ຫຼາຍຄົນອາດຈື່ຈໍາໃນໄລຍະຕົ້ນປີ 2019, ໄດ້ມີຜູ້ເສຍຫາຍບັນດາຮ້ານຂາຍເຄື່ອງໂທລະສັບໂພດຮູບພາບມີຜູ້ ຊາຍ ອາຍຸປະມານ 35 ປີ ໄດ້ເຄື່ອນໄຫວຕົວຍົວະຫຼອກລວງ ແອບອ້າງ ເປັນພະນັກງານ ແລ້ວສັ່ງຊື້ໂທລະສັບ ແຕ່ບໍ່ຈ່າຍເງິນ ພ້ອມທັງເອົາໂທລະສັບຫຼົບໜີໄປ. ຫຼ້າສຸດ, ທ້າຍເດືອນສິງຫາຜ່ານມາ ເຈົ້າໜ້າທີ່ ປກສ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ກັກຕົວຜູ້ກໍ່ເຫດຊື່ ທ້າວ ໄຊໂຍ (ໂຢ) ອາຍຸ 35 ປີ ຢູ່ບ້ານໂພນກຸ້ງ ເມືອງປາກເຊ ແຂວງຈຳປາສັກ ໃນຂະນະທີ່ເຄື່ອນໄຫວຕົ້ມຕຸນປະຊາຊົນພາຍໃນເມືອງປາກຊັນ.

ເຈົ້າໜ້າທີ່ ປກສ ເມືອງປາກຊັນ ໃຫ້ຮູ້ວ່າ: ໃນເບື້ອງຕົ້ນໃນວັນທີ 6 ພຶດສະພາ 2019, ນາງ ກຸຫຼາບ ພະນັກງານຂາຍໂທລະສັບຢູ່ຮ້ານແຫ່ງໜຶ່ງຕັ້ງຢູ່ເມືອງປາກຊັນ ແຈ້ງຄວາມວ່າ: ມີ ທ້າວ ໄຊໂຍ ແອບອ້າງຕົນເປັນພະນັກງານຢູ່ທະນາຄານແຫ່ງໜຶ່ງສາຂາເມືອງປາກຊັນ ໄດ້ມາພົວພັນຕິດຕໍ່ຊື້ໂທລະສັບນຳຈຳນວນ 2 ເຄື່ອງ ຍີ່ຫໍ້ຊຳຊຸງໂນດ 9 ແລະ ຊໍາຊຸງ s 10 ພາສ ລວມມູນຄ່າ 16.680.000 ກີບ. ຈາກນັ້ນ, ທ້າວ ໄຊໂຍ ໄດ້ປຽນເບີໂທລະສັບ ແລ້ວໂທມາສັ່ງຊື້ໂທລະສັບນຳພະນັກງານຂາຍຄົນເກົ່າອີກ ຈຳນວນ 6 ເຄື່ອງ ໂດຍອ້າງວ່າ: ນ້ອງສາວ ຊື່ນາງ ນ້ອຍ ເປັນຄົນສັ່ງຊື້ ເມື່ອພະນັກງານເອົາໂທລະສັບໄປສົ່ງຕາມທີ່ສັ່ງໃຫ້ຢູ່ຕໍ່ໜ້າທະນາຄານ ແລ້ວ ທ້າວ ໄຊໂຍ ໄດ້ບອກໃຫ້ໄປເກັບເງິນນຳ ນາງ ນ້ອຍ ຢູ່ຮ້ານຂາຍຄຳຢູ່ຕະຫຼາດປາກຊັນໃໝ່ ເມື່ອພະນັກງານໄດ້ໄປທວງຖາມຫາ ນາງ ນ້ອຍ ຢູ່ຮ້ານຂາຍຄໍາ ທີ່ທ້າວ ໄຊ ບອກແມ່ນບໍ່ມີຄົນຊື່ນາງ ນ້ອຍ ເປັນພຽງນາມສົມມຸດ ພະນັກງານຂາຍໄດ້ພະຍາຍາມຕິດຕໍ່ຫາຜູ້ກ່ຽວແຕ່ກໍບໍ່ສາມາດຕິດຕໍ່ໄດ້.

