ່ເຊື່ອມຊຶມໃຫ້ສະມາຊິກສະຫະພັນແມ່ຍິງຂັ້ນຂອງຕົນຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ຕໍ່ເນື່ອງ; ເອົາໃຈໃສ່ປຸກລະດົມຊຸກຍູ້ນຳພາເອື້ອຍ-ນ້ອງແມ່ຍິງສ້າງຂະບວນການ, ເຂົ້າຮ່ວມເຊື່ອມຊຶມໃນຂໍ້ແຂ່ງຂັນ 3 ດີ, ເອກະສານວຽກງານພັດທະນາແມ່ຍິງ ຈຳນວນ 15 ຄັ້ງ ມີຜູ້ເຂົ້າຮ່ວມ 3.000 ເທື່ອຄົນ; ຜ່ານມາ, ສາມາດສັງລວມເງິນສະຖິຕິຂອງສະມາຊິກສະຫະພັນແມ່ຍິງໄດ້ 12.448.000 ກີບ ສົ່ງໃຫ້ຂັ້ນເທິງ 4.068.000 ກີບ ໃຊ້ຈ່າຍເຂົ້າໃນວຽກງານແມ່ຍິງ 4.200.000 ກີບ ຍັງເຫຼືອເປັນ ເງິນຄັງ 4.138.000 ກີບ; ຕິດພັນກັບວຽກງານພັດທະນາຊີວິດການເປັນຢູ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແມ່ຍິງ ແລະ ຄອບຄົວ ໄດ້ຈັດຕັ້ງປັນກຸ່ມທ້ອນເງິນ 1 ກຸ່ມ, ມີສະມາຊິກ 556 ສະຫາຍ ຍິງ 278 ສະຫາຍ, ມີເງິນທ້ອນທັງໝົດ 2.064.232.000 ກີບ ແລະ ໄດ້ປ່ອຍໃຫ້ສະມາຊິກກູ້ຢືມຕາມເງື່ອນໄຂ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການເຮັດໃຫ້ສະມາຊິກພະນັງານໃນກົມກອງມີຄວາມສະດວກຂຶ້ນ.

ວຽກງານປະຕິບັດຂໍ້ແຂ່ງຂັນ 3 ດີ, ໄດ້ເອົາໃຈໃສ່ຊີ້ນຳສະມາຊິກຂອງຕົນເຮັດໜ້າທີ່ວຽກງານ ເປັນຕົ້ນວຽກງານວິຊາສະເພາະຢ່າງຕັ້ງໜ້າມີຈຸດສຸມ ແລະ ແບບແຜນວິທີເຮັດວຽກອັນ ລະອຽດ ສະແດງອອກໃນການສະຫຼຸບວຽກງານເປີດຂະບວນການແຂ່ງຂັນ 3 ດີ ໄດ້ 4 ຄັ້ງ ມີຜູ້ເຂົ້າຮ່ວມ 940 ເທື່ອ ຄົນ ຍິງ 912 ເທື່ອຄົນ; ຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ສາມາດຄັດ ເລືອກໜ່ວຍ ແລະ ບຸກຄົນ 3 ດີ ທີ່ມີຜົນງານດີເດັ່ນແຕ່ລະປະເພດໄດ້ດັ່ງນີ້: ໜ່ວຍ 30 ດີ ປະເພດ I ມີ 5 ໜ່ວຍ; 3 ດີ ປະເພດ II ມີ 6 ໜ່ວຍ, ແມ່ຍິງ 3 ດີ ປະເພດ I ມີ 95 ສະຫາຍ ແລະ ແມ່ຍິງ 3 ດີ ປະເພດ II ມີ 145 ສະຫາຍ; ພ້ອມດຽວກັນນີ້, ກອງປະຊຸມກໍຍັງໄດ້ມີການມອບໃບຍ້ອງຍໍຂອງຄະນະບໍລິຫານງານສະຫະພັນແມ່ຍິງ ນະຄອນຫຼວງ ໃຫ້ໜ່ວຍ ແລະ ບຸກຄົນທີ່ມີຜົນງານດີເດັ່ນການເຄື່ອນໄຫວວຽກງານໃນໄລຍະ 5 ປີຜ່ານມາ ຍ້ອງຍໍໃຫ້ໜ່ວຍດີເດັ່ນຈຳນວນ 7 ໜ່ວຍ ແລະ ບຸກ ຄົນ 165 ສະຫາຍ; ມອບໃບຊົມເຊີຍໃຫ້ໜ່ວຍ ຈຳນວນ 4 ໜ່ວຍ, ບຸກຄົນຈຳນວນ 77 ສະຫາຍ.

ໃນກອງປະຊຸມ, ຄະນະຜູ້ແທນຍັງໄດ້ໃຊ້ສິດປ່ອນບັດເລືອກຕັ້ງເອົາຄະນະສະຫະພັນແມ່ຍິງ ຊຸດໃໝ່ ໂດຍມີຜູ້ສະ ໝັກເລືອກຕັ້ງ ຈຳນວນ 9 ສະຫາຍ ເລືອກເອົາ 7 ສະຫາຍ ຄື: ສະຫາຍ ພັທ ນາງ ວັນສີ ດວງພິລາວັນ ເປັນປະທານ, ພັຕ ນາງ ມະນີວັນ ວິບຸນມີ ເປັນຮອງປະ ທານ, ພັຕ ນາງ ໂພຄໍາຫວັນ ແກ້ວມະນີ ເປັນປະທານກວດກາ, ພັຕ ນາງ ບົວວັນ ນ້ອຍວັນດີ ເປັນຮອງປະທານກວດກາ ແລະ ອີກ 3 ທ່ານ ເປັນຄະນະ.