ລັດວິສາຫະກິດລາວບໍລິການ ຄວາມປອດໄພ (ລບຄ) ກະຊວງ ປກສ ໄດ້ເປີດຝຶກອົບຮົມວຽກງານ ວິຊາສະເພາະໃຫ້ພະນັກງານຮັກສາຄວາມປອດໄພ ໃນວັນທີ 9 ກັນຍາ 2019, ເຂົ້າຮ່ວມໂດຍ ພັອ ບຸນຮຸ່ງ ມະຫາໄຊ ອຳນວຍການ ລບຄ, ມີ ພັຕ ປຣະສິດ ລົມສູງເນິນ ອຳນວຍການສູນຝຶກອົບ ຮົມຮັກສາຄວາມປອດໄພຂັ້ນສູງ ບໍລິສັດ ແອັດແວນ ຊີຄິວຣິຕີ້ ເທຼນ ນິ່ງ ເຊັນເຕີ ຈຳກັດ (ປະເທດໄທ), ມີພະນັກງານກ່ຽວຂ້ອງ ນັກສຳມະນາກອນເຂົ້າຮ່ວມ.

ພິທີເປີດຝຶກອົບຮົມວຽກງານວິຊາສະເພາະ
ພິທີເປີດຝຶກອົບຮົມວຽກງານວິຊາສະເພາະ

ພັອ ບຸນຮຸ່ງ ມະຫາໄຊ ກ່າວວ່າ:

ການຈັດຕັ້ງຝຶກອົບຮົມຄັ້ງນີ້ ໃຊ້ເວລາ 5 ວັນ (9-13 ກັນຍາ 2019) ເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດຂອງພະນັກງານຮັກສາຄວາມປອດໄພ ລບຄ ສູງຂຶ້ນ ເພື່ອຕອບສະໜອງ ຄວາມເຊື່ອຖືຂອງລູກຄ້າຕໍ່ການບໍລິການໄດ້ເປັນຢ່າງດີ ໃນນັ້ນ, ບັນດານັກສຳມະນາກອນຈະໄດ້ຮໍ່າຮຽນວິຊາທ່ານັ່ງ ແລະ ທ່າຢືນ ເວລາປະຕິບັດໜ້າທີ່; ການຄວບຄຸມການເຂົ້າ-ອອກ, ສອບຖາມແຂກເວລາມາພົວພັນວຽກ, ການລົງທະບຽນບັນ ທຶກ; ການກວດຄົ້ນພະນັກງານກຳມະກອນເຂົ້າ-ອອກໂຮງງານ; ການປະຖົມພະຍາບານຂັ້ນພື້ນຖານ ແລະ ສະກັດກັ້ນຕ້ານອັກຄີໄພ; ການເລາະລາດຕະເວນ ແລະ ການຮັກສາສະຖານທີ່ເກີດເຫດ; ການ ຄວບຄຸມຄົນຮ້າຍ ແລະ ຈັບຕົວຄົນຮ້າຍ; ຄຸນລັກສະນະເປັນພະນັກງານຮັກສາຄວາມປອດໄພ ແລະ ວິຊາງົດງາມ, ວິຊາພື້ນຖານມວຍ ປ້ອງກັນຕົວ.

ພິທີເປີດຝຶກອົບຮົມວຽກງານວິຊາສະເພາະ
ພິທີເປີດຝຶກອົບຮົມວຽກງານວິຊາສະເພາະ

ນອກນັ້ນ, ທ່ານອຳນວຍການ ລບຄ ຮຽກຮ້ອງໃຫ້ບັນດານັກສຳມະນາກອນ ຈົ່ງຕັ້ງໜ້າຖອດຖອນເອົາບົດຮຽນນຳຄູຝຶກຢ່າງຕັ້ງໜ້າ, ລົງເລິກຫົວຂໍ້-ປະເດັນຄວາມສຳຄັນຂອງການຮັກສາຄວາມປອດໄພ, ແບບແຜນ-ບຸກຄະລິກຂອງພະນັກງານຮັກສາຄວາມປອດໄພ ແລະ ວິທີການປະຕິບັດໜ້າທີ່ແຕ່ລະດ້ານຂອງພະນັກງານຮັກສາຄວາມປອດໄພ, ການບໍລິຫານ, ຄຸ້ມຄອງບັນຊາກຳລັງຮັກສາຄວາມປອດໄພ ເພາະການຝຶກອົບຮົມຄັ້ງນີ້ ຈະເປັນການຊ່ວຍໃຫ້ຄະນະບໍລິຫານ, ຄະນະບັນຊາ ແລະ ພະນັກງານ ໄດ້ຍົກລະດັບຄວາມຮູ້ດ້ານທິດສະດີ ແລະ ພຶດຕິກຳຕົວຈິງໃນຮູບແບບຕ່າງໆ ແລະ ສະຖານທີ່ບໍລິການທີ່ແຕກຕ່າງກັນ ທັງເປັນການປັບປຸງຄວາມເຊື່ອຖືຂອງ ສັງຄົມ ແລະ ລູກຄ້າທີ່ໃຊ້ບໍລິການ ກັບ ລບຄ ເພີ່ມຂຶ້ນກວ່າເກົ່າແນ ໃສ່ເຮັດໃຫ້ການຝຶກອົບຮົມດັ່ງກ່າວມີຜົນສຳເລັດເປັນຢ່າງດີ.