ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ກັນຍາ ນີ້ວ່າ: ທ່ານ ວິຣັນໂຕ ລັດຖະມົນຕີດ້ານການປະສານງານກິດຈະ ການການເມືອງ, ກົດໝາຍ ແລະ ຄວາມໝັ້ນຄົງຂອງ ອິນໂດເນເຊຍ ຖະແຫຼງການວ່າ ລັດຖະບານອິນໂດເນເຊຍ ໄດ້ອອກມາດຕະການຈຳກັດການເດີນທາງຂອງນັກທ່ອງທ່ຽວຊາວຕ່າງຊາດຜູ້ທີ່ມີຈຸດປະສົງໄປເຂດພາກພື້ນຂອງປາປົວທີ່ຢູ່ທາງທິດຕາເວັນອອກຂອງປະເທດ, ເຊິ່ງມີຊື່ສຽງໂດ່ງດັງວ່າເປັນໜຶ່ງໃນຫາດຊາຍສວຍງາມທີ່ສຸດຂອງ ອິໂດເນເຊຍ ແລະ ລະບົບນິເວດທີ່ຍັງສົມບູນຫຼາຍທີ່ສຸດ.

ລັດຖະບານອິນໂດເນເຊຍ ໄດ້ອອກມາດຕະການຈຳກັດການເດີນທາງຂອງນັກທ່ອງທ່ຽວຊາວຕ່າງຊາດ
ອິນໂດເນເຊຍ ອອກມາດຕະການຈຳກັດການເດີນທາງຂອງນັກທ່ອງທ່ຽວຊາວຕ່າງຊາດ

ລັດຖະບານ ອິນໂດເນເຊຍ ຢືນຢັນວ່າ ມາດຕະການດັ່ງກ່າວບໍ່ແມ່ນການຫ້າມຢ່າງເດັດຂາດ ຫຼື ບໍ່ອະນຸຍາດໃຫ້ບຸກຄົນພາຍນອກເຂົ້າສູ່ພື້ນທີ່. ແຕ່ໜ່ວຍງານທີ່ກ່ຽວຂ້ອງຈະພິຈາລະນາຄຳຮ້ອງເປັນລາຍກໍລະນີ ໂດຍປະເມີນຈາກໄລຍະເວລາທີ່ສຳຄັນ ແລະ ເພື່ອຄວາມປອດໄພຂອງທຸກຝ່າຍ. ແນວໃດກໍຕາມ, ທ່ານ ວິຣັນໂຕ ປະຕິເສດກ່າວວ່າ ມາດຕະການຈຳກັດການເດີນທາງເຂົ້າສູ່ເຂດພາກພື້ນປາປົວນັ້ນ ລວມເຖິງບັນດາຜູ້ສື່ຂ່າວນຳ ຫຼື ບໍ່; ເຊິ່ງເຂດພາກພື້ນດັ່ງກ່າວແບ່ງເປັນແຂວງປາປົວ ແລະ ແຂວງປາປົວຕາເວັນອອກ ໂດຍປະເຊີນກັບເຫດການປະທ້ວງທີ່ຮຸນແຮງມາຕັ້ງແຕ່ວັນຊາດຂອງອິນໂດເນເຊຍ ໃນວັນທີ 17 ສິງຫາ ທີ່ຜ່ານມາ ແລະ ຝ່າຍຄວາມໝັ້ນຄົງເສີມກຳລັງທະ ຫານ ແລະ ເຈົ້າໜ້າທີ່ຕຳຫຼວດລົງສູ່ພື້ນທີ່ຢ່າງຕໍ່ເນື່ອງ ເພື່ອຈັດການ ແລະ ຟື້ນຟູຄວາມສະຫງົບ ພ້ອມທັງເນັ້ນວ່າ ລັດຖະບາກອິນໂດເນເຊຍ ບໍ່ມີນະໂຍບາຍເຈລະຈາກັບກອງກຳລັງແບ່ງແຍກດິນແດນໃນປາປົວ ເລື່ອງຄວາມເປັນອິດສະລະຂອງເຂດພາກພື້ນ.

ອິນໂດເນເຊຍ ໄດ້ອອກມາດຕະການຈຳກັດການເດີນທາງຂອງນັກທ່ອງທ່ຽວຊາວຕ່າງຊາດ
ອິນໂດເນເຊຍ ໄດ້ອອກມາດຕະການຈຳກັດການເດີນທາງຂອງນັກທ່ອງທ່ຽວຊາວຕ່າງຊາດ

ສຳລັບການອອກມາດຕະການຄວບຄຸມການເຂົ້າສູ່ເຂດພາກພື້ນປາປົວຂອງ ອິນໂດເນເຊຍ ເລີ່ມປະຕິບັດໄດ້ 2-3 ມື້ທີ່ຜ່ານມາ, ຫຼັງຈາກມີລາຍງານວ່າ ເຈົ້າໜ້າທີ່ລັດຖະບານອິນໂດເນເຊຍ ສັ່ງໃຫ້ນັກທ່ອງທ່ຽວຊາວອົດສະຕຣາລີ 4 ຄົນ ອອກຈາກພື້ນທີ່ດັ່ງກ່າວ ເນື່ອງຈາກບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປ. ນອກຈາກນັ້ນ, ໃນຕົ້ນອາທິດນີ້ ສຳ ນັກງານຕຳຫຼວດແຂວງປາປົວ ປະກາດຫ້າມການເດີນປະທ້ວງ ແລະ ຈັດກິດຈະກຳທາງການເມືອງທຸກຮູບແບບ, ເຊິ່ງຄວບຄຸມເຖິງການປາໄສສະແດງຄວາມຄິດເຫັນໃນສະຖານທີ່ສາທາລະນະ, ເຊິ່ງອາດເປັນເຫດນຳໄປສູ່ການປຸກລະດົມແນວຄິດແບ່ງແຍກດິນແດນໃຫ້ຮຸນແຮງຫຼາຍຂຶ້ນ.

 ນັກທ່ອງທ່ຽວຊາວອົດສະຕຣາລີ 4 ຄົນ
ນັກທ່ອງທ່ຽວຊາວອົດສະຕຣາລີ 4 ຄົນ