ໃນເດືອນສິງຫາ ທີີ່ຜ່ານມາ, ຜູ້ໃຊ້ລົດ-ໃຊ້ຖະໜົນພາຍໃນ ແຂວງຫຼວງນໍ້າທາ ຍັງຖືເບົາຕໍ່ການປະຕິບັດກົດລະ ບຽບຈະລາຈອນທີ່ວາງອອກ, ຄຽງຄູ່ກັນນີ້ ສະພາບເສັ້ນທາງພາຍໃນແຂວງຍັງມີບາງຈຸດເປ່ເພສ້າງຄວາມຫຍຸ້ງຍາກໃຫ້ຜູ້ຂັບຂີ່; ດ້ວຍເຫດນີ້ເອງຈິ່ງເຮັດໃຫ້ມີອຸບັດຕິເຫດພາຍໃນແຂວງເກີດຂຶ້ນ.

ອັດຕາການເກີດອຸບັດຕິເຫດ ຫຼວງນ້ຳທາ
ອັດຕາການເກີດອຸບັດຕິເຫດ ຫຼວງນ້ຳທາ

ຮອ ແຕະ ອຸດົມ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ແຂວງ ຫຼວງນໍ້າທາ ໃຫ້ຮູ້ວ່າ:

ໃນເດືອນສິງຫາ 2019 ທົ່ວແຂວງຫຼວງນໍ້າທາ ມີອຸບັດຕິ ເຫດເກີດຂຶ້ນທັງໝົດ 24 ຄັ້ງ. ໃນນີ້, ລົດໃຫຍ່ຕຳລົດໃຫຍ່ 2 ຄັ້ງ, ລົດຈັກຕຳລົດ ຈັກ 11 ຄັ້ງ, ລົດຈັກຕຳລົດໃຫຍ່ 8 ຄັ້ງ, ລົດຈັກຕຳຄົນຍ່າງ 1 ຄັ້ງ, ລົດຈັກລົ້ມເອງ 4 ຄັ້ງ, ລົດໃຫຍ່ປີ້ນເອງ 1 ຄັ້ງ; ລົດຈັກຕຳລົດໃຫຍ່ ແລະ ໄປຕຳກັບ ລົດຈັກ 1 ຄັ້ງ. ເຮັດໃຫ້ມີພາຫະນະເປ່ເພເລັກໜ້ອຍ 33 ຄັນ, ສົມຄວນ 9 ຄັນ, ໃຊ້ການບໍ່ໄດ້ 2 ຄັນ, ມີຄົນໄດ້ຮັບບາດເຈັບເລັກໜ້ອຍ 33 ຄົນ, ບາດເຈັບສາຫັດ 12 ຄົນ ແລະ ເສຍຊິວິດ 1 ຄົນ. ສ້າງ ຄວາມເສຍຫາຍປະມານ 193.500. 000 ກີບ.

ອັດຕາການເກີດອຸບັດຕິເຫດ ຫຼວງນ້ຳທາ
ອັດຕາການເກີດອຸບັດຕິເຫດ ຫຼວງນ້ຳທາ

ສໍາລັບ, ຄະດີອຸບັດຕິເຫດດັ່ງກ່າວ ຖ້າທຽບໃສ່ເດືອນຜ່ານມາຫຼຸດລົງ 2 ເລື່ອງ, ໂອກາດດັ່ງກ່າວ ເຈົ້າໜ້າທີ່ກໍຍັງ ໄດ້ຮຽກຮ້ອງເຖີງພໍ່-ແມ່ຜູ້ປົກຄອງຈົ່ງ ແນະນຳບອກສອນລູກຫຼານໄລຍະຊ່ວງໄຂສົກຮຽນໃໝ່ການຂັບຂີ່ລົດຕ້ອງນັບຖືກົດລະບຽບຈະລາຈອນໃຫ້ເຂັ້ມງວດເປັນຕົ້ນໃນເວລາຂັບຂີ່ທຸກຄົນຕ້ອງມີ ໃບອະນຸຍາດການຂັບຂີ່. ໃສ່ໝວກກັນກະທົບ, ບໍ່ດັດແປງສະພາບເຕັກນິກ ແລະອື່ນໆ.