ໂຈນແສບ ! ແອບອ້າງ ເປັນພະນັກງານສໍ້ໂກງຊັບຫຼາຍລາຍການ
ໂຈນແສບ ! ແອບອ້າງ ເປັນພະນັກງານສໍ້ໂກງຊັບຫຼາຍລາຍການ

ຕໍ່ກັບສະພາບການດດັ່ງກ່າວ, ເຈົ້າໜ້າທີ່ ປກສ ເມືອງປາກຊັນ ໄດ້ແຕ່ງຕັ້ງໃຫ້ຕໍາຫຼວດວິຊາສະເພາະດໍາເນີນການ ກວດສອບຕົວຈຶ່ງ, ຜ່ານການເກັບກໍາຂໍ້ມູນຫຼັກຖານຕ່າງໆ. ມາຮອດວັນທີ 24 ສິງຫາ 2019, ຈຶ່ງສາມາດຕິດ ຕາມຕົວຜູ້ກໍ່ເຫດຄື: ທ້າວ ໄຊໂຍ ໄດ້ໃນຂະນະທີ່ເຂົ້າພັກຢູ່ໂຮງແຮມແຫ່ງໜຶ່ງເຂດບ້ານອານຸສອນໄຊ ເມືອງ ປາກຊັນ ແຂວງບໍລິຄຳໄຊ ໄປສອບສວນ.

ໂຈນແສບ ! ແອບອ້າງ ເປັນພະນັກງານສໍ້ໂກງຊັບຫຼາຍລາຍການ
ໂຈນແສບ ! ແອບອ້າງ ເປັນພະນັກງານສໍ້ໂກງຊັບຫຼາຍລາຍການ

ຜ່ານການສອບສວນ ທ້າວ ໄຊໂຍ ຮັບສາລະພາບວ່າ: ໄດ້ສໍ້ໂກງຊັບຂອງພົນລະເມືອງມາແລ້ວຫຼາຍຄັ້ງຕິດຕໍ່ກັນ. ໃນປີ 2016, ໄດ້ຂຶ້ນມາເຮັດວຽກເປັນກຳມະກອນລ້າງອັດສີດຢູ່ນະຄອນຫຼວງວຽງຈັນ. ຮອດທ້າຍປີ 2017, ໄດ້ຍ້າຍໄປເຮັດວຽກຢູ່ໂຮງງານນ້ຳກ້ອນ ເຂດບ້ານໂນນຫວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ມາປີ 2019, ຈຶ່ງໄດ້ເລີ່ມເຄື່ອນໄຫວສໍ້ໂກງເອົາໂທລະສັບຢູ່ຕາມຮ້ານຂາຍໂທລະສັບຕ່າງໆ ໂດຍເລີ່ມເດືອນມັງກອນ 2019 ໄດ້ໄປຕິດຕໍ່ຊື້ໂທລະສັບຢູ່ຮ້ານຂາຍໂທລະສັບຕັ້ງຢູ່ເຂດບ້ານດົງໂດກ ເມືອງໄຊທານີ ຈຳນວນ 2 ເຄື່ອງໂດຍອ້າງວ່າ: ເປັນອາຈານສອນຢູ່ວິທະຍະໄລແຫ່ງຊາດ ເມື່ອໄດ້ໂທລະສັບແລ້ວເອົາໄປຂາຍໄດ້ເງິນ 14.000 ບາດ. ມາເດືອນກຸມພາ 2019, ກໍ່ເຫດຢູ່ຂາຍໂທລະສັບເຂດໂຮງໝໍມິດຕະພາບ (ໂຮງໝໍ 150 ຕຽງ) ໄດ້ໂທລະສັບ 1 ເຄື່ອງມູນຄ່າ 39.000 ບາດ ໂດຍອ້າງວ່າເປັນພະນັກງານແພດໝໍຢູ່ໂຮງໝໍມິດຕະພາບ ແລ້ວເອົາໂທລະສັບໄປຂາຍຕໍ່ຢູ່ຮ້ານອື່ນ. ຈາກນັ້ນ, ໄດ້ເຄື່ອນໄຫວຕົວະຍົວະຢູ່ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ ດ້ວຍວິທີການແບບເກົ່າ ໄດ້ໂທລະສັບແຂວງລະ 2 ເຄື່ອງ ສ່ວນເງິນທີ່ໄດ້ມາກໍເອົາໄປໃຊ້ຈ່າຍຫຼິ້ນກິນຟຸມເຟືອຍຈົນໝົດ.

