ວິກິດໜັກ! ຄົງເຊໂດນ ຕອນນີ້ຍັງທະຍອຍອົບພະຍົບປະຊາຊົນ – ຕ້ອງການຄວາມຊ່ວຍເຫຼືອດ່ວນ

0
1433
ຄົງເຊໂດນ ຕອນນີ້ຍັງທະຍອຍອົບພະຍົບປະຊາຊົນ – ຕ້ອງການຄວາມຊ່ວຍເຫຼືອດ່ວນ

ໃນລະຫວ່າງວັນທີ 2 ກັນຍາ ເປັນຕົ້ນມາ, ເກີດມີຝົນຕົກໜັກໃນຫຼາຍພື້ນທີ່ ຢູ່ເຂດພາກກາງ ແລະ ພາກໃຕ້ຂອງລາວ ເນື່ອງຈາກໄດ້ຮັບອິດທິພົນຈາກ ພາຍຸເດີເປຼຊັນ ທີ່ພັດຜ່ານ. ໃນນັ້ນ, ໜັກກວ່າໝູ່ແມ່ນ ແຂວງສາລະວັນ ໂດຍສະເພາະກໍແມ່ນ ເມືອງຄົງເຊໂດນ, ເທດສະບານເມືອງສາລະວັນ ເຊິ່ງກະແສນໍ້າໄດ້ໄຫຼເຂົ້າຖ້ວມເຮືອນຊານ, ເນື້ອທີ່ນາ ແລະ ຖະໜົນຫົນທາງເປ່ເພເສຍຫາຍ ເຊິ່ງບາງບ່ອນຈົນບໍ່ສາມາດສັນຈອນໄດ້.

ຄົງເຊໂດນ ຕອນນີ້ຍັງທະຍອຍອົບພະຍົບປະຊາຊົນ – ຕ້ອງການຄວາມຊ່ວຍເຫຼືອດ່ວນ

ປັດຈຸບັນ, ປະຊາຊົນເມືອງຄົງເຊໂດນ ຕ້ອງການຄວາມຊ່ວຍເຫຼືອເປັນການດ່ວນ ເປັນຕົ້ນແມ່ນ ນໍ້າດື່ມ, ເຄື່ອງນຸ່ງຫົ່ມ ແລະ ອາຫານແຫ້ງ. ຍິ່ງໄປກວ່ານັ້ນ, ຍັງມີປະຊາຊົາຈຳນວນໜຶ່ງ ຍັງຕິດຄ້າງຢູ່ເຮືອນ ອອກມາບໍ່ໄດ້; ສະນັ້ນ, ສຳຫຼັບທ່ານໃດທີ່ມີອຸປະກອນ ແລະ ເຄື່ອງຊ່ວຍເຫຼືອ ສາມາດບໍລິຈາກໄດ້ ທີ່ ຫ້ອງການປົກຄອງເມືອງຄົງເຊໂດນ.

ຄົງເຊໂດນ ຕອນນີ້ຍັງທະຍອຍອົບພະຍົບປະຊາຊົນ – ຕ້ອງການຄວາມຊ່ວຍເຫຼືອດ່ວນ

ຂະນະທີ່, ການນຳເມືອງຄົງເຊໂດນ ກໍໄດ້ເລັ່ງຍົກຍ້າຍປະຊາຊົນ ໃນກຸ່ມເທດສະບານ, ກຸ່ມຄຳທອງ, ກຸ່ມແກ້ງຫວດ, ກຸ່ມແກ້ງໂຄນ ໃຫ້ອອກຈາກບ້ານເຮືອນເປັນການດ່ວນທີ່ສຸດ ເນື່ອງຈາກນໍ້າມາແຮງ ແລະ ໃຫ້ໄປຢູ່ບ່ອນສູງ ຫຼື ຍ້າຍເຂົ້າໄປໃນເຂດຕົວເມືອງ, ສະໂມສອນຫ້ອງວ່າການ ແລະ ສຳນັກງານອົງການ ທີ່ປອດໄພ ເປັນການດ່ວນ.