ຫ້ອງການຄຸ້ມຄອງ ແລະ ບໍລິການ ຕົວເມືອງວຽງຈັນ ຄບຕ ໄດ້ຮ່ວມກັບ ເມືອງສີໂຄດຕະບອງ ສືບຕໍ່ອະນາໄມເສັ້ນທາງ, ຄູກາງທາງ ແລະ ລວງຮ່ອງລະບາຍນໍ້າ ເພື່ອບໍ່ໃຫ້ຂີ້ເຫຍື້ອອັດຕັນ, ໃຫ້ນໍ້າໄຫຼຜ່ານສະດວກ ແລະ ເພື່ອ ຄວາມສະອາດງາມຕາ, ໃນວັນທີ 31 ສິງຫາ 2019 ນໍາພາໂດຍ ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການ ຄບຕ, ທ່ານ ບຸນມີ ໄຊຍະວົງ ຮອງເຈົ້າເມືອງໆ ສີໂຄດຕະບອງ ພ້ອມດ້ວຍພະນັກງານ ເຂົ້າຮ່ວມ.

ທ່ານ ບຸນຈັນ ແກ້ວສີທໍາມະ
ທ່ານ ບຸນຈັນ ແກ້ວສີທໍາມະ

ທ່ານ ບຸນຈັນ ແກ້ວສີທໍາມະ ກ່າວວ່າ:

ເນື່ອງຈາກໄລຍະນີ້ ເປັນໄລຍະລະດູຝົນ ເຮັດໃຫ້ທຸກພາກໃນທົ່ວປະເທດມີຝົນຕົກໜັກ ແລະ ເກີດນໍ້າຖ້ວມເປັນຈໍານວນຫຼາຍ, ສໍາລັບໃນນະຄອນຫຼວງວຽງຈັນ ກໍໄດ້ຮັບຜົນກະທົບເຊັນດຽວກັນ; ເນື່ອງຈາກປະລິມານນໍ້າຝົນຈໍານວນຫຼາຍທີ່ຕົກລົງມາໄຫຼບໍ່ທັນ ແລະ ເຮັດໃຫ້ຖ້ວມເສັ້ນທາງຫຼັກຫຼາຍສາຍໃນຕົວເມືອງນະຄອນຫຼວງວຽງຈັນ. ການອອກແຮງງານຄັ້ງນີ້ແມ່ນໄດ້ເລີ່ມແຕ່ 3 ແຍກສີໄຄ ຫາ 3 ແຍກເດີ່ນບິນ ເພື່ອພ້ອມກັນເກັບຂີ້ເຫຍື້ອ, ຊ້ວນຊາຍທີ່ຢູ່ ແຄມທາງ ແລະ ລວງຮ່ອງນໍ້າ ເພື່ອເປີດທາງນໍ້າຝົນໃຫ້ໄຫຼສະດວກ ເນື່ອງຈາກໄລຍະດັ່ງກ່າວຍັງຢູ່ໃນລະດູທີ່ຕ້ອງເຝົ້າລະວັງໄພນໍ້າຖ້ວມ ທີ່ມາພ້ອມກັບພາຍຸຫຼາຍລູກ ເຮັດໃຫ້ຫຼາຍເຂດໃນທົ່ວປະ ເທດໄດ້ຮັບຜົນກະທົບທາງໄພທໍາມະຊາດ. ດັ່ງນັ້ນ, ໜ່ວຍງານຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ ຈຶ່ງໄດ້ປະ ສານສົມທົບກັບຫຼາຍພາກສ່ວນ ສືບຕໍ່ ເຄື່ອນໄຫວອະນາໄມລວງຮ່ອງລະບາຍນໍ້າ ເພື່ອບໍ່ໃຫ້ນໍ້າຝົນທີ່ຕົກລົງມາຖ້ວມເສັ້ນທາງການສັນຈອນໄປ-ມາ ແລະ ເຮັດໃຫ້ນໍ້າໄຫຼທັນກັບສະພາບການ.

ຄບຕ ສືບຕໍ່ອະນາໄມເສັ້ນທາງ
ຄບຕ ສືບຕໍ່ອະນາໄມເສັ້ນທາງ

ທ່ານ ບຸນມີ ໄຊຍະວົງ ໄດ້ຮຽກຮ້ອງໃຫ້ພໍ່-ແມ່ປະຊາຊົນພາຍໃນເມືອງ ເປັນເຈົ້າການຮ່ວມກັນໃນການອະນາໄມເກັບມ້ຽນຂີ້ເຫຍື້ອຢູ່ຕາມຮ່ອງເຂດເຮືອນຂອງຕົນ ເພື່ອບໍ່ໃຫ້ຮ່ອງລະບາຍນໍ້າຕັນ; ພ້ອມທັງອະນາໄມເຮືອນຊານຂອງຕົນໃຫ້ມີຄວາມສະອາດ ເພື່ອປ້ອງກັນພະຍາດໄຂ້ຍຸງລາຍທີ່ກໍາລັງລະບາດໃນປັດຈຸບັນ.ໄຫຼບໍ່ທັນ ແລະ ເຮັດໃຫ້ຖ້ວມເສັ້ນທາງຫຼັກຫຼາຍສາຍໃນຕົວເມືອງນະຄອນຫຼວງວຽງຈັນ.