ຮອງນາຍົກລັດຖະມົນຕີ ເຄື່ອນໄຫວ ຊຸກຍູ້ວຽກງານເກັບລາຍຮັບຢູ່ແຂວງຫຼວງນ້ຳທາ

0
1070

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການເງິນ; ພ້ອມດ້ວຍຄະນະ ໄດ້ໄປ ເຄື່ອນໄຫວ ຊຸກຍູ້ວຽກງານເກັບລາຍຮັບຢູ່ແຂວງຫຼວງນ້ຳທາ, ໂດຍມີການນຳຂອງແຂວງຫຼວງນ້ຳທາ, ຫົວໜ້າພະແນກ-ຮອງພະແນກອ້ອມຂ້າງແຂວງ, ຕະຫຼອດພະນັກງານຫຼັກແຫຼ່ງຂອງຂະແໜງການເງິນແຂວງເຂົ້າຮ່ວມ ໃຫ້ການຕ້ອນຮັບ, ໃນວັນທີ 3 ກັນຍາ 2019.

ຮອງນາຍົກລັດຖະມົນຕີ ເຄື່ອນໄຫວ ຊຸກຍູ້ວຽກງານເກັບລາຍຮັບຢູ່ແຂວງຫຼວງນ້ຳທາ
ຮອງນາຍົກລັດຖະມົນຕີ ເຄື່ອນໄຫວ ຊຸກຍູ້ວຽກງານເກັບລາຍຮັບຢູ່ແຂວງຫຼວງນ້ຳທາ

ໂອກາດນີ້, ທ່ານ ສົມດີ ດວງດີ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າ ພົບທ່ານ ເພັດຖາວອນ ພິລາວັນ ເຈົ້າແຂວງໆຫຼວງນໍ້າທາ, ເພື່ອລາຍງານໃຫ້ທ່ານເຈົ້າແຂວງຮັບຊາບຜົນການລົງໄປ ເຄື່ອນໄຫວ ຂອງຄະນະສະເພາະກິດລົງກວດກາ, ຊີ້ນໍາ ແລະ ກໍານົດພື້ນທີ່-ຈຸດທີ່ຕັ້ງຕົວຈິງການບໍລິການ ແລະ ຄ່ຽນຖ່າຍສິນຄ້າຢູ່ດ່ານພາສີສາກົນບໍ່ເຕັນ ແຂວງ
ຫຼວງນໍ້າທາ ຂອງ ບໍລິສັດ ແອວເອັສ ການຄ້າຂາອອກ-ຂາເຂົ້າ ຈໍາກັດ ແລະ ບໍລິສັດ ລາວສາກົນ ໄອຊີດີ ຈຳກັດ.

ຮອງນາຍົກລັດຖະມົນຕີ ເຄື່ອນໄຫວ ຊຸກຍູ້ວຽກງານເກັບລາຍຮັບຢູ່ແຂວງຫຼວງນ້ຳທາ
ຮອງນາຍົກລັດຖະມົນຕີ ເຄື່ອນໄຫວ ຊຸກຍູ້ວຽກງານເກັບລາຍຮັບຢູ່ແຂວງຫຼວງນ້ຳທາ

ທ່ານ ອ່ອນຈັນ ຄຳພາວົງ ຫົວໜ້າພະແນກການເງິນແຂວງຫຼວງນ້ຳທາ ໄດ້ລາຍງານສະພາບສັງລວມໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງການເງິນແຜນງົບປະມານແຫ່ງລັດ 7 ເດືອນປີ 2019 ວ່າ: ລາຍຮັບພູດສູນກາງແຜນລາຍຮັບ ທັງໝົດ 309 ຕື້ກວ່າກີບ, ປະຕິບັດໄດ້ 186,4 ຕື້ກີບເທົ່າກັບ 60,32% ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 27,64%.

