ທ່ານ ລັດຖະມົນຕີປະຈຳສຳນັກງານນາຍົກ ພ້ອມຄະນະ ລົງກວດກາວຽກງານຕ່າງໆຕາມແຕ່ລະທ້ອງຖິ່ນ
ທ່ານ ລັດຖະມົນຕີປະຈຳສຳນັກງານນາຍົກ ພ້ອມຄະນະ ລົງກວດກາວຽກງານຕ່າງໆຕາມແຕ່ລະທ້ອງຖິ່ນ

ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກ ຄະນະກະກຽມເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ພ້ອມດ້ວຍຄະນະ ໄດ້ຊີ້ນຳການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ໃນວັນທີ 2 ກັນຍາ 2019 ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ.

ທ່ານ ລັດຖະມົນຕີປະຈຳສຳນັກງານນາຍົກ ພ້ອມຄະນະ ລົງກວດກາວຽກງານຕ່າງໆຕາມແຕ່ລະທ້ອງຖິ່ນ

ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ ໄດ້ລາຍງານການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ເປັນຕົ້ນແມ່ນຂັ້ນແຂວງ ແລະ ຂັ້ນທ້ອງຖິ່ນ, ໂດຍແຂວງ ໄດ້ຈັດຕັ້ງເຊື່ອມຊຶມຜັນຂະຫຍາຍຄຳສັ່ງ 4 ຂອງຄະນະເລຂາທິການສູນກາງພັກ ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະອົບຮົມສູນກາງພັກ ແລະ ຄຳແນະນຳແຈ້ງການຂອງບັນດາອະນຸກຳມະການຕ່າງໆ; ໄດ້ດຳເນີນກອງປະຊຸມໃຫຍ່ຂັ້ນບ້ານ, ບັນດາໜ່ວຍພັກທີ່ຂຶ້ນກັບອົງຄະນະພັກເມືອງ, ກອງບັນຊາການ ປກຊ-ປກສ ໄດ້ສຳເລັດ. ສືບຕໍ່ດຳເນີນກອງປະຊຸມໃຫຍ່ຂັ້ນເມືອງ ແລະ ສອງກອງບັນຊາການກຳລັງປະກອບອາວຸດຮາກຖານພັກອ້ອມຂ້າງແຂວງໃຫ້ສຳເລັດໃນເດືອນກຸມພາ 2020, ເພາະເດືອນມີນາ ຈະຈັດງານມະຫາກຳກິລາແຫ່ງຊາດ, ງານປະກາດທົ່ງໄຫຫີນເປັນມໍລະດົກໂລກ ແລະ ງານສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄາດວ່າຈະດຳເນີນກອງປະຊຸມໃຫຍ່ຂັ້ນແຂວງໃນທ້າຍປີ 2020; ນອກນີ້, ຍັງໄດ້ລາຍງານກ່ຽວກັບອະນຸກຳມະການບຸກຄະລາກອນ, ການກະກຽມຂອງອະນຸກຳມະການເນື້ອໃນກອງປະຊຸມໃຫຍ່ຂັ້ນແຂວງ.

ທ່ານ ລັດຖະມົນຕີປະຈຳສຳນັກງານນາຍົກ ພ້ອມຄະນະ ລົງກວດກາວຽກງານຕ່າງໆຕາມແຕ່ລະທ້ອງຖິ່ນ

ທ່ານລັດຖະມົນຕີປະຈຳສຳນັກງານນາຍົກ ໄດ້ມີຄຳຄິດເຫັນຊີ້ນຳຕໍ່ກັບການກະກຽມດຳເນີນກອງປະຊຸມໃຫຍ່ຂັ້ນແຂວງຄັ້ງນີ້, ໄດ້ຈັດຕັ້ງປະຕິບັດຢ່າງຮັບປະກັນຫຼັກການປ່ຽນແປງໃໝ່ຂອງພັກ, ພັກນຳພາໄປສູ່ສັງຄົມນິຍົມ, ບົດລາຍງານການເມືອງ ແລະ ແຜນພັດທະນາ ໃຫ້ມີຄວາມຖືກຕ້ອງ, ຊັດເຈນ, ມີຄວາມເປັນຈິງ, ເປັນການລວມຫົວຄິດປັນຍາເຕົ້າໂຮມຄວາມຮູ້-ຄວາມສາມາດຂອງພະນັກງານແຕ່ລະຂະແໜງການ, ຕ້ອງຮັບປະກັນປະສານສົມທົບສະເພາະໜ້າ ແລະ ຍາວນານ, ສາເຫດຂໍ້ຄົງຄ້າງ, ຮັບປະກັນຄຸນນະພາບ, ຂະບວນການ, ບຸກຄະ ລາກອນກອງປະຊຸມໃຫຍ່ແມ່ນສຳຄັນ ຫຼາຍ ເພາະແມ່ນການກຳນົດແຜນພັດທະ ນາເສດຖະກິດ-ສັງຄົມ, ການຊີ້ນຳ-ນຳພາ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຕາມແຜນໄດ້ຮັບຜົນສູງ.