ພົຈວ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ແລະ ພັອ ສີ ທະວີໄຊ ຫົວໜ້າການທະຫານ ກອງບັນຊາການ ທະຫານນະຄອນຫຼວງວຽງຈັນ
ພົຈວ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ແລະ ພັອ ສີ ທະວີໄຊ ຫົວໜ້າການທະຫານ ກອງບັນຊາການ ທະຫານນະຄອນຫຼວງວຽງຈັນ

ວັນທີ 10 ກັນຍາ 2019, ກອງບັນຊາການ ທະຫານນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ຮອບດ້ານປະຈຳປີ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍ ປີ 2019; ໂດຍການເປັນກຽດເຂົ້າຮ່ວມຂອງ ພົຈວ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ແລະ ພັອ ສີ ທະວີໄຊ ຫົວໜ້າການທະຫານ ກອງບັນຊາການທະຫານນະຄອນຫຼວງວຽງຈັນ; ມີຫົວໜ້າຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງທົ່ວອົງການ 5 ຫ້ອງ ແລະ ກົມກອງອ້ອມຂ້າງທີ່ຂຶ້ນກັບ ເຂົ້າຮ່ວມ.

ພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ແກ່ 30 ໜ່ວຍພັກ

ໃນໂອກາດນີ້, ພັທ ດາວບິນ ເລີດລີວັນ ຫົວໜ້າຫ້ອງການ ກອງບັນຊາການ ທະຫານນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງຕົນໃນໄລຍະ 6 ເດືອນຜ່ານມາ; ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນງານອັນພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນຄະນະພັກ-ຄະນະບັນຊາທຸກຂັ້ນໄດ້ເອົາໃຈໃສ່ຊີ້ນຳ-ນຳພາພະນັກງານ-ນັກຮົບ ຂອງຕົນເຮັດໜ້າທີ່ວຽກງານຕາມພາລະບົດບາດຂອງກົມກອງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ; ໃນນັ້ນ, ໄດ້ຖືເອົາວຽກງານການສຶກສາອົບຮົມການເມືອງ-ແນວ ຄິດເປັນກົກ ໂດຍສ້າງໃຫ້ພະນັກງານ-ນັກຮົບ ມີຄວາມອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາຂອງພັກ, ຈັດຕັ້ງກໍາລັງລົງກໍ່ສ້າງຮາກຖານການເມືອງແບບມູນເຊື້ອ ໂດຍປະສານສົມທົບແໜ້ນກັບ ອຳນາດການປົກຄອງທ້ອງຖິ່ນ ແລະ ກຳລັງທຸກພາກສ່ວນທີ່ກ່ຽວຂ້ອງ ເຮັດໜ້າທີ່ຕິດຕາມສະພາບປະກົດການຫຍໍ້ທໍ້ທີ່ ຈະເກີດຂຶ້ນ ແລະ ແກ້ໄຂໃຫ້ທັນເວລາຮັບປະກັນຄວາມສະຫງົບໂດຍພື້ນຖານ; ພ້ອມກັນນັ້ນ, ກໍຍັງໄດ້ຈັດຕັ້ງກຳລັງທຸກ
ພາກສ່ວນເຂົ້າປ້ອງກັນໃນວັນບຸນປະຫວັດສາດສຳຄັນຕ່າງໆຂອງຊາດທີ່ຈັດຂຶ້ນ ເວົ້າສະເພາະແມ່ນຢູ່ພາຍໃນຂອບເຂດນະຄອນຫຼວງວຽງຈັນ ໃຫ້ມີຄວາມສະຫງົບປອດໄພ 100%, ຖືເອົາວຽກງານການອົບຮົມ-ຫັດແອບ ປະຈຳປີ ເປັນວຽກງານໜຶ່ງທີ່ສຳຄັນໃນການປັບປຸງລະບຽບແບບແຜນ, ຝຶກຝົນກຳລັງແຮງກາຍ ເປັນຕົ້ນແມ່ນອົບຮົມ-ຫັດແອບທາງດ້ານສິນລະປະຍຸດ-ຍຸດທະວິທີ ໃຫ້ນາຍ ແລະ ພົນທະຫານ ຢູ່ໃນທົ່ວກົມກອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ມີຄວາມຊຳນິຊຳນານ, ເອົາໃຈໃສ່ໃນການຈັດຕັ້ງລະບົບປະຈຳການຕະຫຼອດ 24 ຊົ່ວໂມງ ກຽມພ້ອມສູ້ຮົບໄດ້ທຸກເວລາ.

ພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ແກ່ 30 ໜ່ວຍພັກ

ສ່ວນວຽກງານການແກ້ໄຂຊີວິດການເປັນຢູ່ແມ່ນໄດ້ຊີ້ນຳໃຫ້ແຕ່ລະກົມກອງສ້າງເງື່ອນໄຂເຮັດໜ້າທີ່ຕາມທ່າແຮງບົ່ມຊ້ອນຂອງກົມກອງ ຕາມທິດນຳເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍຖືເອົາການປູກ-ການລ້ຽງເປັນຕົ້ນຕໍ; ພ້ອມນີ້, ກອງປະຊຸມຍັງໄດ້ຜ່ານທິດທາງແຜນການປະຈຳ 6 ເດືອນທ້າຍປີ 2018, ຈາກນັ້ນ ໃນກອງປະຊຸມຍັງໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ແກ່ 30 ໜ່ວຍພັກທີ່ຂຶ້ນກັບກົມກອງຂອງຕົນຢ່າງສົມກຽດ.