ພິທີເຊັນບົດບັນທຶກ ມອບ-ຮັບໜ້າທີ່ຫົວໜ້າພະແນກພາຍໃນ
ພິທີເຊັນບົດບັນທຶກ ມອບ-ຮັບໜ້າທີ່ຫົວໜ້າພະແນກພາຍໃນ

ພິທີ ມອບ-ຮັບໜ້າທີ່ຫົວໜ້າພະແນກພາຍໃນ ແຂວງຄຳມ່ວນ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່, ໄດ້ຈັດຂຶ້ນໃນວັນທີ 30 ສິງຫາ 2019; ໂດຍມີ ທ່ານ ຄຳຜົງ ວົງພະຈັນ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດ ແຂວງຄຳມ່ວນ, ມີຕາງໜ້າພະແນກການອ້ອມຂ້າງແຂວງ, ຕະຫຼອດຮອດຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານວິຊາການພາຍໃນພະແນກ ເຂົ້າຮ່ວມ.

ທ່ານ ແກ້ວວິໄລ ໄຊຍະບຸດ ຮອງຫົວໜ້າພະແນກພາຍໃນແຂວງ ໄດ້ຜ່ານບົດບັນທຶກການມອບ-ຮັບໜ້າທີ່ວຽກງານລະຫວ່າງຫົວໜ້າພະແນກພາຍໃນແຂວງຄຳມ່ວນ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່; ເຊິ່ງພະແນກດັ່ງກ່າວ ປະກອບມີ 1 ໜ່ວຍພັກ, ມີຈຳນວນສະມາຊິກພັກ ທັງໝົດ 31 ທ່ານ ຍິງ 14 ທ່ານ, ຄະນະພັກ 3 ທ່ານ, ໄດ້ແບ່ງອອກເປັນ 3 ຈຸພັກ; ດ້ານໂຄງປະກອບບຸກຄະລາກອນ ມີຄະນະພະແນກ 3 ທ່ານ, ມີພະນັກງານທັງໝົດ 159 ທ່ານ ຍິງ 66 ທ່ານ, ອາສາສະໝັກ ຈຳນວນ 10 ທ່ານ ຍິງ 6 ທ່ານ; ໃນນີ້, ຂັ້ນພະແນກ ມີຈຳນວນ 44 ທ່ານ ຍິງ 22 ທ່ານ, ມີ 7 ຂະແໜງການ ຄື: ຂະແໜງບໍລິ ຫານ-ຈັດຕັ້ງ ແລະ ກວດກາ, ຂະແໜງພັດ ທະນາບໍລິຫານລັດ; ຂະແໜງປົກຄອງແຜນທີ່; ຂະແໜງຄຸ້ມຄອງລັດຖະກອນ, ຂະແໜງຄຸ້ມຄອງພົນລະເມືອງ, ຊົນເຜົ່າ, ສາສະໜາ, ຂະແໜງຄຸ້ມຄອງເອກະສານ ແລະ ຂະແໜງແຂ່ງຂັນຍ້ອງຍໍ.

ຈາກນັ້ນ, ທ່ານ ແກ້ວ ວົງພະຈັນ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໆຄຳມ່ວນ ວ່າດ້ວຍການອະນຸມັດໃຫ້ລັດຖະກອນອອກ ພັກຜ່ອນຮັບອຸດໜູນບຳນານ ແລະ ຂໍ້ຕົກລົງວ່າດ້ວຍການອະນຸມັດແຕ່ງຕັ້ງຫົວໜ້າ ພະແນກພາຍໃນແຂວງຄຳມ່ວນ; ໃນນີ້, ໄດ້ຕົກລົງແຕ່ງຕັ້ງ ພັອ ແກ້ວດາວົງ ໄຊຍະແສງ ຄະນະປະຈຳພັກແຂວງ ຫົວໜ້າ ກອງບັນຊາການ ປກສ ແຂວງຄຳມ່ວນ ມາເປັນຫົວໜ້າພະແນກພາຍໃນແຂວງຄຳມ່ວນ ຜູ້ໃໝ່ ແລະ ໄດ້ອະນຸມັດໃຫ້ ທ່ານ ແສງມະນີ ອິນທະລັງສີ ກຳມະການພັກແຂວງ ຫົວໜ້າພະແນກພາຍ ໃນແຂວງຄຳມ່ວນ ຜູ້ເກົ່າພັກຜ່ອນຮັບອຸດໜູນບຳນານ.