ເຕືອນ! ພາກກາງ-ໃຕ້ ກຽມຮັບມືພາຍຸລູກໃໝ່ “ ຄາຈິກາ ”

0
1592

ໃນລະຫວ່າງວັນທີ 2 ກັນຍາ ເປັນຕົ້ນມາ, ນັບແຕ່ພາກກາງລົງຫາພາກໃຕ້ ກຳລັງປະເຊີນກັບໄພທຳມະຊາດ ຢ່າງຮຸນແຮງ ໂດຍສະເພາະ 4 ແຂວງພາກໃຕ້ ເຊັ່ນ: ແຂວງຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ທີ່ປະສົບກັບໄພນໍ້າຖ້ວມຢ່າງໜັກ ເນື່ອງຈາກໄດ້ຮັບອິດທິພົນຈາກພາຍຸໜູນເຂດຮ້ອນພັດຜ່ານ ເຮັດໃຫ້ມີນໍ້າຖ້ວມອັ່ງ, ຖ້ວມຊຸ ແລະ ຖະໜົນຫົນທາງຖືກຕັດຂາດ ບໍ່ສາມາດສັນຈອນໄປ-ມາໄດ້.

ຂະນະທີ່, ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນໄພ ຈາກພາຍຸເຂດຮ້ອນ ປະຈຳວັນທີ 4 ກັນຍາ 2019 ວ່າ: ລົມພາຍຸ ຄາຈິກິ ( KAJIKI ) ຫົວທີ 14 ປະຈໍາປີ 2019 ກໍາລັງເຄື່ອນທີ່ຢູ່ທະເລຈີນໃຕ້ ໃກ້ກັບປະເທດຫວຽດນາມ ແລະ ພວມເຄື່ອນທີ່ໄປທາງທິດຕາເວັນອອກ – ຕາເວັນຕົກສຽງເໜືອ ໄປສູ່ເກາະໄຮໜານຢ່າງຊ້າໆ, ເຊິ່ງຍັງຈະເຮັດໃຫ້ມີຝົນຕົກ ໃນລະດັບຄ່ອຍ ຫາ ປານກາງ ຢູ່ເຂດພາກເໜືອ ແລະ ຕົກໜັກເປັນບໍລິເວນກວ້າງ ຫາ ຕົກໜັກຫຼາຍ ຢູ່ແຂວງຄຳມ່ວນ ລົງຫາພາກໃຕ້ ພ້ອມມີລົມພັດແຮງເປັນບາງໂອາກາດ.

ພ້ອມດຽວກັນນັ້ນ, ລະດັບນໍ້າຂອງ ຢູ່ແຂວງຈໍາປາສັກ ອີງຕາມການລາຍງານຂອງ ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ ໃຫ້ຮູ້ວ່າ: ໃນເວລາ 4 ໂມງເຊົ້າ ຂອງວັນທີ 4 ກັນຍາ 2019, ລະດັບນໍ້າຂອງ ຢູ່ບໍລິເວນນະຄອນປາກເຊ ແຂວງຈຳປາສັກ ແທກໄດ້ 12,98 ແມັດ ເຊິ່ງລື່ນຈາກລະດັບນ້ຳຂອງທີ່ຂຶ້ນສູງສຸດ ໃນປີ 2018 ຢູ່ທີ່ 30 ຊັງຕີແມັດ ແລະ ຝົນຍັງຈະສືບຕໍ່ຕົກ ຈົນເຖິງວັນທີ 6 ກັນຍາ 2019, ເຊິ່ງຄາດວ່າ ລະດັບນໍ້າອາດຈະເພີ່ມຂຶ້ນອີກ.

ຂະນະທີ່ ສະພາບອາກາດ ພາກເໜືອດ້ານຕາເວັນອອກ: ຈະມີຝົນຕົກໃນລະດັບຄ່ອຍ ຢູ່ທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຂອງ ແຂວງຫົວພັນ ແລະ ຊຽງຂວາງ, ສ່ວນອຸນຫະພູມ ຢູ່ໃນລະຫວ່າງ 21 – 31 ອົງສາເຊ; ພາກເໜືອດ້ານຕາເວັນຕົກ: ຈະມີຝົນຕົກໃນລະດັບຄ່ອຍ ຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຢູ່ບາງທ້ອງຖິ່ນຂອງ ແຂວງອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ໄຊຍະບູລີ, ສ່ວນອຸນຫະພູມ ຢູ່ໃນລະຫວ່າງ 21 – 31 ອົງສາເຊ.

ພາກກາງ: ຍັງຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ຢູ່ທົ່ວໄປ ພ້ອມມີລົມພັດແຮງເປັນບາງໂອກາດ ແລະ ຕົກໜັກ ຫາ ຕົກໜັກຫຼາຍ ຢູ່ບາງທ້ອງຖິ່ນຂອງ ແຂວງຄຳມ່ວນ ແລະ ສະຫວັນນະເຂດ.

ພາກໃຕ້: ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ເປັນບໍລິເວນກວ້າງ ຢູ່ທົ່ວໄປ ແລະ ຕົກໜັກ ຫາ ຕົກໜັກຫຼາຍ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນຂອງ ແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື, ສ່ວນອຸນຫະພູມ ຢູ່ໃນລະຫວ່າງ 23 – 28 ອົງສາເຊ.

ສຳລັບເຂດພູພຽງບໍລິເວນ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ເປັນບໍລິເວນກວ້າງ ຢູ່ທົ່ວໄປ ແລະ ຕົກໜັກ ຫາ ໜັກຫຼາຍ ພ້ອມມີລົມພັດແຮງເປັນບາງໂອກາດ ຢູ່ບາງບໍລິເວນ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງ ອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ເຂດພາກກາງ ແລະ ພາກໃຕ້ ໃຫ້ສືບຕໍ່ກຽມພ້ອມຮັບມືກັບຝົນຕົກໜັກ, ລົມພັດແຮງ ແລະ ລະດັບນໍ້າ ຍັງຈະເພີ່ມຂຶ້ນສູງຕື່ມອີກ ເຊິ່ງຈະພາໃຫ້ເກີດມີນໍ້າຖ້ວມ, ຖ້ວມອັ່ງ ແລະ ດິນເຈື່ອນ.

ນອກຈາກນີ້, ຂໍໃຫ້ຍົກຍ້າຍສິ່ງຂອງໄປໄວ້ທີ່ສູງ ແລະ ປອດໄພ, ພ້ອມທັງ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ແຈ້ງເຕືອນໄພຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.