  • ໃນນີ້, ລາຍຮັບພາສີ ປະຕິບັດໄດ້ 152,5 ຕື້ກວ່າກີບ,
  • ລາຍຮັບສ່ວຍສາອາກອນ ປະຕິບັດໄດ້ 26,6 ຕື້ກວ່າກີບ,
  • ລາຍຮັບຄຸ້ມຄອງຊັບສິນຂອງລັດ ປະຕິບັດໄດ້ 7,2 ຕື້ກີບ,
  • ລາຍຮັບຄຸ້ມຄອງວິສາຫະກິດ ລັດລົງທຶນ ແລະ ປະກັນໄພປະຕິບັດໄດ້ 20 ລ້ານກີບ.
  • ສ່ວນລາຍຮັບພູດທ້ອງຖິ່ນ ແຜນການລາຍຮັບທັງໝົດ 104 ຕື້ກວ່າກີບ ປະຕິບັດໄດ້ 73,9 ຕື້
    ກວ່າກີບເທົ່າກັບ 71,10% ຂອງແຜນການປີເພີ່ມຂຶ້ນ 21,54%. ໃນນີ້, ລາຍຮັບສ່ວຍສາອາກອນ ປະຕິບັດໄດ້ 68,1 ຕື້ກວ່າກີບເທົ່າກັບ 70,37% ຂອງແຜນການປີເພີ່ມຂຶ້ນ 23,55%,
  • ລາຍຮັບຄຸ້ມ ຄອງຊັບສິນຂອງລັດ ປະຕິບັດໄດ້ 5,8 ຕື້ກວ່າກີບເທົ່າກັບ 80,41 % ຂອງແຜນການປີເພີ່ມຂຶ້ນ 1,8% ແລະ ໄດ້ສໍາເລັດຝຶກອົບຮົມດ້ານວິຊາການໃຫ້ແກ່ພະນັກງານການເງິນ ຂັ້ນບ້ານສາມສ້າງ ໃນ 5 ເມືອງ ມີ 362 ບ້ານ, ໄດ້ຕັ້ງການເງິນຂັ້ນບ້ານແລ້ວ 278 ບ້ານເທົ່າກັບ 76,80% ຂອງບ້ານທັງໝົດ.
ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ວຽກງານເກັບລາຍຮັບຢູ່ແຂວງຫຼວງນ້ຳທາ
ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ວຽກງານເກັບລາຍຮັບຢູ່ແຂວງຫຼວງນ້ຳທາ

ໂອກາດນີ້, ທ່ານ ສົມດີ ດວງດີ ໄດ້ໃຫ້ທິດຊີ້ນໍາ, ເຊິ່ງກ່ອນອື່ນທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະ ນະນໍາ, ຄະນະພະແນກ, ພະນັກງານພາຍໃນພະແນກການເງິນແຂວງທີ່ມີຜົນງານໃນໄລຍະຜ່ານມາ ແລະ ຍັງໄດ້ເນັ້ນໃຫ້ຄະນະພະແນກຕະຫຼອດຮອດພະນັກງານທຸກຂັ້ນ, ພ້ອມກັນເອົາໃຈໃສ່ຕໍ່ໜ້າທີ່ວຽກງານທີ່ຕົນຮັບຜິດຊອບໃຫ້ສໍາເລັດ, ເຖິງແມ່ນວ່າ ສະພາບເສດຖະກິດຝືດເຄື່ອງ, ສະພາບການເງິນມີຄວາມຫຍຸ້ງຍາກ ໂດຍສະ ເພາະແມ່ນຂະແໜງການເງິນ ຈົ່ງເພີ່ມທະວີສຸມໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານໃນການເກັບລາຍຮັບຂອງແຕ່ລະຂະແໜງໃຫ້ໄດ້ຕາມແຜນການຂອງແຂວງວາງໄວ້.

ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ວຽກງານເກັບລາຍຮັບຢູ່ແຂວງຫຼວງນ້ຳທາ
ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ວຽກງານເກັບລາຍຮັບຢູ່ແຂວງຫຼວງນ້ຳທາ

ພ້ອມດຽວກັນນີ້, ຕ້ອງເພີ່ມຄວາມຮັບຜິດຊອບ, ເອົາໃຈໃສ່ປະຢັດມັດທະຍັດ, ປຸກລະດົມຊຸກຍູ້ການຜະລິດພາຍໃນນໍາໃຊ້ໃນສິ່ງທີ່ເຮົາມີ ສາມາດຜະລິດໄດ້ເພື່ອທົດແທນການນໍາເຂົ້າ, ເມື່ອມີເຄື່ອງມືນໍາໃຊ້ເກັບລາຍຮັບກ້າວ ໄປສູ່ທັນສະໄໝ ຍິ່ງມີຄວາມສໍາຄັນທີ່ຈະຕ້ອງໄດ້ຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານ, ເພີ່ມຄວາມຮັບຜິດຊອບໃຫ້ສູງຂຶ້ນໃນການເຮັດວຽກງານ ຈຶ່ງຈະເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງແຂວງມີປະສິດທິພາບ ແລະ ໄດ້ຜົນສໍາເລັດດ້ວຍດີ.