ຊຸດອົບຮົມ ບຳລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ( ປກຊ-ປກສ ) ໃຫ້ແກ່ພະນັກງານການນຳເປົ້າ ໝາຍ 3 ຊຸດ ທີ I ຂັ້ນນະຄອນຫຼວງວຽງຈັນ ໄດ້ ສຳເລັດ ແລະ ມີພິທີມອບ-ຮັບໃບຢັ້ງຢືນໃຫ້ແກ່ຜູ້ທີ່ສຳເລັດການອົບຮົມຢ່າງເປັນທາງການ ໃນວັນ ທີ 6 ກັນຍາ 2019 ໂດຍການເປັນປະທານຂອງ ທ່ານ ສີຫູນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ; ມີ ພົຈວ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນະ ຄອນຫຼວງວຽງຈັນ, ພ້ອມດ້ວຍຄະນະສະພາສຶກສາ ປກຊ -ປກສ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສຳເລັດ ຊຸດອົບຮົມ ບຳລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ສຳເລັດ ຊຸດອົບຮົມ ບຳລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

ພັອ ສີ ທະວີໄຊ ຮອງປະທານສະພາສຶກສາ ປກຊ-ປກສ ນວ ຫົວໜ້າການທະຫານກອງບັນຊາການທະຫານ ນວ ຂຶ້ນຜ່ານບົດສະຫຼຸບຜົນການຈັດຕັ້ງປະຕິບັດແຜນການອົບຮົມບຳລຸງວຽກງານ ປກຊ-ປກສ ໃຫ້ແກ່ພະນັກງານ ການນຳເປົ້າໝາຍ 3 ຊຸດທີ I ວ່າ: ຊຸດອົບຮົມໄດ້ເປີດຂຶ້ນແຕ່ວັນທີ 14 ສິງຫາ 2019 ໃຊ້ເວລາ 20 ວັນ, ມີພະ ນັກງານການນຳເຂົ້າຝຶກອົບຮົມ 28 ທ່ານ ທີ່ເປັນຮອງພະແນກ ແລະ ທຽບເທົ່າ ພະແນກ 14 ທ່ານ, ຫົວໜ້າ-ຮອງຂະແໜງ, ຫົວໜ້າໜ່ວຍງານ ແລະ ວິຊາການ 5 ທ່ານ, ຮອງເຈົ້າເມືອງ 9 ທ່ານ.

ຜ່ານການຈັດຕັ້ງປະຕິບັດການອົບຮົມບຳລຸງ ແລະ ຜ່ານການສະເໜີເອກະສານ, ຟັງປາຖະກະຖາ, ຮັບຟັງການສະເໜີເອກະສານ ສົມທົບກັບການຄົ້ນຄວ້າສົນທະນາ, ທັດສະນະສຶກສາ, ການຂຽນບົດເກັບກ່ຽວ ແລະ ຈັດຕັ້ງຖອດຖອນບົດຮຽນຮ່ວມກັນລະຫວ່າງ ພະນັກງານການນຳກັບຄະນະກອງບັນຊາການທະຫານ ນວ ແລະ ຄະ ນະກອງບັນຊາການ ປກສ ນວ ເຫັນວ່າພະນັກງານການນຳແຕ່ລະທ່ານ ໄດ້ມີຄວາມຮັບຮູ້ທາງດ້ານພື້ນຖານທິດ ສະດີຂອງວຽກງານ ປກຊ-ປກສ ໃນໄລຍະໃໝ່ຂຶ້ນຕື່ມອີກບາດກ້າວໜຶ່ງ ແລະ ຮັບຮູ້ເພີ່ມເຕີມກ່ຽວກັບຄວາມເຂົ້າໃຈຕໍ່ກັບທິດສະດີ-ຫຼັກການນຳໃຊ້ອາວຸດ, ການບົວລະບັດ, ປົກປັກຮັກສາຢ່າງຖືກວິທີ. ຈາກນັ້ນ, ພັອ ສີ ທະວີໄຊ ໄດ້ມອບໃບຢັ້ງຢືນໃຫ້ບັນດາສະຫາຍທີ່ສຳເລັດຊຸດອົບຮົມຄັ້ງນີ້.

ໂອກາດດັ່ງກ່າວ, ທ່ານ ສີຫູນ ສິດທິລືໄຊ ໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ສຳເລັດຊຸດອົບ ຮົມຄັ້ງນີ້ ພ້ອມທັງເນັ້ນໃຫ້ນຳເອົາບົດຮຽນຄວາມຮູ້ໄປໝູນໃຊ້ເຂົ້າໃນວຽກງານໃຫ້ເກີດປະໂຫຍດສູງສຸດ ຕິດພັນກັບການກະຕຸກຊຸກຍູ້ໃຫ້ພະນັກງານໃນຂົງເຂດຄວາມຮັບຜິດຊອບຂອງຕົນປະກອບສ່ວນເຂົ້າໃນວຽກງານ ປກຊ-ປກສ ໃນໄລຍະໃໝ່ ໃຫ້ມີຜົນສຳເລັດຍິ່ງຂຶ້ນ ແນໃສ່ຮັບປະກັນໃຫ້ທົ່ວສັງຄົມມີຄວາມສະຫງົບປອດໄພ.

ສຳເລັດ ຊຸດອົບຮົມ ບຳລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ສຳເລັດ ຊຸດອົບຮົມ ບຳລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