ອະນຸກໍາມະການປ້ອງກັນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານ ປ້ອງກັນ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2019, ໃນວັນທີ 2 ກັນຍາ ທີ່ຜ່ານມາ, ເປັນປະທານ ໂດຍ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ, ຫົວໜ້າອະນຸກໍາມະການປ້ອງ ກັນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ, ມີອະນຸກໍາມະການ, ກົມກອງວິຊາສະເພາະອ້ອມຂ້າງກະຊວງ ປກສ ເຂົ້າຮ່ວມ.

ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ສະຫຼຸບວຽກງານ ປ້ອງກັນ ປະຈໍາ 6 ເດືອນຕົ້ນປີ
ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ສະຫຼຸບວຽກງານ ປ້ອງກັນ ປະຈໍາ 6 ເດືອນຕົ້ນປີ

ພັທ ວິທອງ ພົມທະວີ ຫົວໜ້າກອງເສນາຊ່ວຍວຽກປ້ອງກັນໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ກ່າວວ່າ: ໃນໄລຍະ 6 ເດືອນຕົ້ນປີ 2019 ຜ່ານມາ, ອະນຸກໍາມະການ ກໍຄືຄະນະຮັບຜິດຊອບປ້ອງກັນໂຄງການກໍ່ສ້າງທາງລົດໄຟລາວ -ຈີນ ໄດ້ແຕ່ງຕັ້ງຄະນະຊີ້ນໍາ-ບັນຊາລວມ, ກອງເສນາຊ່ວຍວຽກປ້ອງກັນສົມ ທົບກັບ ປກສ ແຂວງ, ປກສ ກຸ່ມ, ອໍານາດການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງລົງກວດກາ, ຕິດຕາມ, ປ້ອງກັນຮັກສາຄວາມສະຫງົບ ແລະ ແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃນຂອບເຂດໂຄງການກໍ່ສ້າງທາງ ລົດໄຟ ລາວ-ຈີນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ; ເຊິ່ງສະແດງອອກໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ມີສະພາບປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 58 ເລື່ອງ ສາມາດແກ້ໄຂໄດ້ 49 ເລື່ອງ, ກັກຕົວຜູ້ກະທໍາຜິດໄດ້ 51 ຄົນ.

ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ສະຫຼຸບວຽກງານປ້ອງກັນ ປະຈໍາ 6 ເດືອນຕົ້ນປີ
ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ສະຫຼຸບວຽກງານປ້ອງກັນ ປະຈໍາ 6 ເດືອນຕົ້ນປີ

ສໍາລັບທິດທາງແຜນການໃນ 6 ເດືອນທ້າຍປີ, ຈະເອົາໃຈໃສ່ກໍາແໜ້ນສະພາບການຕ່າງໆໃຫ້ໄດ້ຢ່າງຮອບດ້ານ, ເພີ່ມທະວີການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃຫ້ທັນການ, ສືບຕໍ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຢູ່ຂັ້ນຮາກຖານເອົາໃຈໃສ່ຕິດຕາມ, ກວດກາແຕ່ລະຈຸດປ້ອງກັນໃຫ້ເຂັ້ມງວດ, ມີຄວາມເປັນລະບຽບ ຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພ 100%.