ໂຈນແສບ ! ແອບອ້າງ ເປັນພະນັກງານສໍ້ໂກງຊັບຫຼາຍລາຍການ
ໂຈນແສບ ! ແອບອ້າງ ເປັນພະນັກງານສໍ້ໂກງຊັບຫຼາຍລາຍການ

ມາຮອດວັນທີ 3 ພຶດສະພາ 2019, ໄດ້ໄປເຄື່ອນໄຫວຢູ່ເມືອງປາກຊັນ ແຂວງບໍລິຄໍາໄຊ ໂດຍຕິດຕໍ່ຊື້ໂທລະສັບຈຳນວນ 2 ເຄື່ອງ ຍີ່ຫໍ້ຊຳຊຸງໂນດ 9 ແລະ ຊໍາຊຸງ s10 ພາສ ຢູ່ຮ້ານແຫ່ງໜຶ່ງໂດຍອ້າງວ່າເປັນພະນັກງານຢູ່ທະ ນາຄານແຫ່ງໜຶ່ງສາຂາປາກຊັນ. ຫຼັງຈາກສັ່ງໂທລະສັບແລ້ວ ໄດ້ປ່ຽນເບີໂທລະສັບ ແລ້ວຕິດຕໍ່ຫາພະນັກງານຂາຍໂທລະສັບຜູ້ເກົ່າອີກ ໂດຍອ້າງວ່າ: ນາງ ນ້ອຍ ( ນາມສົມມຸດ) ຂາຍຄຳຢູ່ຕະຫຼາດໃໝ່ ເປັນນ້ອງສາວຂອງຕົນສັ່ງໂທລະສັບອີກ 6 ເຄື່ອງ, ເມື່ອພະນັກງານມາສົ່ງໂທລະສັບໃຫ້ຕົນຈຳນວນ 2 ເຄື່ອງ ຈຶ່ງບອກໃຫ້ພະນັກ ງານຂາຍໂທລະສັບໄປເກັບຄ່າໂທລະສັບນຳນ້ອງສາວ ແລ້ວເອົາຕົວຫຼົບໜີມານະຄອນຫຼວງວຽງຈັນ, ແລ້ວເອົາໂທລະສັບໄປຂາຍຢູ່ແຂວງອຸດອນ ປະເທດໄທ ໄດ້ເງິນຈຳນວນ 40.000 ບາດ. ຈາກນັ້ນ, ກໍກັບໄປເມືອງປາກຊັນອີກ ໂດຍເຂົ້ົ້າພັກເຊົາຢູ່ໂຮງແຮມແຫ່ງໜຶ່ງ ເພື່ອວາງແຜນຕົວະຍົວະເອົາໂທລະສັບຕາມຮ້ານອີກ, ໃນຂະນະທີພັກເຊົາຢູ່ນັ້ນມີເຈົ້າໜ້າທີ່ຕໍາຫຼວດຈັບຕົວ.

ໝາຍເຫດ:​ ສຳລັບຜູ້ປະກອບການທຸລະກິດ ຫຼື ສ່ວນບຸກຄົນ ທີ່ເຄີຍຖືກທ້າວ ໄຊໂຍ ຕົວະເອົາຊັບສິນຕ່າງໆ ແລະ ສ້າງຄວາມເສຍຫາຍນັ້ນໃຫ້ແຈ້ງຄວາມກັບເຈົ້າໜ້າທີ່ຕຳຫຼວດຢູ່ ປກສ ເມືອງ ຫຼື ປກສ ນະຄອນຫຼວງ ເພື່ອປະສານງານຫາເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງປາກຊັນ ເພື່ອຂະຫຍາຍຜົນອີກ. ເບີ້ໂທຫົວໜ້າຮັບຜິດຊອບຄະດີ ພັຕ ທອງຈຸນ 020 59969724 ປກສ ເມືອງປາກຊັນ.